
ໃນວັນທີ 16 ກໍລະກົດ 2025 ຄະນະໂຄສະນາອົບຮົມເມືອງໂຂງ ປິດຊຸດຝຶກອົບຮົມທິດສະດີ-ແນວທາງຂອງພັກ ໄລຍະສັ້ນ 15 ວັນ ຊຸດທີ III ປະຈໍາປີ 2025 ເຊິ່ງໄດ້ຈັດຂຶ້ນທີ່ສະໂມສອນຫ້ອງການກຸ່ມກະດັນ ເມືອງໂຂງ ແຂວງຈໍາປາສັກ, ໂດຍການເປັນປະທານຂອງ ສະຫາຍ ບຸນປັນ ມະຫາລາດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ພັທ ບຸນເພັງ ພົມມາຫານ ຄະນະປະຈໍາພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງ ຜູ້ຊີ້ນໍາວຽກງານຮອບດ້ານກຸ່ມກະດັນ, ສະຫາຍ ນາງ ສ້ອຍມະນີ ພັນທະວົງ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ, ມີ ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຂະແໜງການກ່ຽວຂ້ອງຄະນະໂຄສະນາອົບຮົມແຂວງ, ພະນັກງານຫັນລົງກໍ່ສ້າງຮາກຖານການເມືອງຂອງແຂວງ, ຄະນະຮັບຜິດຊອບຈາກຄະນະໂຄສະນາອົບຮົມເມືອງໂຂງ, ພະນັກງານການນໍາກົມກອງອ້ອມຂ້າງເມືອງ, ເລຂາຄະນະພັກຮາກຖານ, ກໍາລັງ ປກຊ-ປກສ ກຸ່ມກະດັນ-ກຸ່ມໂສດ, ນາຍບ້ານ-ຮອງນາຍບ້ານ ແລະ ນັກສໍາມະນາກອນ ເຂົ້າຮ່ວມຈໍານວນທັງໝົດ 70 ສະຫາຍ, ຍິງ 09 ສະຫາຍ.



ໃນກອງປະຊຸມ ສະຫາຍ ນາງ ສ້ອຍມະນີ ພັນທະວົງ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ລາຍງານຜົນສໍາເລັດໃນການດໍາເນີນຊຸດຝຶກອົບຮົມ, ສະຫາຍໃຫ້ຮູ້ວ່າ ຊຸດຝຶກອົບຮົມໄດ້ດໍາເນີນມາແຕ່ວັນທີ 16 ມິຖຸນາ ເຖິງວັນທີ 7 ກໍລະກົດ 2025, ເຊິ່ງມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 45 ສະຫາຍ, ຍິງ 6 ສະຫາຍ, ສະມາຊິກພັກສົມບູນ 34 ສະຫາຍ, ສໍາຮອງ 5 ສະຫາຍ, ມາຈາກກົມກອງ 6 ສະຫາຍ, ຈາກຫ້ອງອ້ອມຂ້າງເມືອງ 5 ສະຫາຍ, ຍີງ 3 ສະຫາຍ, ຈາກຮາກຖານບ້ານ 34 ສະຫາຍ, ຍິງ 3 ສະຫາຍ, ຜ່ານການດໍາເນີນການຈັດຕັ້ງປະຕິບັດການຮຽນ-ການສອນ ສາມາດບັນລຸຜົນສໍາເລັດຕາມລໍາດັບຄາດໝາຍ.


ຈາກນັ້ນ ຄະນະປະທານກໍໃຫ້ກຽດມອບໃບຢັ້ງຢືນ ແລະ ໃບຍ້ອງຍໍ ໃຫ້ແກ່ນັກສໍາມະນາກອນທີ່ສໍາເລັດການເຂົ້າຝຶກອົບຮົມ ທັງໝົດໃນຈໍານວນ 45 ສະຫາຍ, ຍິງ 6 ສະຫາຍ; ພ້ອມນັ້ນ ກໍໄດ້ມີຄໍາເຫັນຊີ້ນໍາໃຫ້ແກ່ນັກສໍາມະນາກອນ ໃນການຈັດຕັ້ງປະຕິບັດວຽກງານ ແລະ ໝູນໃຊ້ບົດຮຽນເຂົ້າໃນໜ້າທີ່ຄວາມຮັບຜິດຊອບຂອງຕົນໃນຕໍ່ໜ້າ.