ຄະນະໂຄສະນາອົບຮົມເມືອງສຸຂຸມາ ຈັດພິທີ ປະຖະກະຖາ ລະນຶກວັນເກີດຂອງທ່ານ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ( 8ກຸມພາ 1924-8ກຸມພາ 2024) ແລະ ວັນສ້າງຕັ້ງພັກກອມມູນິດຫວຽດນາມ (3 ກຸມພາ 1930 – 3 ກຸມພາ 2024) ຄົບຮອບ 94 ປີ

        ໃນຕອນເຊົ້າ ຂອງວັນທີ 6 ກຸມພາ 2024 ຄະນະໂຄສະນາອົບຮົມເມືອງສຸຂຸມາ ໄດ້ຈັດພິທີ ປະຖະກະຖາ ເອກະສານ ລະນຶກວັນເກີດຂອງທ່ານ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ( 8ກຸມພາ 1924-8ກຸມພາ 2024) ແລະ ວັນສ້າງຕັ້ງພັກກອມມູນິດຫວຽດນາມ (3 ກຸມພາ 1930 – 3 ກຸມພາ 2024) ຄົບຮອບ 94 ປີ, ຈັດຂຶ້ນທີ່ສະໂມສອນຂອງເມືອງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ສົມເພັດ ບຸດສະດີ ກຳມະການພັກແຂວງ ເລຂາພັກເມືອງ, ເຈົ້າເມືອງໆສຸຂຸມາ, ພ້ອມທັງບັນຍາຍເອກະສານ 2 ວັນສຳຄັນດັ່ງກ່າວ, ເຊິ່ງມີຜູ້ເຂົ້າຮ່ວມຮັບຟັງຄັ້ງນີ້ ມີ ຮອງເລຂາພັກເມຶອງ, ຄະນະປະຈຳພັກເມືອງ, ຮອງເຈົ້າເມືອງ, ກຳມະການພັກເມືອງ, ກອງກໍ່ສ້າງຮາກຖານແຂວງຄົບຄະນະ, ຫົວໜ້າຫ້ອງການ, ຮອງຫ້ອງການ, ກຳລັງປະກອບອາວຸດ 2ກຳລັງ, ເລຂາຄະນະພັກຮາກຖານ 6 ກຸ່ມບ້ານ, ເລຂາຄະນະພັກຮາກຖານ 4 ບ້ານໃຫຍ່ ພ້ອມດ້ວຍ ພະນັກງານສະມາຊິກພັກທັງໝົດ ທີ່ມາຈາກກົມກອງ-ຫ້ອງການອ້ອມຂ້າງເມືອງ ມີຈຳນວນທັງໝົດ134 ສະຫາຍ, ຍິງ 27 ສະຫາຍ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa