
ໃນຕອນເຊົ້າ ຂອງວັນທີ 18 ກໍລະກົດ 2024 ຄະນະໂຄສະນາອົບຮົມເມືອງສຸຂຸມາ ຈັດພິທີ ປາຖະກະຖາ ວັນເກີດ ປະທານ ສຸພານຸວົງ (13.7.1909-13.7.2024) ຄົບຮອບ 115 ປີ, ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື (18/07/1977-18/07/2024) ຄົບຮອບ 47 ປີ, ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດ ນາມ ( 05/09/1962-05/09/2024 ) ຄົບຮອບ 62ປີ ແລະ ເອກະສານ ວັນເກີດຂອງທ່ານ ແອຣເນສໂຕເຈເກວາຣາ ຄົບຮອບ 96 ປີ ຢູ່ທີ່ສະໂມສອນເມືອງສຸຂຸມາ;

ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ນາງຄ່າຍແກ້ວ ສິງຫາວົງ, ຮອງເລຂາພັກເມືອງ ພ້ອມທັງ ບັນລະຍາຍ ເອກະສານ ວັນເກີດ ປະທານ ສຸພານຸວົງ (13.7.1909-13.7.2024) ຄົບຮອບ 115 ປີ, ທ່ານ ບົວລຽນເຜີຍບຸນຊົມ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ ຂື້ນບັນລະຍາຍ 2 ເອກະສານ ຄື ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 47 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 62ປີ, ເອກະສານ ວັນເກີດຂອງທ່ານ ແອຣເນສໂຕເຈເກວາຣາ ຄົບຮອບ 96 ປີ. ເຊີ່ງມີຜູ້ເຂົ້າຮ່ວມຮັບຟັງ ປາຖະກະຖາໃນຄັ້ງນີ້ມີ: ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ ແລະ ຮອງຫ້ອງການ, ກອງກໍ່ສ້າງຮາກຖານແຂວງ, ເລຂາ ຄະນະພັກຮາກຖານ 6 ກຸ່ມບ້ານ, 4 ບ້ານໃຫ່ຍ, ກຳລັງປະກອບອາວຸດທັງ 2 ກຳລັງ ແລະ ພະນັກງານ-ສາມະຊິກພັກ ທີ່ມາຈາກກົມກອງອ້ອມຂ້າງໃນທົ່ວເມືອງ, ຈຳນວນ 115 ຄົນ, ຍິງ 20 ຄົນ.

