ຄະນະໂຄສະນາອົບຮົມເມືອງປະທຸມພອນ ເປີດຮຽນສະໜັບສະໜູນ ຊຸດທີ I ປະຈຳປີ 2024

     ໃນຕອນເຊົ້າວັນທີ 28 ກຸມພາ 2024 ທີ່ຜ່ານມາ, ຢູ່ທີ່ສະໂມສອນເມືອງ ຄະນະໂຄສະນາອົບຮົມເມືອງປະທຸມພອນ ໄດ້ເປີດຮຽນສະໜັບສະໜູນ ຊຸດທີ I ປະຈຳປີ 2024. ໂດຍການໃຫ້ເປັນປະທານຂອງ ສະຫາຍ ບຸນໜັກ ຫຼວງອາໄພ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ; ພ້ອມຄະນະຮັບຜິດຊອບ ແລະ ມະຫາຊົນກ້າວໜ້າເຂົ້າຮ່ວມຈໍານວນ 32 ສະຫາຍ; ຍິງ 10 ສະຫາຍ ທີ່ມາຈາກກົມກອງອອ້ມຂ້າງເມືອງ ແລະ ຮາກຖານກຸ່ມບ້ານ. ຈຸດປະສົງ:.ເພື່ອເຮັດໃຫ້ມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສາມະຊີກພັກຮັບຮູ້, ເຂົ້າໃຈກ່ຽວກັບປະຫັວດຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ, ເຂົ້າໃຈກ່ຽວກັບມາດຕະຖານ, ເງື່ອນໄຂຜູ້ທີ່ຈະເຂົ້າເປັນສະມະຊີກພັກ, ຜົນປະໂຫຍດທີ່ສາມະຊິກພັກໄດ້ຮັບ ແລະ ເມື່ອໄດ້ເປັນສາມະຊິກພັກປະຊາຊົນປະຕິວັດລາວແລ້ວຈະປົກປ້ອງບົດບາດ, ກຽດສັກສີຂອງພັກ, ບົນພື້ນຖານຄວາມຮັບຮູ້ເຂົ້າໃຈເຮັດໃຫ້ມະຫາຊົນຜູ້ທີ່ຈະເຂົ້າເປັນສາມະຊີກພັກຕັ້ງໜ້າຝືກຝົນຫລໍ່ຫຼອມຕົນເອງໃຫ້ມີມາດຕາຖານ, ເງື່ອນໄຂຄົບຖ້ວນ ແລະ ມີຄວາມຕື່ນຕົວສະໝັກເຂົ້າເປັນສາມະຊິກພັກປະຊາຊົນປະຕິວັດລາວເພື່ອເພີ່ມກຳລັງແຮງສູ້ຮົບໃຫ້ແກ່ພັກນັບມື້ນັບຫຼາຍຂື້ນ.

ຈາກນັ້ນ ສະຫາຍ ບຸນໜັກ ຫຼວງອາໄພ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ ກໍ່ໄດ້ໃຫ້ກຽດຂື້ນຜ່ານເອກະສານອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກເຊີ່ງປະກອບມີ 13 ຄຳຖາມເຈາະຈີ້ມ, ມີ lll ພາກ: ພາກທີl: ຈຸດປະສົງລະດັບຄາດໝາຍ, ພາກທີll: ເປົ້າໝາຍ, ພາກທີlll: ເນື້ອໃນ ແລະ ວິທີຈັດຕັ້ງປະຕິບັດ, ພ້ອມທັງມີຄຳເຫັນໂອລົມຕໍ່ພິທີ ສະຫາຍໄດ້ກ່າວວ່າ: ໃຫ້ບັນດາສະຫາຍຕ້ອງເອົາໃຈໃສ່ຝຶກຝົນຫຼໍ່່ຫຼອມຕົນເອງໃຫ້ເປັນສາມະຊິກພັກທີ່ດີ, ໃຫ້ກໍາໄດ້ແນວທາງຂອງພັກ, ເປັນເຈົ້ານຳໜ້າໃນການປະຕິບັດໜ້າທີ່ວຽກງານໃນຂັ້ນຂອງຕົນ, ໃຫ້ມີຄວາມຫ້າວຫັນ ດຸໝັ່ນ ແລະ ໃຫ້ເອົາໃຈໃສ່ເຄົາລົບປະຕິບັດກົດລະບຽບຂອງພັກປະຊາຊົນປະຊາຊົນປະວັດລາວວາງອອກຢ່າງເຂັ້ມງວດ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa