ຄະນະໂຄສະນາອົບຮົມເມືອງປາກຊ່ອງ ຈັດຕັ້ງກອງປະຊຸມເຜີຍແຜ່, ເຊື່ອມຊືມເອກະສານການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ-ພະນັກງານ

            ໃນຕອນເຊົ້າ ຂອງວັນທີ 10 ມິຖຸນາ 2025 ຄະນະໂຄສະນາອົບຮົມປາກຊ່ອງ ໄດ້ຈັດຕັ້ງກອງປະຊຸມ ເຜີຍແຜ່, ເຊື່ອມຊືມເອກະສານການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ ເພື່ອດຳເນີນຊິວິການເມືອງໃນທົ່ວພັກ ແລະ ເອກະສານນິຕິກຳຂອງສູນກາງພັກ,ຂອງແຂວງ ກອງປະຊຸມໄດ້ຈັດຂຶ້ນທີ່ສະໂມສອນເມືອງປາກຊ່ອງ ໃຫ້ກຽດເປັນປະທານຂອງ ທ່ານ ບຸນລິດ ເທບບຸນສູງ ເລຂາພັກເມືອງ ເຈົ້າເມືອງໆ ປາກຊ່ອງ ມີ ທ່ານ ຄຳຂອດ ຮອງເລຂາ ຊີ້ນຳວຽກງານອົງການປົກຄອງເມືອງ ມີ ທ່ານ ແສງເດືອນ ສົມສະຫວັນ ຮອງເລຂາ ຊີ້ນຳວຽກງານ ການເມືອງ-ແນວຄິດ ມີ ທ່ານ ບຸນລຽບ ແກ້ວວົງສາ ກຳມະກາພັກເມືອງ ຫົວໜ້າ ປະທານກວດກາພັກເມືອງ, ມີ ທ່ານ ພາບ ໝື່ນຫຼວງ ຫົວໜ້າຄະນະໂຄ
ສະນາອົບຮົມເມືອງ, ມີບັນດາສະຫາຍເລຂາ ຄະນະພັກຮາກຖານ 10 ກຸ່ມ, ເລຂາໜ່ວຍພັກ, ຮອງໜ່ວຍພັກ, ຫົວຫນ້າຫ້ອງການ, ຮອງຫົວຫນ້າຫ້ອງການ, ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.

#ຂ່າວພາບໂດຍ:ຄະນະໂຄສະນາອົບຮົມເມືອງປາກຊ່ອງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa