ຄະນະໂຄສະນາອົບຮົມເມືອງປາກຊ່ອງ ຈັດພິທີຊຸມນຸມ ສະເຫຼີມສະຫຼອງ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 49 ປີ

ໃນຕອນເຊົ້າ ວັນທີ 04 ທັນວາ 2024 ຄະນະໂຄສະນາອົບຮົມເມືອງປາກຊ່ອງ ໄດ້ຈັດພິທີຊຸມນຸມ ສະເຫຼີມສະຫຼອງ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 49 ປີ ( 02 ທັນວາ 1975-02 ທັນວາ 2024 ) ແລະ ຕິດພັນກັບການເປີດຂະບວນການຂ່ຳນັບຮັບຕ້ອນ 3 ວັນປະຫວັດສາດ ປີ 2025 ແລະ ຂະບວນການສ້າງເສດຖະກິດເປັນເຈົ້າຕົ້ນເອງໃນໄລຍະໃໝ່ ທົ່ວເມືອງປາກຊ່ອງ.

        ພິທີ ໄດ້ຈັດຂື້ນທີ່ອະນຸສາວະລີ ທ່ານ ສີທົນ ກົມມະດຳ ເຊິ່ງໃຫ້ກຽດເຂົ້າຮ່ວມຫວນຄືນມູນເຊື້ອອັນສຳຄັນດັ່ງກ່າວໂດຍ: ທ່ານ ບຸນລິດ ເທບບຸນສູງ ວ່າການ ເຈົ້າເມືອງໆ ປາກຊ່ອງ ແລະ ໄດ້ວາງກະຕ່າດອກໄມ້, ພວງມະລາ ຢູ່ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ, ອະນຸສາວະລີ ຮ່ວມສຳພັນສູ້ຮົບລາວ-ຫວຽດ ແລະ ອະນຸສາວະລີ ທ່ານ ສີທົນ ກົມມະດຳ ຕາມລຳດັບ ຜູ້ຮ່ວມປະກອບມີ: ຄະນະບໍລິຫານພັກເມືອງ, ຫົວໜ້າຫ້ອງການ ພ້ອມດ້ວຍຄະນະ, ຫ້ອງການອອ້ມຂ້າງເມືອງ, ພະນັກງານກໍ່ສ້າງຮາກຖານ ແລະພະນັກງານ ອາວຸໂສບຳນານ, ກຳລັງ ປກສ ເເລະ ກຳລັງ ປກຊ ພ້ອມດ້ວຍ ນ້ອງນັກຮຽນເຍົາວະຊົນ ເເລະ ຊາວໜຸ່ມ ພ້ອມດ້ວຍຄູອາຈານ ແລະ ເລຂາ ຄະນະພັກຮາກຖານກຸ່ມເຂົ້າຮ່ວມຢ່າງພ່ອມພຽງ.

#ຂ່າວພາບໂດຍ: ຄະນະໂຄສະນາອົບຮົມປາກປາກຊ່ອງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa