ຄະນະໂຄສະນາອົບຮົມເມືອງປາກຊ່ອງ ໄດ້ຈັດພິທີປາຖະກະຖາວັນສຳຄັນຕ່າງໆຂອງພັກຂອງຊາດ

ໃນວັນທີ 26 ພະຈິກ 2024 ຄະນະໂຄສະນາອົບຮົມເມືອງປາກຊ່ອງ ໄດ້ຈັດພິທີປາຖະກະຖາວັນສຳຄັນຕ່າງໆຂອງພັກຂອງຊາດມີ:

• ວັນມະຫາປະຕິວັດເດືອນຕຸລາລັດເຊຍ (ຄົບຮອບ 107ປີ).
• ວັນເກີດຂອງທ່ານ ຟ ອັງເເກນ (ຄົບຮອບ 204ປີ).
• ວັນສາກົນຍຸດຕິການໃຊ້ຄວາມຮຸນເເຮງຕໍ່ເເມ່ຍິງ ແລະ ເດັກ (ຄົບຮອບ 64ປີ)

ພິທີໄດ້ຈັດຂື້ນທີ່ສະໂມສອນຂອງເມືອງ, ໂດຍໃຫ້ກຽດເຂົ້າຮ່ວມຫວນຄືນມູນເຊື້ອອັນສຳຄັນດັ່ງກ່າວໂດຍ ທ່ານ ຊັບພະທິບ ໄຊຍະວົງ ເລຂາພັກເມືອງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ມີ ທ່ານ ກິ່ງເເກ້ວ ເພັດນ້ຳໂຂງ ຄະນະປະຈຳພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ, ທ່ານ ນາງ ດວງວັນດອນ ໄຊຍະວາດ ປະທານສະຫາພັນຍິງເມືອງ, ມີ ບັນດາຫົວໜ້າຫ້ອງການ ພະນັກງານກໍ່ສ້າງຮາກຖານ ແລະ ພະນັກງານທັງໝົດໃນນີ້ກໍເພື່ອເເນໃສ່ ເອື້ອຍນ້ອງສະຫາພັນແມ່ຍິງ ພ້ອມດ້ວຍນ້ອງນ້ອຍນັກຮຽນເຂົ້າຮ່ວມ ໃນການສະເເດງບົດຟ້ອນ ແລະ ມີຈຳນວນເຂົ້າຮ່ວມທັງໝົດ 145 ຄົນ ຊາຍ 19ຄົນ.

#ຂ່າວພາບໂດຍ: ຄະນະໂຄສະນາອົບຮົມ ເມືອງປາຊ່ອງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa