ຄະນະໂຄສະນາອົບຮົມເມືອງຈຳປາສັກ ຈັດພິທີປາຖະກະຖາວັນສຳຄັນຂອງຊາດ-ຂອງພັກ 2 ວັນປະຫວັດສາດ

         ໃນຕອນເຊົ້າ ຂອງວັນທີ 12 ກຸມພາ 2024 ຄະນະໂຄສະນາອົບຮົມເມືອງຈຳປາສັກ ຈັດພິທີປາຖະກະຖາວັນສຳຄັນຂອງຊາດ-ຂອງພັກ 2 ວັນປະຫວັດສາດຄື: ລະນຶກວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ( 08 ກຸມພາ 1924 – 08 ກຸມພາ 2024 ) ແລະ ວັນສ້າງຕັ້ງສະຫະພັນກຳມະການລາວ ຄົບຮອບ 68 ປີ ( 01 ກຸມພາ 1956 – 01 ກຸມພາ 2024 ). ພາຍໃຕ້ການເຂົ້າຮ່ວມການເປັນປະທານ ຂອງສະຫາຍ ສີແພງ ດວງຊາ ຮອງເລຂາພັກເມືອງຜູ້ຊີ້ນຳວຽກພັກ-ພະນັກງານ, ມີ ຄະນະປະຈຳພັກເມືອງ, ຮອງປະທານສະຫະພັນກຳມະການແຂວງ, ຮອງເຈົ້າເມືອງ, ພະນັກງານຫັນລົງກໍ່ສ້າງຮາກຖານແຂວງປະຈຳເມືອງ, 2 ກຳລັງປະກອບອາວຸດ, ພະນັກງານລັດຖະກອນ, ອົງການຈັດຕັ້ງຂອງບ້ານພ້ອມດ້ວຍພະນັກງານ ຄູ-ອາຈານ ພາຍໃນກຸ່ມ I ຈຳປາສັກ ມີຈຳນວນພົນເຂົ້າຮ່ວມທັງໝົດ 246 ທ່ານ, ຍິງ 109 ທ່ານ ສະມາຊິກພັກ 172 ສະຫາຍ, ຍິງ 87 ສະຫາຍ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa