
ໃນຕອນເຊົ້າ ຂອງວັນທີ 21 ສິງຫາ 2024 ທີ່ຜ່ານມາ, ຄະນະໂຄສະນາອົບຮົມເມືອງຈຳປາສັກ ຈັດພິທີປາຖະກະຖາວັນສຳຄັນຂອງພັກຂອງຊາດເປັນຕົ້ນແມ່ນ 4 ວັນປະຫວັດສາດຄື: ວັນສ້າງຕັ້ງແນວລາວສ້າງຊາດ (13 ສິງຫາ 1950-13 ສິງຫາ 2024) ຄົບຮອບ 74 ປີ, ວັນສື່ມວນຊົນ (13 ສິງຫາ 1950-13 ສິງຫາ 2024)ຄົບຮອບ 74 ປີ, ວັນລັດຖະທຳມະນູນແຫ່ງ ສປປລ ລາວ (15 ສິງຫາ 1991-15 ສິງຫາ 2024) ຄົບຮອບ 33 ປີ, ວັນຢຶດອຳນາດ (23 ສິງຫາ 1945-23 ສິງຫາ 2024) ຄົບຮອບ 79 ປີ ແລະ (23 ສິງຫາ 1975-23 ສິງຫາ1945-23ສິງຫາ 2024) ຄົບຮອບ 49 ປີ.


ພາຍໃຕ້ການເຂົ້າຮ່ວມເປັນປະທານ ຂອງທ່ານ ສະຫວາດ ແກ້ວບັນດິດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຈຳປາສັກ, ໃນນັ້ນເຂົ້າຮ່ວມມີ ຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ,ກຳມະການພັກເມືອງ, ຫົວໜ້າຫ້ອງການ, ຮອງຫ້ອງການ, ພະນັກງານຮາກຖານແຂວງປະຈຳເມືອງ, 2ກຳລັງປະກອບອາວຸດ, ພ້ອມດ້ວຍ ພະນັກງານລັດຖະກອນທັງໝົດເຂົ້າຮ່ວມຢ່າງຝົດຟື້ນ. ມີຈຳນວນພົນເຂົ້າຮ່ວມທັງໝົດ 239 ຄົນ ຍິງ 95 ຄົນ ສະມາຊິກພັກ 112 ສະຫາຍ ຍິ່ງ 90 ສະຫາຍ.

