ຄະນະໂຄສະນາອົບຮົມເມືອງຈຳປາສັກ ໄດ້ຈັດພິທີ ປາຖະກະຖາ 3 ວັນປະຫວັດສາດ

ໃນຕອນເຊົ້າ ຂອງວັນທີ 19 ກໍລະກົດ 2024 ຄະນະໂຄສະນາອົບຮົມເມືອງຈຳປາສັກ ໄດ້ຈັດພິທີ ປາຖະກະຖາ 3 ວັນປະຫວັດສາດຄື: ວັນຄ້າຍວັນເກີດຂອງ ປະທານ ສຸພານຸວົງ ຄົບຮອບ 115 ປີ ( 13 ກໍລະກົດ 1909 – 13 ກໍລະກົດ 2024 ), ວັນເຊັນສົນທິສັນຍາມິດຕະພາບ – ການຮ່ວມມືຫວຽດນາມ ຄົບຮອບ 47 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ – ຫວຽດນາມ ຄົບຮອບ 62 ປີ, ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ ( 20 ກໍລະກົດ 1955 – 20 ກໍລະກົດ 2024 ).

                ໃຫ້ກຽດເຂົ້າຮ່ວມການເປັນປະທານຂອງ ທ່ານ ສີແພງ ດວງຊາ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກພັກ- ການເມືອງ-ແນວຄິດ ໃຫ້ແກ່ພະນັກງານ, ທ່ານ ສີຈະເລີນໄຊ ສີລາເພັດ ຄະນະປະຈຳພັກເມືອງ ປະທານກວດກາ – ພັກລັດເມືອງ ໃນນັ້ນມີ ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານຫັນລົງກໍ່ສ້າງຮາກຖານແຂວງປະຈຳເມືອງ, 2ກຳລັງປະກອບອາວຸດ, ຄະນະບໍລິຫານງານສະຫະພັນແມ່ຍິງເມືອງ, ສະມາຊິກສະຫະພັນແມ່ຍິງທົ່ວເມືອງ ເຂົ້າຮ່ວມທັງໝົດ 176 ຍິງ, 106 ສະມາຊິກພັກ 144 ສະຫາຍ, ຍິງ 92 ສະຫາຍ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa