
ໃນຕອນເຊົ້າ ຂອງວັນທີ 09 ພຶດສະພາ 2024 ຄະນະໂຄສະນາອົບຮົມເມືອງຈຳປາສັກ ຈັດພິທີປະຖະກະຖາ ວັນສຳຄັນຂອງພັກຂອງຊາດເປັນຕົ້ນແມ່ນ 7 ວັນປະຫວັດສາດຄື: ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທົ່ງໄຫຫີນແຂວງຊຽງຂວາງ ຄົບຮອບ 65 ປີ ( 18.5.1959-18.5.2024 ), ວັນວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງຜູ້ນຳພັກ ແລະ ແນວລາວສ້າງຊາດ ຄົບຮອບ 64 ປີ( 24.5.1960-24.5.2024 ), ວັນໄຊຊະນະດຽນບຽນຟູ ຄົບຮອບ 70 ປີ ( 7.5.1954-7.5.2024 ), ວັນໄຊຊະນະສະຫະພາບໂຊຫວຽດເໜືອຟາຊິດເຢຍລະມັນ ສົງຄາມໂລກຄັ້ງທີ 2 ຄົບຮອບ 79 ປີ ( 7.5.1945-7.5.2024 ), ວັນເກີດ ປະທານ ໂຮຈິມິນ ຄົບຮອບ 134 ປີ ( 19.5.1890-19.5.2024 ), ວັນເກີດ ທ່ານ ກາກມາກ ຄົບຮອບ 206 ປີ ( 5.5.1818-5.5.2024 ), ວັນກຳມະກອນສາກົນ ຄົບຮອບ 138 ປີ ( 1.5.1886-1.5.2024 ).


ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຄຳພູ ສີພົມມາ ຮອງເຈົ້າເມືອງໆຈຳປາສັກ ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານຮາກຖານແຂວງປະຈຳເມືອງ, ເລຂາຄະນະພັກຮາກຖານກຸ່ມ l ຈຳປາສັກ 2ກຳລັງປະກອບອາວຸດ ພະນັກງານລັດຖະກອນກົມກອງອ້ອມຂ້າງເມືອງພ້ອມດ້ວຍເລຂາພັກບ້ານ 14 ບ້ານໃນກຸ່ມ l ຈຳປາສັກເຂົ້າຮ່ວມຢ່າງຟົດຟື້ນ ມີຈຳນວນພົນເຂົ້າຮ່ວມທັງໝົດ 212 ທ່ານ ຍິງ 92 ທ່ານ ສະມາຊິກພັກ 163 ສະຫາຍ ຍິງ 55.
#ຂ່າວພາບໂດຍ: ຄະນະໂຄສະນາອົບຮົມເມືອງຈຳປາສັກ.