ຄະນະພັກຮາກຖານ​ ຄະນະ​ໂຄສະນາ​ອົບຮົມ​ແຂວງຈໍາປາສັກ​ ສໍາເລັດກອງປະຊຸມໃຫຍ່​ ຄະນະພັກຮາກຖານ​ ຄັ້ງທີ​ I​

               ວັນທີ 9 ກໍລະກົດ​ 2026​, ຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງຈໍາປາສັກ ໄດ້​ດໍາເນີນ​ກອງປະຊຸມໃຫຍ່ຄະນະພັກຮາກຖານ ຄັ້ງທີ​ I.​ ກອງປະຊຸມຈັດຂຶ້ນຢູ່ຫ້ອງ​ປະຊຸມ​ຫ້ອງວ່າການແຂວງ​ ໂດຍການເປັນປະທານຮ່ວມຂອງ ສະຫາຍ​ ສຸພາ​ບ​ ທໍາມະ​ຮັກສາ​ ຮອງເລຂາ​ຄະນະ​ບໍລິຫານງານ​ພັກແຂວງ​ ຜູ້ຊີ້ນໍາ​ວຽກງານ​ການເມືອງ​ -​ ແນວຄິດ,​ ວຽກງານ​ພັກ​ -​ ພະນັກງານ, ວຽກງານ​ສະຫະພັນ​ນັກ​ຮົ​ບເກົ່າ​ ແລະ​ ອົງ​ການ​ຈັດຕັ້ງ​ມະຫາຊົນ​ ຂັ້ນແຂວງ,​ ສະຫາຍ​ ສົມສີ​ ມະນີ​ນິນ​ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ,​ ສະຫາຍ ປະດິດ​ ວັນນະ​ລັດສະໝີ​ ຄະນະປະຈໍາ​ພັກແຂວງ ເລຂາຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງ. ມີຄະນະກຳມະການບຸກຄະລາກອນຂັ້ນແຂວງ,​ ຄະນະພັກ​ຮາກຖານ, ເລຂາ​ -​ ຄະນະໜ່ວຍພັກ​ ແລະ​ ສະມາຊິກພັກ​ ຈາກ​ໜ່ວຍພັກ​ ແລະ​ ຈຸພັກທີ່ຂຶ້ນກັບຄະນະພັກຮາກຖານ​ຄະນະ​ໂຄສະນາ​ອົບຮົມ​ແຂວງ​ ເຂົ້າຮ່ວມ.​

        ໂອກາດກ່າວເປີດກອງປະຊຸມ ສະຫາຍ​ ປະດິດ​ ວັນນະ​ລັດສະໝີ​ ຄະນະປະຈໍາ​ພັກແຂວງ ເລຂາຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງ​ ມີຄໍາເຫັນວ່າ: ກອງປະຊຸມໃຫຍ່​ ຄັ້ງທີ I ຂອງຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງ​ ໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ແລະ ສຸດທີ່ມີຄວາມໝາຍສໍາຄັນ,​ ຍ້ອນແນວນັ້ນ, ຂ້າພະເຈົ້າ​ ຂໍຮຽກຮ້ອງຜູ້ແທນກອງປະຊຸມ ຈົ່ງເຊີດຊູຄວາມຮັບຜິດຊອບຂອງຕົນໃຫ້ສູງ ໃນການປະກອບຄຳເຫັນຢ່າງຕັ້ງໜ້າ ແລະ ຕົກລົງບັນຫາຕ່າງໆໃຫ້ຖືກຕ້ອງ ເຮັດໃຫ້ກອງປະຊຸມ ໃຫຍ່ຄັ້ງນີ້ບັນລຸຜົນສໍາເລັດຢ່າງສູງ.​


ຕໍ່ມາ,​ ສະຫາຍ​ ປອ.ວັນນະ​ລາ​ ສຸດທິຈັກ ຮອງເລຂຄະນະພັກຮາກຖານ​ ຄະນະໂຄສະນາອົບຮົມແຂວງ​ ກໍໄດ້ຜ່ານບົດລາຍງານ​ການເມືອງ​ທັງ​ 2 ພາກ​ ເຊິ່ງໄດ້ລາຍງານ ແລະ ຕີລາຄາການນໍາພາ​ – ຊີ້ນໍາວຽກງານການເຄື່ອນໄຫວໃນໄລຍະສ້າງຕັ້ງຄະນະພັກຮາກຖານ 6 ເດືອນທີ່ຜ່ານມາ​ ທີ່ໄດ້ສ້າງຕັ້ງຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງ, ຄະນະພັກ ໄດ້ເອົາໃຈໃສ່ນຳພາ​ – ຊີ້ນຳໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI, XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ ເຂົ້າສູ່ເນື້ອໃນວຽກງານຕົວຈິງຢ່າງມີຈຸດສຸມ,​ຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງ ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ເຄື່ອນໄຫວຢ່າງເປັນທາງການ ນັບແຕ່ເດືອນທັນວາ ປີ 2025 ເປັນຕົ້ນມາ; ເປັນອົງການເສນາທິການ ທີ່ຂຶ້ນກັບອົງຄະນະພັກແຂວງ, ມີພາລະບົດບາດເປັນແກນນຳໃນການນຳພາ​ – ຊີ້ນຳ ວຽກງານການເມືອງ​ – ແນວຄິດ ກໍຄືວຽກງານໂຄສະນາອົບຮົມແນວທາງ, ນະໂຍບາຍຂອງພັກ​ – ລັດ ໃນຂອບເຂດທົ່ວແຂວງ; ມີ 3 ໜ່ວຍພັກຂຶ້ນກັບ​ ຄື: ໜ່ວຍພັກຂະແໜງຫ້ອງການ ແລະ ສັງລວມ, ໜ່ວຍພັກຂະແໜງອົບຮົມ, ໜ່ວຍພັກຂະແໜງ​ສື່ມວນຊົນ,​ ປັດຈຸບັນ​ ມີສະມາຊິກພັກທັງໝົດ​ 83 ສະຫາຍ.​ ພ້ອມນີ້,​ ຍັງໄດ້ວາງຄາດໝາຍສູ້ຊົນ, ກຳນົດບັນດາທິດທາງ, ໜ້າທີ່ລວມໄລຍະ 5 ປີ (2026 -​ 2030) ພາຍໃຕ້ຄຳຂວັນ ” ເພີ່ມທະວີບົດບາດການນໍາພາຂອງຄະນະພັກ, ຍົກສູງຈິດໃຈເອກະລາດເປັນເຈົ້າຕົນເອງ, ຕັ້ງໜ້າສ້າງການຫັນປ່ຽນໃນວຽກງານໂຄສະນາອົບຮົມ ໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ ”.​


ພ້ອມນີ້,​ ສະຫາຍ​ ສົມສີ​ ມະນີ​ນິນ​ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ​ ຕາງໜ້າຄະນະປັບປຸງກົງຈັກການຈັດຕັ້ງພັກ -​ ລັດ​ ຂັ້ນແຂວງ​ ກໍໄດ້ຜ່ານມາດຕະຖານ, ເງື່ອນໄຂຂອງຜູ້ທີ່ຈະລົງສະໝັກຮັບເລືອກຕັ້ງເຂົ້າໃນຄະນະພັກຮາກຖານຊຸດໃໝ່,​ ມາດຕະຖານເງື່ອນໄຂຂອງພະນັກງານນຳພາ​ – ຄຸ້ມຄອງ​ ໂດຍປະຕິບັດຕາມ ມະຕິຂອງກົມການເມືອງສູນກາງພັກ ເລກທີ 030/ກມສພ, ລົງວັນທີ 3 ມັງກອນ​ 2018 ວ່າດ້ວຍມາດຕະຖານຂອງພະນັກງານນໍາພາ​ – ຄຸ້ມຄອງ ເພື່ອເປັນບ່ອນອີງໃຫ້ແກ່ການປ່ອນບັດເລືອກຕັ້ງເອົາຄະນະພັກຮາກຖານ​ ຄະນະໂຄສະນາອົບຮົມແຂວ​ງ ຊຸດໃໝ່​ ໂດຍຍົກໃຫ້ເຫັນມາດຕະຖານລວມ​ ເປັນຕົ້ນແມ່ນດ້ານຄຸນທາດການເມືອງ,​ ດ້ານຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນດໍາລົງຊີວິດ, ດ້ານຄວາມຮູ້​ – ຄວາມສາມາດ, ດ້ານແບບແຜນການນໍາພາ ແລະ​ ວິທີເຮັດວຽກ,​ ດ້ານສຸຂະພາບ.​ ນອກນີ້,​ ຍັງຍົກໃຫ້ເຫັນມາດຖານສະເພາະ ຕາມມະຕິຂອງກົມການເມືອງສູນກາງພັກ ເລກທີ 030/ກມສພ​ ຕື່ມອີກ.

              ກອງປະຊຸມຄັ້ງນີ້, ຜູ້ແທນ​ກອງປະຊຸມ​ ຍັງໄດ້ໃຊ້ສິດປະຊາທິປະໄຕ ຂອງຕົນ​ ປ່ອນບັດເລືອກຕັ້ງເອົາຄະນະພັກຮາກຖານຊຸດໃໝ່ ຄັ້ງທີ I ​ບົນພື້ນຖານຄວາມຖືກຕ້ອງ ສອດຄ່ອງກັບມາດຖານເງື່ອນໄຂທີ່ກຳນົດໄວ້ ເຊິ່ງມີຜູ້ອອກສະໝັກເລືອກຕັ້ງ 9 ສະຫາຍ,​ ຍິງ​ 2​ ສະຫາຍ,​ ໃນນັ້ນ​ ເລືອກເອົາ 7 ສະຫາຍ.​ ຜ່ານການປ່ອນບັດຕົວຈິງ ສາມາດເລືອກໄດ້ຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງ​ ສະໄໝທີ​ I​ ຈໍານວນ 7 ສະຫາຍ,​ ຍິງ 1 ສະຫາຍ​ ຄື: ສະຫາຍ​ ປະດິດ​ ວັນນະ​ລັດສະໝີ, ສະຫາຍ ປອ.​ວັນນະ​ລາ​ ສຸດທິຈັກ,​ ສະຫາຍ ນາງ​ ສຸກສົມພອນ​ ພົນອາສາ,​ ສະຫາຍ ນະ​ ຂັນທະວົງ, ສະຫາຍ ຄໍາ​ປະສົງ​ ພົມມະວົງ,​ ສະຫາຍ​ ສົມພອນ​ ວິໄລສົມ ແລະ​ ​ສະຫາຍ ມົນທຽນ​ ໄຊຍະສິດ. ກອງປະຊຸມຄັ້ງປະຖົມມະລຶກ ເປັນເອກະສັນຢ່າງສົມບູນ ເລືອກເອົາເລຂາ, ຮອງເລຂາ, ປະທານ ແລະ ຮອງປະທານກວດກາຄະນະພັກຮາກຖານ ໂດຍເລືອກເອົາ ສະຫາຍ ປະດິດ​ ວັນນະລັດສະໝີ ເປັນເລຂາຄະນະພັກຮາກຖານ​ຄະນະໂຄສະນາອົບຮົມແຂວງ​ ສະໄໝທີ​ I, ສະຫາຍ ປອ.ວັນນະລາ ສຸດທິຈັກ ເປັນຮອງເລຂາຄະນະພັກຮາກຖານ, ສະຫາຍ ນາງ​ ສຸກສົມ​ພອນ​ ພົນອາສາ ເປັນປະທານກວດກາຄະນະພັກຮາກຖານ,​ ສະຫາຍ ນາງ.ພອນທິບ​ ແກ້ວປະເສີດ ແລະ​ ສະຫາຍ ເມທີ ທິບພະໄກສອນ ເປັນ​ຮອງປະທານກວດກາຄະນະພັກຮາກຖານ.​ ຈາກນັ້ນ,​ ກໍ​ໄດ້ມອບ​ຊໍ່ດອກໄມ້​ ໃຫ້ແກ່ຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງ​ ຊຸດທີ I​, ໃຫ້ກຽດ​ມອບໂດຍ​ ສະຫາຍ​ ສຸພາບ​ ທໍາມະ​ຮັກສາ​ ຮອງເລຂາ​ຄະນະ​ບໍລິຫານງານ​ພັກແຂວງ​. ຕອນທ້າຍ​ກອງປະຊຸມ​ ສະຫາຍ​ ສຸພາບ​ ທໍາມະ​ຮັກສາ​ ກໍມີຄໍາເຫັນໂອ້ລົມຊີ້ທິດເຍືອງທາງ ແກ່ຄະນະພັກຮາກ​ຄະນະໂຄສະນາອົບຮົມແຂວງ ຊຸດທີ​ I​ ເພື່ອເປັນບ່ອນອີງ ໃນການນໍາພາ -​ ຊີ້ນໍາ ວຽກງານໃນຕໍ່ໜ້າ​ ໃຫ້ມີ​ຜົນສໍາເລັດ​ໃໝ່​ໃຫຍ່ຫຼວງ​ກວ່າເກົ່າ​.

* ຂ່າວ-ພາບ​: ທູນທອງໃຈ​ *

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa