
ໃນຕອນເຊົ້າຂອງວັນທີ 20 ມິຖຸນາ 2025 ຄະນະພັກຮາກຖານພະແນກພະລັງງານ ແລະ ບໍ່ແຮ່ແຂວງ ເປີດຊຸດອົບຮົມທິດສະດີ-ແນວທາງຂອງພັກ ໄລຍະສັ້ນຊຸດທີ I ປະຈໍາປີ 2025 ຂຶ້ນຢູ່ທີ່ຫ້ອງປະຊຸມລັດວິສາຫາກິດໄຟຟ້າລາວ ສາຂາແຂວງຈໍາປາສັກ, ໂດຍການເປັນປະທານກ່າວເປີດ ຂອງທ່ານ ບຸນປັນ ມະຫາລາດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີ ຄະນະພັກຮາກຖານ, ຄະນະໜ່ວຍພັກ, ຄະນະຮັບຜິດຊອບ, ຄູ-ອາຈານ ຈາກຄະນະໂຄສະນາອົບຮົມແຂວງ ແລະ ພະນັກງານນໍາພາຄຸ້ມຄອງທີ່ເຂົ້າຝຶກອົບຮັມໃນຄັ້ງນີ້ ຈໍນວນ 49 ສະຫາຍ, ຍິງ 09 ສະຫາຍເຂົ້າຮ່ວມ.
ໃນພິທີ ທ່ານ ບຸນປັນ ມະຫາລາດ ຮອງຫົວຫນ້າຄະນະໂຄສະນາອົບຮົມແຂວງ ປະທານກອງປະຊຸມ ໄດ້ກ່າວວ່າ: ໂດຍປະຕິບັດຕາມມະຕິຂອງກົມການເມືອງສູນກາງພັກ ກ່ຽວກັບທິດທາງໜ້າທີ່ຕົ້ນຕໍ ແລະ ມາດຕະການລວມ ຂອງ ວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່ ກໍຄື ການຊີ້ນໍາຂອງຄະນະໂຄສະນອົບຮົມສູນກາງພັກ ທີ່ເປັນເຈົ້າການຄົ້ນຄວ້າ, ປັບປຸງເນື້ອໃນ ເອກະສານສຶກສາອົບຮົມຄວາມຮູ້ພື້ນຖານ ທິດສະດີແນວທາງຂອງພັກ ແລະ ບັນດາບົດຮຽນຈໍານວນໜຶ່ງໃຫ້ສະມາຊິກພັກ, ພະນັກງານ ທີ່ເປັນຫົວຈັກຫຼັກແຫຼ່ງ ໄດ້ຄົ້ນຄວ້າເຊື່ອມຊຶມ ແລະ ກຳແໜ້ນຢ່າງເລິກເຊິ່ງ.

ມື້ນີ້, ຢູ່ໃນທົ່ວຮາກຖານພັກພະແນກ ພະລັງງານ-ບໍ່ແຮ່ ກໍໄດ້ເປັນເຈົ້າການ ປະສານງານກັບ ພາກສ່ວນກ່ຽວຂ້ອງ ເປີດຊຸດອົບຮົມຄວາມຮູ້ພື້ນຖານດ້ານທິດສະດີແນວທາງຂອງພັກໃຫ້ພະນັກງານທີ່ສັງກັດ ໃນຄວາມຮັບຜິດຊອບຂອງຕົນຂຶ້ນຢ່າງເປັນທາງການ, ບັ້ນຝຶກອົບຮົມຈະໄດ້ດໍາເນີນໄປເປັນເວລາ 10 ວັນ, ຖ້າທຽບໃສ່ກັບເນື້ອໃນແລ້ວ ກໍຖືວ່າບໍ່ດົນ, ເພາະເນື້ອໃນມີພຽງ 14 ບົດ, ການອົບຮົມຄະນະຮັບຜິດຊອບ ແມ່ນຈະໄດ້ເອົາການບັນຍາຍເອກະສານເປັນພື້ນຖານ, ເອົາການຄົ້ນຄວ້າ, ສົນທະນາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນພາຍໃນຈຸໜ່ວຍເປັນອັນຕົ້ນຕໍ ສະນັ້ນ; ນັກສໍາມະນາກອນ ຕ້ອງມີວິທີການ ແລະ ທັດສະນະທ່າທີອັນຕັ້ງໜ້າ, ຍົກສູງຄວາມຮັບ ຜິດຊອບຂອງຕົນ ເຂົ້າຮ່ວມການຝຶກອົບຮົມຕາມລະບຽບ ແລະ ວາລະດໍາເນີນຢ່າງສະເໝີຕົ້ນສະເໝີປາຍ; ສະແດງເຖິງຄວາມເປັນເຈົ້າການຄົ້ນຄວ້າໃຫ້ເລິກເຊິ່ງ, ປະກອບຄໍາຄິດເຫັນໃສ່ເນື້ອໃນແຕ່ລະບົດ ແລະ ວິທີການຝຶກອົບຮົມ ລວມທັງວິທະຍາກອນລາຍບຸກຄົນ ທີ່ມາບັນຍາຍເອກະສານໃນຄັ້ງນີ້ຢ່າງຈິງຈັງ, ກ້າເວົ້າຄວາມຈິງ ອັນໃດແມ່ນດ້ານດີທີ່ຕັ້ງໜ້າ, ອັນໃດແມ່ນດ້ານອ່ອນ ຂໍ້ຂາດຕົກບົກຜ່ອງ ເພື່ອນໍາໄປສົ່ງເສີມ ແລະ ປັບປຸງແກ້ໄຂໃຫ້ມີທ່ວງທ່າທີ່ດີຂຶ້ນກວ່າເກົ່າ ໃນການຈັດຕັ້ງປະຕິ ບັດຂັ້ນຕໍ່ໄປ.


