ຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງຈໍາປາສັກ
ສໍາເລັດການທາບທາມບຸກຄະລາກອນເຂົ້າໃສ່ໂຄງປະກອບຄະນະພັກຮາກຖານ

ວັນທີ 29 ມິຖຸນາ 2026, ຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງຈໍາປາສັກ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນເຂົ້າໃສ່ໂຄງປະກອບຄະນະພັກຮາກຖານ ຮອບທີ 1 ແລະ ຮອບທີ 2. ກອງປະຊຸມຈັດຂຶ້ນຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງສະຫາຍ ສຸພາບ ທໍາມະຮັກສາ ຮອງເລຂາຄະນະບໍລິຫານງານພັກແຂວງ ຜູ້ຊີ້ນໍາວຽກງານການເມືອງ - ແນວຄິດ, ວຽກງານພັກ - ພະນັກງານ ແລະ ວຽກງານອົງການຈັດຕັ້ງມະຫາຊົນ, ສະຫາຍ ສົມສີ ມະນີນິນ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ສະຫາຍ ປະດິດ ວັນນະລັດສະໝີ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົບແຂວງ. ມີຄະນະ ປັບປຸງກົງຈັກການຈັດຕັ້ງພັກ - ລັດຂັ້ນແຂວງ, ຄະນະພັກ - ຄະນະນໍາຄະນະໂຄສະນາອົບຮົມແຂວງ, ເລຂາ - ຮອງເລຂາໜ່ວຍພັກ, ຫົວໜ້າ - ຮອງຫົວໜ້າຈຸພັກ, ສະມາຊິກພັກພາຍໃນຄະນະໂຄສະນາອົບຮົມ ເຂົ້າຮ່ວມ.

ໃນກອງປະຊຸມ, ສະຫາຍ ປະດິດ ວັນນະລັດສະໝີ ໄດ້ຜ່ານບົດລາຍງານໂດຍສັງເຂບໃນການຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນໃນວຽກງານສຶກສາອົບຮົມການເມືອງ – ແນວຄິດ, ວຽກງານໂຄສະນາ – ປາຖະກະຖາ, ວຽກງານຂໍ້ມູນຂ່າວສານ ແລະ ສື່ມວນຊົນ ທີ່ສາມາດເຄື່ອນໄຫວຮັບໃຊ້ໜ້າທີ່ການເມືອງຢ່າງມີປະສິດທິຜົນ, ປະກອບສ່ວນເຂົ້າໃນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຢ່າງຕໍ່ເນື່ອງ.




ໃນກອງປະຊຸມ, ສະຫາຍ ປະດິດ ວັນນະລັດສະໝີ ໄດ້ຜ່ານບົດລາຍງານໂດຍສັງເຂບໃນການຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນໃນວຽກງານສຶກສາອົບຮົມການເມືອງ – ແນວຄິດ, ວຽກງານໂຄສະນາ – ປາຖະກະຖາ, ວຽກງານຂໍ້ມູນຂ່າວສານ ແລະ ສື່ມວນຊົນ ທີ່ສາມາດເຄື່ອນໄຫວຮັບໃຊ້ໜ້າທີ່ການເມືອງຢ່າງມີປະສິດທິຜົນ, ປະກອບສ່ວນເຂົ້າໃນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຢ່າງຕໍ່ເນື່ອງ.
ຕໍ່ມາ, ຄະນະປັບປຸງກົງຈັກການຈັດຕັ້ງພັກ - ລັດ ຂັ້ນແຂວງ ກໍ ໄດ້ຜ່ານມາດຕະຖານ, ເງື່ອນໄຂຂອງຜູ້ທີ່ຈະລົງສະໝັກຮັບເລືອກຕັ້ງເຂົ້າໃນຄະນະພັກຮາກຖານຊຸດໃໝ່ ມາດຕະຖານເງື່ອນໄຂຂອງພະນັກງານນຳພາ – ຄຸ້ມຄອງ, ໂດຍປະຕິບັດຕາມ ມະຕິຂອງກົມການເມືອງສູນກາງພັກ ເລກທີ 030/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍມາດຕະຖານຂອງພະນັກງານນໍາພາ – ຄຸ້ມຄອງ ເພື່ອເປັນບ່ອນອີງໃຫ້ແກ່ການທາບທາມເອົາຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງ ໂດຍຍົກໃຫ້ເຫັນມາດຕະຖານລວມ ເປັນຕົ້ນແມ່ນດ້ານຄຸນທາດການເມືອງ, ດ້ານຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນດໍາລົງຊີວິດ, ດ້ານຄວາມຮູ້-ຄວາມສາມາດ, ດ້ານແບບແຜນການນໍາພາ ແລະ ວິທີເຮັດວຽກ, ດ້ານສຸຂະພາບ. ນອກນີ້, ຍັງຍົກໃຫ້ເຫັນມາດຖານສະເພາະ ຕາມມະຕິຂອງກົມການເມືອງສູນກາງພັກ ເລກທີ 030/ກມສພ ເປັນຕົ້ນແມ່ນ ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄວາມບໍລິສຸດສັດຊື້ຕໍ່ພັກ, ຕໍ່ການຈັດຕັ້ງ, ຕໍ່ປະຊາຊົນ, ມີຫຼັກໝັ້ນມິດ – ສັດຕູຈະແຈ້ງ, ເປັນເອກະພາບສູງກັບແນວທາງປ່ຽນແປງໃໝ່ຂອງພັກ ແລະ ຮູ້ຈັດຕັ້ງຜັນຂະຫຍາຍແນວທາງ, ມະຕິ, ຄໍາສັ່ງຂອງພັກ, ລະບຽບ, ກົດໝາຍຂອງລັດ ແລະ ແຜນພັດທະນາເສດຖະກິດ-ສັງຄົມເຂົ້າໃນໜ້າທີ່ ການເມືອງຂອງຕົນທີ່ຖືກມອບໝາຍ, ມີປະສົບການ ແລະ ສໍາເລັດໜ້າທີ່ຕຳແໜ່ງນໍາພາ – ຄຸ້ມຄອງໃດໜຶ່ງມາກ່ອນ.
ໂອກາດນີ້, ສະຫາຍ ສຸພາບ ທໍາມະຮັກສາ ຮອງເລຂາຄະນະບໍລິຫານງານພັກແຂວງ ຜູ້ຊີ້ນໍາວຽກງານການເມືອງ - ແນວຄິດ, ວຽກງານພັກ - ພະນັກງານ ແລະ ວຽກງານອົງການຈັດຕັ້ງມະຫາຊົນ, ກໍມີຄໍາເຫັນຊີ້ນໍາວ່າ: ການທາບທາມບຸກຄະລາກອນ ເຂົ້າໃສ່ໂຄງປະກອບຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງ ຄັ້ງນີ້ ສຸດທີ່ມີຄວາມສໍາຄັນ, ຍ້ອນແນວນັ້ນ, ຜູ້ເຂົ້າຮ່ວມຕ້ອງກໍາແໜ້ນມາດຕະຖານລວມ ແລະ ມາດຕະຖານສະເພາະຂອງບຸກຄະລາກອນຜູ້ທີ່ຈະຄັດເລືອກເຂົ້າໃສ່ໂຄງປະກອບຄະນະພັກຮາກຖານ ພ້ອມທັງຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ໃນຖານະເປັນສະມາຊິກພັກ ຕ້ອງແຍກແຍະ ເລື່ອງສ່ວນລວມ ແລະ ເລື່ອງສ່ວນຕົວ ເພື່ອເລືອກເອົາບຸກຄົນທີ່ມີມາດຕະຖານ, ເງື່ອນໄຂໂດດເດັ່ນກວ່າໝູ່ ເຂົ້າໃນໂຄງປະກອບຄະນະພັກຮາກຖານ ເພື່ອເຮັດໜ້າທີ່ໃນການນໍາພາ - ຊີ້ນໍາ ໃຫ້ມີຄວາມສອດຄ່ອງ ບົນພື້ນຖານກົດລະບຽບພັກ, ເຄົາລົບເຊິ່ງກັນ ແລະ ກັນ.



ຈາກນັ້ນ, ຄະນະປັບປຸງກົງຈັກການຈັດຕັ້ງ ພັກ – ລັດ ຂັ້ນແຂວງກໍດໍາເນີນການທາບທາມ ໂດຍແຈກຢາຍບັດ ແລະ ແນະນໍາວິທີການຂີດບັດທາບທາມບຸກຄະລາກອນເຂົ້າໃສ່ໂຄງປະກອບຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງ ເພື່ອຄັດເລືອກເອົາຜູ້ທີ່ມີມາດຖານ, ເງື່ອນໄຂຄົບຖ້ວນ, ມີຄວາມຮູ້ຄວາມສາມາດ ແລະ ຄຸນສົມບັດສິນທຳປະຕິວັດ ເຂົ້າເປັນຄະນະພັກຮາກຖານຊຸດໃໝ່. ຮອບທີ 1 ແມ່ນທາບທາມແບບເປີດກວ້າງ, ຮອບທີ 2, ມີຜູ້ອອກທາບທາມ 11 ສະຫາຍ, ຂີດອອກ 2 ສະຫາຍ, ຮັກສາໄວ້ 9 ສະຫາຍ.
ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ແລະ ຄວາມຮັບຜິດຊອບການເມືອງຂອງຕົນ ເຂົ້າໃນການປ່ອນບັດທາບທາມບຸກຄະລາກອນຮອບທີ 1 ແລະ ຮອບທີ 2. ໃນກອງປະຊຸມ ຍັງໄດ້ຜ່ານ ແລະ ປະກອບຄຳເຫັນໃສ່ (ຮ່າງ) ບົດລາຍງານການເມືອງ ແລະ ບົດສຳຫຼວດການນຳພາລວມ ຂອງຄະນະພັກຮາກຖານ ເພື່ອປັບປຸງເນື້ອໃນໃຫ້ມີຄວາມສົມບູນ, ຄົບຖ້ວນ ແລະ ເລິກເຊິ່ງ ໂດຍສະເພາະແມ່ນການກຳນົດທິດທາງແຜນການ 5 ປີຕໍ່ໜ້າ ໃຫ້ສອດຄ່ອງກັບຈຸດພິເສດ ແລະ ຄວາມຮຽກຮ້ອງຕ້ອງການຂອງວຽກງານການເມືອງໃນໄລຍະໃໝ່.
* ຂ່າວ-ພາບ: ທູນທອງໃຈ *