ແຂວງຈຳປາສັກ ຈັດງານອ່ວຍພອນວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100ປີ ທີ່ ເມືອງໂຂງ ແຂວງຈຳປາສັກ

     ໃນຄັ້ງວັນທີ 12 ກຸມພາ 2024 ຄະນະພັກ ຄະນະນຳຂອງແຂວງຈຳປາສັກ ນຳໂດຍ ທ່ານ ປອ ວິໄລວົງ ບຸດດາຄຳ ເລຂາພັກແຂວງ, ເຈົ້າແຂວງ ໄດ້ນຳພາສ້າງຂະບວນຂີ່ລົດຖີບເພື່ອສຸຂະພາບ ສະເຫຼີມສະຫຼອງ ວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100ປີ, ຈັດງານໂຮມຊຸມນຸມອ່ວຍພອນ ວັນເກີດ, ພິທີເປີດ ແລະ ທ່ຽວຊົມຮູບພາບການເຄື່ອນໄຫວ ຂອງ ປະທານ ຄຳໄຕ ສີພັນດອນເຊິ່ງໄດ້ຈັດຂຶ້ນທີ່ ເມືອງໂຂງ ແຂວງຈຳປາສັກ, ມີ ທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ທ່ານ ສະນັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີ ຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງໆໂຂງ, ການນໍາພະແນກການຂອງແຂວງ, ນະຄອນ, ເມືອງ ແລະ ຫຼານນ້ອຍເຍົາວະຊົນເຂົ້າຮ່ວມຈຳນວນທັງໝົດ 320 ທ່ານ, ຍິງ 146 ທ່ານ.

      ການຈັດງານອວຍພອນວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ (8 ກຸມພາ 1924 – 8 ກຸມພາ 2024) ຈັດຂຶ້ນທີ່ບ້ານເກີດຂອງເພິ່ນເມືອງໂຂງ ແຂວງຈໍາປາສັກ ໃນວັນທີ 12 ກຸມພາ 2024 ທັງນີ້ກໍເພື່ອເປັນການສັນລະເສີນຄຸນງາມຄວາມດີ, ຄວາມເສຍສະຫຼະອຸທິດຕົນ ແລະ ຜົນງານອັນໃຫຍ່ຫຼວງຂອງ ປະທານ ຄໍາໄຕ ສີພັນດອນ ຕໍ່ພາລະກິດ ປະຕິວັດຊາດ ປະຊາທິປະໄຕ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ທັງເພື່ອເປັນການສຶກສາ ອົບຮົມ ແລະ ປຸກລະດົມໃຫ້ສະມາຊິກພັກ, ພະນັກງານ, ກໍາລັງປະກອບອາວຸດ, ມະຫາຊົນ ແລະ ຄົນຮຸ່ນຫຼັງ ໄດ້ນໍາເອົານໍ້າໃຈເສຍສະຫຼະ, ຄຸນສົມບັດ ສິນທໍາປະຕິວັດ, ແບບແຜນນໍາພາ, ແບບແຜນວິທີເຮັດວຽກ ແລະ ແບບແຜນດໍາລົງຊີວິດ ຕະຫຼອດຮອດແນວຄິດຊີ້ນໍາຂອງເພິ່ນໄປຮໍ່າຮຽນ, ໄປເປັນແວ່ນແຍງ ແລະ ເປັນການຜັນຂະຫຍາຍ ເພື່ອນໍາໄປປະຕິບັດເຂົ້າໃນໜ້າທີ່ຂອງຕົນ.

         ໂອກາດນີ້ທ່ານ ປອ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈຳປາສັກ ກໍໄດ້ກ່າວຄໍາອວຍພອນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນເກີດຂອງປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ໂດຍກ່າວວ່າ: ປະທານ ຄໍາໄຕ ສີພັນດອນ ເກີດ ເມື່ອວັນທີ 8 ກຸມພາ 1924 ໃນຄອບຄົວ ຊາວນາທີ່ດຸມັ່ນຂະຫຍັນພຽນ ຢູ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງສີທັນດອນ ເຊິ່ງເປັນ (ແຂວງຈໍາປາສັກໃນປັດຈຸບັນ); ຍ້ອນໄດ້ຮັບຜົນສະທ້ອນຈາກມູນເຊື້ອຮັກຊາດຂອງຄອບຄົວ ກໍຄືມູນເຊື້ອຕໍ່ສູ້ເດັດດ່ຽວ, ເດັດຂາດບໍ່ຍອມຈໍານົນຂອງປະຊາຊົນລາວບັນດາເຜົ່າຕ້ານພວກສັກດີນາລ່າເມືອງຂຶ້ນ ໂດຍສະເພາະຢ່າງຍິ່ງ ຜ່ານການສຶກສາຮໍ່າຮຽນ ແລະ ຮັບລາຊະການ, ຜ່ານການສໍາຜັດກັບຊີວິດຕົວຈິງຂອງສັງຄົມ, ປະທານ ໄດ້ຮັບຮູ້ແຈ້ງເຖິງຄວາມທຸກລະທົມຂົມຂື່ນຂອງຊາດທີ່ສູນເສຍເອກະລາດ, ເຂົ້າໃຈເລິກ ເຊິ່ງເຖິງຄວາມເຈັບປວດຂອງປະຊາຊົນລາວ ທີ່ຕົກເປັນຂ້ອຍຂ້າ ອັນໄດ້ເຮັດໃຫ້ປະທານ ມີຄວາມຄຽດແຄ້ນສັດຕູຜູ້ຮຸກຮານ ແລະ ພວກສັກດີນາປະຕິການຂາຍຊາດ, ຈາກຈິດໃຈຮັກຊາດທີ່ໄດ້ຮັບການບົ່ມເພາະມາຕັ້ງແຕ່ເຍົາໄວ ໄດ້ກ້າວໄປສູ່ລັດທິຮັກຊາດ ແລະ ໄດ້ຕັດສິນໃຈເຂົ້າຮ່ວມໃນຖັນແຖວກໍາລັງຕໍ່ຕ້ານ ເພື່ອກອບກູ້ເອົາເອກະລາດ, ອິດສະຫຼະພາບມາໃຫ້ປະເທດຊາດ ແລະ ປະຊາຊົນເຮົາ; ນັ້ນເປັນບາດລ້ຽວທີ່ສໍາຄັນໃນຊີວິດ ແລະ ເປັນຈຸດເລີ່ມຕົ້ນແຫ່ງການເຄື່ອນໄຫວປະຕິວັດ, ປະທານ ໄດ້ເລີ່ມຕົ້ນ ຈາກການເປັນນາຍທະຫານປະຈໍາເສນາທິການພາກໃຕ້, ເປັນຜູ້ຕາງໜ້າລັດຖະບານແນວລາວອິດສະຫຼະ, ເປັນປະທານຄະນະກໍາມະການຕໍ່ຕ້ານ ກ້າວສູ່ການເປັນຜູ້ບັນຊາການສູງສຸດຂອງກອງທັບປົດປ່ອຍປະຊາຊົນລາວ, ເປັນລັດຖະມົນຕີກະຊວງ ປ້ອງກັນປະເທດ ຜູ້ທໍາອິດຂອງລະບອບໃໝ່ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ເປັນນາຍົກລັດຖະມົນຕີ, ເປັນປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ປະທານປະເທດແຫ່ງ ສປປ ລາວ ແລະ ສິ່ງລວມຍອດທີ່ສຸດຂອງ ປະທານ ຄໍາໄຕ ສີພັນດອນ ແມ່ນຄວາມຈົງຮັກພັກດີ, ຄວາມບໍລິສຸດຜຸດຜ່ອງຕໍ່ພັກ ຕໍ່ປະເທດຊາດ, ເວລາໃດກໍຖືຜົນປະໂຫຍດຂອງພັກ ແລະ ຂອງຊາດເໜືອກວ່າສິ່ງອື່ນໃດ; ແມ່ນນໍ້າໃຈຮັກຊາດ, ຄຽດແຄ້ນສັດຕູຜູ້ຮຸກຮານ, ມີມະໂນທໍາ, ມີຄວາມມານະອົດທົນ ແລະ ສູ້ຊົນ ເພື່ອອຸທິດຕົນໃຫ້ພາລະກິດປະຕິວັດ, ທຸ່ນທ່ຽງເຊື່ອໝັ້ນ, ເອົາການເອົາງານ ແລະ ມີໄຫວພິບໃນການຈັດຕັ້ງປະຕິບັດວຽກງານທີ່ຕົນຮັບຜິດຊອບ; ດໍາລົງຊີວິດທີ່ປອດໄສຂາວສະອາດ, ກະທັດຮັດ, ປະຢັດມັດທະຍັດ, ໃກ້ຊິດຕິດແທດກັບມະຫາຊົນ, ເອື້ອເຟື້ອກັບທຸກຄົນຢູ່ອ້ອມຂ້າງຕົນ, ເຂັ້ມງວດໃນດ້ານຫຼັກການ, ເຄັ່ງຄັດຕໍ່ລະບຽບວິໄນ.

       ພາຍໃນງານຍັງມີການສະແດງສີລະປະ ດ້ວຍການຂັບລໍາຂອງທ້ອງຖິ່ນ, ການສະແດງບົດຟ້ອນ ແລະ ບົດເພງ ທີ່ມີເນຶ້ອໃນຊໍ່ສະແດງເຖິງການອວຍພອນ, ຍ້ອງຍໍສັນລະເສີນ ປະທານ ຄໍາໄຕ ສີພັນດອນ ເນື່ອງໃນໂອກາດວັນເກີດຂອງເພິ່ນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa