ຂົງເຂດການເມືອງ ​ແຂວງຈໍາປາສັກ ເຊື່ອມຊຶມເອກະ​ສານ​ 2 ວັນປະຫວັດສາດ

ວັນທີຕອນເຊົ້າ ຂອງວັນທີ 12 ມີນາ 2024,​ ຂົງເຂດການເມືອງ​ແຂວງຈໍາປາສັກ ໄດ້ຈັດພິທີປາຖະກະຖາເອກະສານ​ 2 ວັນປະຫວັດສາດ​ ຄື: ເອກະສານວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ (22/3/1955 – 22/3/2024​) ແລະ​ ເອກະສານວັນຄຽດແຄ້ນຂອງປະຊາຊົນລາວ​ ຄົບຮອບ 78 ປີ​(21/3/1946 – 21/3/2024​). ພິທີຈັດຂຶ້ນ​ຢູ່​ສະໂມສອນ​ແຂວງ​ ໂດຍການເຂົ້າຮ່ວມ​ ແລະ​ ບັນລະຍາຍເອກະສານຂອງ ທ່ານ​ ປອ.​ສຸປານີ ສີລິປຸນໂຍ ຄະນະປະຈໍາພັກແຂວງ​ ຫົວໜ້າຄະນະໂຄສະນາອົບຮົມແຂວງ.​ ມີທ່ານ​ ນາງ​ ວາດສະໜາ​ ສີລິມາ ຄະນະປະຈໍາພັກແຂວງ​ ປະທານແນວລາວສ້າງຊາດແຂວງ​ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ແລະ​ ສະຫະພັນ​ນັກຮົບ​ເກົ່າ​ ພ້ອມດ້ວຍການນໍາ,​ ສະມາຊິກພັກ ແລະ​ ພະນັກງານ​ -​ ລັດຖະກອນໃນ​ຂົງເຂດການເມືອງຂອງແຂວງ ເຂົ້າຮ່ວມທັງໝົດ 140 ທ່ານ, ຍິງ 60 ທ່ານ.​

      ເນື້ອໃນເອກະສານວັນສ້າງຕັ້ງພັກປະຊາຊົນ​ ປະຕິວັດລາວ ໄດ້ຍົກໃຫ້ເຫັນການກໍາເນີດ ແລະ​ ຄວາມໝາຍສໍາຄັນຂອງການສ້າງຕັ້ງພັກ,​ ໂຄງການ​ ການເມືອງ​ທໍາອິດ​ຂອງພັກ.​ ຍົກໃຫ້ເຫັນໄຊຊະນະ,​ ໝາກຜົນ ຜົນງານ​ ໃນ​ 68 ປີ​ ແຫ່ງການນໍນພາ -​ ຊີ້ນໍາ​ ຂອງພັກ​ ໃນແຕ່ລະໄລຍະ ຄື: ໄລຍະຕໍ່ສູ້ປົດປ່ອຍຊາດ -​ ປະຊາທິປະໄຕເຕີບໃຫຍ່ ແລະ​ ມີໄຊ​ ແຕ່ປີ​ 1955 -​ 1975; ໄລຍະນໍາພາປົກປັກຮັກສາລະບອບໃໝ່​ ແລະ​ ສ້າງພື້ນຖານເສດຖະກິດ -​ ສັງຄົມ​ ແຕ່ປີ​ 1975​ -​ 1985; ໄລຍະນໍາພາປົກປັກຮັກສາ ແລະ​ ພັດທະນາ​ປະເທດຊາດ​ ຕາມແນວທາງປ່ຽນແປງໃໝ່​ ແຕ່ປີ​ 1986 -​ 2023.​ ນອກນີ້​ ຍັງຍົກໃຫ້ເຫັນຜົນງານ 1 ປີ​ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ -​ ສັງຄົມ​ ຂອງ​ແຂວງຈໍາປາສັກ​ ຕະຫຼອດໄລຍະແຫ່ງການປົກປັກຮັກສາ ແລະ​ ສ້າງສາພັດທະນາລະບອບໃໝ່ ຂອງ​ ສປປ​ ລາວ​; ຍົກໃຫ້ເຫັນມູນເຊື້ອການນຳພາອັນປີຊາສາມາດ,​ ສະຫຼາດສ່ອງໃສ ຂອງພັກປະຊາຊົນ​ ປະຕິວັດລາວ ທີ່ໄດ້ນຳພາກອງທັບ ແລະ ປະຊາຊົນບັນດາເຜົ່າ​ ດຳເນີນການປະຕິວັດຊາດປະຊາທິປະໄຕ ແລະ ນຳພາປົກປັກຮັກສາສ້າງສາ ລະບອບໃໝ່​ ແລະ​ ປະເທດຊາດໄດ້ຮັບການພັດທະນາຢ່າງຖືກທິດ, ມີຄວາມໝັ້ນທ່ຽງຕໍ່ເນື່ອງ​ -​ ໜັກແໜ້ນ.​ ພ້ອມນີ້ ຍັງຍົກໃຫ້ເຫັນວິວັດທະນາການແຫຼ່ງການກໍ່ຕັ້ງ, ປັບປຸງກໍ່ສ້າງ,​ ການເຕີບໃຫຍ່ຂະຫຍາຍຕົວ, ຜົນງານວິລະກຳ, ທາດແທ້ມູນເຊື້ອອັນສະຫງ່າງາມຂອງພັກ​.​ ພັກປະຊາຊົນ​ ປະຕິວັດລາວ ໄດ້ຮັບການສ້າງຕັ້ງຂື້ນ ໃນວັນທີ 22 ມີນາ 1955 ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ​ ໃນເວລານັ້ນ ພາຍຫຼັງພັກປະຊາຊົນ​ປະຕິວັດລາວ​ ໄດ້ຮັບການສ້າງຕັ້ງຂຶ້ນແລ້ວ​ ກໍໄດ້ແບກຫາບພາລະກິດປະຕິວັດ​ ອັນແສນຫຍຸ້ງຍາກລຳບາກ ເຊິ່ງເຕັມໄປດ້ວຍການທົດສອບທີ່ລະອິດລະອ້ຽວ ແລະ ການເສຍສະຫຼະອັນໃຫຍ່ຫຼວງ ແຕ່ມີກຽດອັນສູງສົ່ງ​ ນຳພາປວງຊົນລາວທັງຊາດ​ ຕໍ່ສູ້ປົດປ່ອຍປະ ເທດຊາດອອກຈາກແອກປົກຄອງຂອງຕ່າງຊາດ, ນຳເອົາຄວາມເປັນເອກະລາດ, ອິດສະຫຼະພາບ, ສິດເປັນເຈົ້າຂອງປະເທດຊາດອັນແທ້ຈິງ​ ມາສູ່ປະເທດຊາດ ແລະ ປະຊາຊົນບັນດາເຜົ່າ.​ ພັກ​ ແມ່ນອົງການຈັດຕັ້ງເສນາທິການທາງການເມືອງ, ເປັນກອງນໍາໜ້າ ແລະ ເປັນຕົວແທນແຫ່ງສິດຜົນປະໂຫຍດ ຂອງຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ; ພັກປະຊາຊົນ​ ປະຕິວັດລາວ ໄດ້ນໍາພາປະຊາຊົນລາວບັນດາເຜົ່າ ເຮັດສໍາເລັດພາລະກິດປະຕິວັດປົດປ່ອຍຊາດ, ລົບລ້າງລະບອບລ່າເມືອງຂຶ້ນ, ສ້າງສັງກາດໃໝ່ໃຫ້ແກ່ປະເທດຊາດ.
ເນື້ອໃນເອກະສານວັນຄຽດແຄ້ນຂອງປະຊາຊົນລາວ​ ຄົບຮອບ 78 ປີ​ ຍົກ​ໃຫ້ເຫັນສະພາບການ ກະກຽມການຕໍ່ສູ້​ ກັບ​ ພວກລ່າເມືອງຂຶ້ນຝຣັ່ງ​ ຂອງໜ່ວຍພັກເມືອງທ່າແຂກ; ເຫດການ ແລະ ການຕໍ່ສູ້ຢ່າງພິລະອາດຫານຂອງທະຫານ ແລະ​ ປະຊາຊົນຢູ່ເມືອງທ່າແຂກ​ ແລະ​ ຄວາມໝາຍຄວາມສໍາຄັນຂອງບັ້ນຮົບປ້ອງກັນຕົວເມືອງທ່າແຂກ.​ ທັງນີ້,​ ກໍເພື່ອເຮັດໃຫ້ການນໍາຫຼັກແຫຼ່ງ, ສະມາຊິກພັກ ແລະ​ ພະນັກງານພາຍໃນຂົງເຂດການເມືອງແຂວງ​ ໄດ້ຮັບຮູ້ -​ ເຊື່ອມຊຶມ ແລະ​ ເຂົ້າໃຈເຖິງບັນດາເຫດການ, ການເຄື່ອນໄຫວ ໃນແຕ່ລະໄລຍະ​ຂອງພັກປະຊາຊົນ​ ປະຕິວັດ​ລາວ​ ບົນເສັ້ນທາງ ປະຕິວັດອັນລະອິດລະອ້ຽວ, ເສຍ ສະຫຼະເລືອດເນື້ອ ເພື່ອການປະຕິວັດ ພ້ອມກັນສືບຕໍ່ຮັກສາທາດແທ້ມູນເຊື້ອອັນດີງາມ ແລະ​ ສະຫງ່າງາມຂອງພັກ​ ເຂົ້າໃນການຈັດຕັ້ງ​ປະຕິບັດໜ້າທີ່ຂອງຕົນໃຫ້ມີຜົນສຳເລັດໃຫຍ່ຫຼວງກວ່າເກົ່າ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa