
ໃນຕອນເຊົ້າ ຂອງວັນທີ 09 ພຶດສະພາ 2024 ທີ່ຜ່ານມານີ້, ຢູ່ທີ່ຫ້ອງວ່າການປົກຄອງເມືອງບາຈຽງຈະເລີນສຸກ ທ່ານ ສົມລິດ ປັນທະບົວສີ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆບາຈຽງຈະເລີນສຸກ ໄດ້ຕ້ອນຮັບທ່ານ ໂພເມກ ວິໄລສັກ ຫົວໜ້າກົມໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ເຂົ້າພົບປະຢ້ຽມຢາມ ໃນໂອກາດລົງມາຊຸກຍູ້ວຽກງານການເມືອງ-ແນວຄິດ ຢູ່ທີ່ເມືອງບາຈຽງຈະເລີນສຸກ, ເຂົ້າຮ່ວມມີ ທ່ານ ວັນນະລາ ສຸດທິຈັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຄະນະເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ ທ່ານ ໂພເມກ ວິໄລສັກ ຫົວໜ້າກົມໂຄສະນາອົບຮົມສູນກາງພັກ ກໍ່ໄດ້ລາຍງານກ່ຽວກັບຈຸດປະສົງໃນການລົງມາເຮັດວຽກໃນຄັ້ງນີ້ ແມ່ນລົງເກັບກຳຂໍ້ມູນ, ການຜັນຂະຫຍາຍແນວທາງແຜນນະໂຍບາຍຂອງພັກ ໂດຍສະເພາະແມ່ນມະຕິ XI ຂອງພັກ ໃນການພັດທະນາເຂດຈຸດສຸມບ້ານ ແລະ ກຸ່ມບ້ານພັດທະນາ ກໍ່ຄື ບຸກຄົນດີເດັ່ນໃນການຈັດຕັັ້ງປະຕິບັດໜ້າທີ່ວຽກງານ ກໍ່ຄືການພັດທະນາຄອບຄົວ ແລະ ບັນຫາທີ່ພົ້ນເດັ່ນອື່ນໆ, ວຽກງານຫາງສຽງສັງຄົມ ແລະ ປະກົດການຫໍ້ຍທໍ້ຢູ່ໃນສັງຄົມ, ການກະກຽມດຳເນີນກອງປະຊຸມ 3 ຂັ້ນ, ເພື່ອນໍາເອາຂໍ້ມູນໃນການເກັບກຳຄັ້ງນີ້ນໍາໄປເຜີຍແຜ່ຜ່ານສື່ມວນຊົນເພື່ອໃຫ້ສັງຄົມຮັບຮູ້ ເຂົ້າໃຈ ແລະ ພ້ອມກັນ ສືບຕໍ່ຈັດຕັ້ງປະຕິບັດເນື້ອໃນຈິດໃຈ ມະຕິກອງປະຊຸມໃຫ່ຍ ຄັ້ງທີ XI ຂອງພັກ ໃຫ້ປະກົດຜົນເປັນຈິງ, ພ້ອມນັ້ນ ຍັງໄດ້ເກັບກຳສະພາບການນໍາໃຊ້ແຈກຢາຍວາລະສານ ແລະ ຄຸນປະໂຫຍດຂອງປື້ມວາລະສານເພື່ອມີທິດປັບປຸງໃຫ້ດີຂື້ນ.


ໃນໂອກາດດຽວກັນ ທ່ານ ສົມລິດ ປັນທະບົວສີ ກຳມະການພັກແຂວງ ເລຂາພັກເມືອງ, ເຈົ້າເມືອງໆບາຈຽງຈະເລີນສຸກ ກໍ່ໄດ້ກ່າວສະແດງຄວາມຍິນດີ ຕໍ່ແຜນການເຄື່ອນໄຫວຂອງກົມໂຄສະນາອົບຮົມສູນກາງພັກ ທີ່ລົງມາຊຸກຍູ້ວງກງານການເມືອງ-ແນວຄິດພ້ອມທັງລາຍງານໂດຍຫໍ້ຍ ກ່ຽວກັບສະພາບລວມຂອງການເຄຶ່ອນໄຫວ ວຽກງານການເມືອງ-ແນວຄິດ ໃນໄລຍະຜ່ານມາ ເຊິ່ງມີດ້ານດີ, ດ້ານອອ່ນ, ສາເຫດ ແລະ ຄວາມຫຸ້ຍງຍາກໃນການເຄື່ອນໄຫວວຽກງານ ໃຫ້ແກ່ເປົ້າໝາຍຕ່າງໆ, ພ້ອມດງວກັນນັ້ນກໍ່ໄດ້ລົງໄປຢ້ຽມຢາມຄອບຄົວຕົວແບບໃນການປູກໝາກຖົ່ວລຽນທີ່ບ້ານຫັຼກ 24 ເມືອງ ບາຈຽງຈະເລີນສຸກ ແຂວງຈຳປາສັກອີກດ້ວຍ.