ກອງປະຊຸມຮັບສອ່ງແສງລາຍງານ ສະພາບແນວຄິດ-ຫາງສຽງສັງຄົມ ທົ່ວແຂວງຈຳປາສັກ

ໃນຕອນເຊົ້າ ຂອງວັນທີ 12 ສິງຫາ 2024 ເວລາ 9:00 ນາທີ ຢູ່ທີ່ຫອ້ງປະຊຸມ 406 ຫອ້ງວ່າການປົກຄອງແຂວງ ໄດ້ຈັດກອງປະຊຸມຮັບສອ່ງແສງລາຍງານສະພາບແນວຄິດ-ຫາງສຽງສັງຄົມຂຶ້ນ, ພາຍໃຕ້ການເປັນປະທານ ຂອງທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ປອ. ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ມີ ບັນດາທ່ານ ຮອງຫົວໜ້າພະແນກ-ຄະນະຮັບຜິດຊອບຈາກຄະນະໂຄສະນາອົບຮົມເມືອງ, ຄະນະກຳມະການເກັບກຳສະພາບແນວຄິດ-ຫາງສຽງສັງຄົມຂອງພະແນກການ-ກົມກອງອອ້ມຂ້າງແຂວງເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ປອ. ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ຕ່າງໜ້າການນຳຂັ້ນແຂວງ ຂຶ້ນກ່າວຕ້ອນຮັບແຂກສູນກາງ, ລາຍງານການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກຂອງແຂວງ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ ແລະ ສະພາບແນວຄິດຫາງສຽງສັງຄົມ ທີ່ພົ້ນເດັ່ນຂອງແຂວງ.

ຈາກນັ້ນ ກອງປະຊຸມກໍ່ໄດ້ຮັບຟັງການລາຍງານສະພາບແນວຄິດຫາງສຽງສັງຄົມທີ່ເກີດຂຶ້ນໃນຂອບເຂດຄວາມຮັບຜິດຊອບຂອງພະແນກການກົມກອງອອ້ມຂ້າງແຂວງ. ໃນຕອນທ້າຍ ທ່ານປະທານກອງປະຊຸມກໍ່ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດວຽກງານເກັບກຳສະພາບແນວຄິດ-ຫາງສຽງສັງຄົມໃຫ້ມີປະສິດທິພາບ, ປະສິດທີຜົນສູງກວ່າເກົ່າ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa