Order Lyrica (Pregabalin) 150mg, 75mg online

Order Imitrex (Sumatriptan) 100mg, 50mg, 25mg online

Order Neurontin (Gabapentin) 800mg, 600mg, 400mg, 300mg, 100mg online

Order Lyrica (Pregabalin) 150mg, 75mg online

Order Megalis 20mg online

ກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານເວັບໄຊ ຄະນະໂຄສະນາອົບຮົມແຂວງ ທົ່ວປະເທດ ປະຈຳໄຕມາດ III ປະຈຳປີ 2025 -

ກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານເວັບໄຊ ຄະນະໂຄສະນາອົບຮົມແຂວງ ທົ່ວປະເທດ ປະຈຳໄຕມາດ III ປະຈຳປີ 2025

       ໃນຕອນເຊົ້າຂອງວັນ 04 ກັນຍາ 2025 ຄະນະໂຄສະນາອົບຮົມແຂວງຈໍາປາສັກ ເຊິ່ງນໍາໂດຍ ທ່ານ ບົວສອນ ວົງຫາຈັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍພະນັກງານຂະແໜງຂໍ້ມູນຂ່າວສານ ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານເວັບໄຊ ຄະນະໂຄສະນາອົບຮົມແຂວງທົ່ວປະເທດ ປະຈຳໄຕມາດ III(7-8-9) ປີ 2025 ຜ່ານລະບົບກອງປະຊຸມທາງໄກ Video conference.

         ພາຍໃຕ້ການເປັນປະທານຂອງ ທ່ານ ວັນຕຸລາ ຮັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ, ມີພະນັກງານນໍາພາຂອງກົມຂໍ້ມູນ, ກົມຈັດຕັ້ງ-ພະນັກງານ, ບັນດາທ່ານຮອງຫົວໜ້າ ຜູ້ຊີ້ນໍາວຽກງານເວັບໄຊ ພ້ອມແອັດມິນຄະນະໂຄສະນາອົບຮົມແຂວງ ທົ່ວປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

       ກອງປະຊຸມໄດ້ຮັບຟັງການສ່ອງແສງລາຍງານໂດຍຫຍໍ້ ສະພາບຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການເຄື່ອນໄຫວວຽກງານເວັບໄຊ ພາຍຫຼັງປະກາດວຽກງານຖະແຫຼງຂ່າວ ມາຂຶ້ນກັບຄະນະໂຄສະນາອົບຮົມແຂວງ ພ້ອມທັງການກຳນົດທິດທາງການຈັດຕັ້ງປະຕິບັດວຽກງານປະຈຳໄຕມາດ IV (10-11-12)/2025. ເຊິ່ງ ທ່ານ ບົວສອນ ວົງຫາຈັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຈໍາປາສັກ ໄດ້ລາຍງານສະພາບການໃນແຕ່ລະດ້ານວ່າ:
# ສະພາບລວມ: ວຽກງານຖະແຫຼງຂ່າວທີ່ໂອນມາຂຶ້ນກັບຄະນະໂຄສະນາອົບຮົມແຂວງຈໍາປາສັກ ລວມມີ 3 ພາກສ່ວນ ຄື: ຂະແໜງຖະແຫຼງຂ່າວ, ສື່ສິ່ງພິມ ແລະ ກອງວິທະຍຸ-ໂທລະພາບ ລວມມີພະນັກງານທັງໝົດທີ່ໂອນມາ 65 ທ່ານ ຍິງ 31 ທ່ານ; ໃນນັ້ນມີສະມາຊິກພັກ 54 ສະຫາຍ, ຍິງ 21 ສະຫາຍ.
#ຂໍ້ສະດວກ: ພາຍຫຼັງທີ່ໄດ້ປະກາດໂອນວຽກງານຖະແຫຼງຂ່າວ (ສື່ມວນຊົນ) ມາຂຶ້ນກັບຄະນະໂຄສະນາອົບ ຮົມແຂວງພວກເຮົາແລ້ວ ແຕ່ປັດຈຸບັນນີ້ຍັງບໍ່ທັນມີມະຕິຕົກລົງຂອງຄະນະປະຈໍາພັກແຂວງ ເຊິ່ງຢູ່ໃນໄລຍະນີ້ແມ່ນລໍຖ້າກໍຕາມ ແຕ່ການຈັດຕັັ້ງປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ (ເວັບໄຊ໋) ແມ່ນຍັງເຄື່ອນໄຫວປົກກະຕິ ໂດຍແມ່ນຄວາມຮັບຜິດຊອບຂອງຂະ ແໜງການສະເພາະ ກໍຄື ຂະແໜງຂໍ້ມູນໃນຂ່າວສານ, ພະນັກງານພາຍໃນຂະແໜງ ເປັນຜູ້ຮັບຜິດ ຊອບ(ເວັບໄຊ) ເຊິ່ງໄດ້ເອົາໃຈໃສ່ເກັບກໍາ ແລະຂຽນຂ່າວການເຄື່ອນໄຫວວຽກງານການເມືອງ-ແນວຄິດ ກໍຄືວຽກງານໂຄສະນາອົບຮົມໃນທົົ່ວແຂວງ ປ້ອນລົງເວັບໄຊ໋ຢ່າງຕໍ່ເນື່ອງ ເຊິ່ງໃນໄຕມາດທີ III ສາມາດປະຕິບັດໄດ້ 38 ຂ່າວ; ດ້ານອຸປະກອນ ແລະ ດ້ານເຕັກນິກ ນໍາໃຊ້ໄດ້ຢ່າງເປັນປົກກະຕິ.

           ການເກັບກໍາຂ່າວ ພາຍຫຼັງປະກາດວຽກງານຖະແຫຼງຂ່າວມາຂຶ້ນກັບໂຄສະນາອົບຮົມ ຄາດວ່າວຽກງານດັ່ງກ່າວນີ້ ຈະມີຄວາມສະດວກວ່ອງໄວ ແລະ ມີປະສິດທິຜົນດີກວ່າເກົ່າ ຍ້ອນວ່າມີການປະສານສົມທົບທີ່ໃກ້ຊິດ, ມີບຸກຄະລາກອນ ແລະ ເຄື່ອງມືຮັບໃຊ້ເຂົ້າໃນວຽກງານຄົບຖ້ວນກວ່າເກົ່າ, ການຮ່ວມມືລະຫວ່າງຂະແໜງຂໍ້ມູນຂ່າວສານ (ຜູ້ຮັບຜິດຊອບເວັບໄຊ) ກັບຂະແໜງ ຖະແຫຼງຂ່າວ(ສື່ມວນຊົນ) ມີຄວາມກົມກຽວໃນການເກັບກໍາຂ່າວ-ພາບ ແລະ ການແລກປ່ຽນຂໍ້ມູນຂ່າວສານຕ່າງໆ ໂດຍມີການນໍາພາ-ຊີ້ນໍາຂອງທ່ານຫົວໜ້າຄະນະໂຄສະນາອົບຮົມແຂວງ.
# ຂໍ້ຫຍຸ້ງຍາກ: ເຫັນວ່າຍັງບໍ່ມີຄວາມຫຍຸ້ງຍາກສັບສົນໃນການຈັດຕັ້ງປະຕິບັດ ຍ້ອນວ່າຄວາມຮັບຜິດຊອບຍັງແມ່ນຂອງຂະແໜງການວິຊາສະເພາະ, ບຸກຄະລາກອນຍັງແມ່ນຜູ້ຮັບຜິດຊອບຜູ້ເກົ່າບໍ່ທັນມີການປັບປຸງສັບຊ້ອນ, ການເຄື່ອນໄຫວແມ່ນປະຕິບັດຕາມພາລະບົດບາດຂອງໃຜລາວ.
# ທິດທາງແຜນການໃນຕໍ່ໜ້າ: ພາຍຫຼັງໂອນວຽກງານສື່ມາຂຶ້ນກັບຄະນະໂຄສະນາອົບຮົມແຂວງແລ້ວ ຈະໄດ້ສືບຕໍ່ວຽກງານດັ່ງນີ້:
– ສືບຕໍ່ເກັບກໍາຂ່າວ-ຂຽນຂ່າວ ການເຄື່ອນໄຫວວຽກງານໂຄສະນາອົບຮົມໃນທົົ່ວແຂວງ ປ້ອນລົງເວັບໄຊ ຢ່າງເປັນປົກກະຕິຕໍ່ເນື່ອງ.
– ດ້ານຂໍ້ມູນເວັບໄຊ ພາຍຫຼັງປັບປຸງກົງຈັກການຈັດຕັ້ງ ແລະ ກໍານົດພາລະບົດບາດເຊັດເຈນ ຈຶ່ງຈະໄດ້ອັບລົງເວັບໄຊໃຫ້ສົມບູນ.
– ດ້ານບຸກຄະລາກອນ ຈະໄດ້ມີການປັບປຸງສັບຊ້ອນພະນັກງານວິຊາສະເພາະທີ່ມີຄວາມຊໍານິຊໍານານກ່ຽວກັບວຽກງານເວັບໄຊ ທີ່ໂອນມາເຂົ້າໃສ່ໃຫ້ສອດຄ່ອງ ຖືກກັບວິຊາສະເພາະຕື່ມອີກ ເພື່ອເຮັດໃຫ້ວຽກງານຂໍ້ມູນຂ່າວສານຂອງພວກເຮົາມີຄວາມເຄື່ອນໄຫວດີຂຶ້ນກວ່າເກົ່າ.
ຈາກນັ້ນ ກອງປະຊຸມຍັງໄດ້ຮັບຟັງການມີຄໍາເຫັນຂອງທ່ານຫົວໜ້າກົມຈັດຕັ້ງ-ພະນັກງານ ກ່ຽວກັບທິດທາງໃນການປັບປຸງກົງຈັກການຈັດຕັ້ງ ແລະພາລະບົດບາດຂອງຄະນະໂຄສະນາອົບຮົມແຂວງ ພາຍຫຼັງໂອນວຽກງານສື່ມາຂຶ້ນກັບ ໃຫ້ມີຄວາຍຖືກຕ້ອງ ແລະເປັນເອກະພາບໃນທົ່ວປະເທດ.
ໃນຕອນທ້າຍ, ທ່ານ ວັນຕຸລາ ຮັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ ແລະຝຶກອົບຮົມ ປະທານກອງປະຊຸມ ກໍາໄດ້ມີຄໍາເຫັນຊີ້ນໍາໃນການຈັດຕັ້ງວຽກງານເວັບໄຊໃນຕໍ່ໜ້າ ເຊິ່ງທ່ານໄດ້ເນັ້ນບາງບັນຫາດັ່ງນີ້: ເອົາໃຈໃສປັບປຸງກົງຈັກການຈັດຕັ້ງແລະກຳນົດພາລະບົດບາດຂອງຄະນະໂຄສະນາອົບຮົມແຂວງໃຫ້ຖືກຕ້ອງຊັດເຈນ, ປັບປຸງສັບຊ້ອມພະນັກງານຜູ້ທີ່ມີຄວາມສາມາດດ້ານເຕັກໂນໂລຊີຈາກຖະແຫຼງຂ່າວເຂົ້າໃສ່ວຽກງານຂໍ້ມູນຂ່າວສານ ກໍຄືວຽກງານເວັບໄຊ ເຮັດໃຫ້ວຽກງານເຄື່ອນໄຫວຢ່າງມີປະສິດທິຜົນສູງຂຶ້ນ ກ້າວໄປສູ່ການຫັນເປັນທັນສະໄໝເທື່ອລະກ້າວ; ເອົາໃຈໃສ່ເຄື່ອນໄຫວສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ພະນັກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາຍຮັບຮູ້ເຂົ້າໃຈ ແລະ ທຸ່ນທ່ຽງຕໍ່ທິດທາງການປັບປຸງກົງຈັກການຈັດຕັ້ງຂອງຂັ້ນເທິງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa