ກອງປະຊຸມສຳມະນາ ທິດທາງ ແລະ ແຜນພັດທະນາເຂດແຄວ້ນ 4 ແຂວງພາກໃຕ້,​ ທ່ານ ນາຍົກລັດຖະມົນຕີ ໃຫ້ກຽດເຂົ້າຮ່ວມເປັນປະທານ​ ພ້ອມມີຄໍາເຫັນຊີ້ນໍາ

ວັນທີ 23 ກໍລະກົດ 2026, ໄດ້ມີກອງປະຊຸມສຳມະນາ ທິດທາງ ແລະ ແຜນພັດທະນາເຂດແຄວ້ນ 4 ແຂວງພາກໃຕ້ ເພື່ອເຊື່ອມຈອດເສດຖະກິດກັບປະເທດໃກ້ຄຽງ ແລະ ພາກພື້ນ.​ ກອງ​ປະຊຸມ​ຈັດຂຶ້ນຢູ່າະໂມສອນແຂວງຈຳປາສັກ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ.​ ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ເລຂາພັກແຂວງ, ຮອງເລຂາພັກແຂວງ, ບັນດາປະທານ, ຮອງປະທານຄະນະກຳມະການປົກຄອງແຂວງ ຈາກ 4 ແຂວງພາກໃຕ້ ຈໍາປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື, ຕາງໜ້າຈາກບັນດາກະຊວງ, ຂະແໜງການອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ ທີ່ກ່ຽວຂ້ອງ ເຂົ້າຮ່ວມເຂົ້າຮ່ວມ.


#ໃນກອງປະຊຸມ,​ ທ່ານ​ ພູວົງ ກິດຕິວົງ ຮອງລັດຖະມົນຕີກະຊວງການເງິນ​ ໄດ້​ລາຍງານກ່ຽວກັບ​ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 6 ເດືອນຕົ້ນປີ, ທິດທາງແຜນການ 6 ເດືອນທ້າຍປີ 2026 ແລະ ຄວາມຄືບໜ້າການສ້າງແຜນພັດທະນາເຂດແຄວ້ນ ຕິດພັນກັບຍຸດທະສາດເຊື່ອມຈອດເສດຖະກິດ ແລະ ນຳສະເໜີກ່ຽວກັບການພັດທະນາເສດຖະກິດ​ – ສັງຄົມ ແລະ ທິດທາງໃນການສ້າງແຜນພັດທະນາເຂດແຄວ້ນ ຂອງບັນດາ 4 ແຂວງພາກໃຕ້. ຈາກນັ້ນ, ບັນດາກະຊວງ, ສະຖາບັນ ແລະ ອົງການປົກຄອງ 4 ແຂວງພາກໃຕ້ ກໍໄດ້ພ້ອມກັນປະກອບຄຳເຫັນ ຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ​ – ສັງຄົມ ແລະ ການຊຸກຍູ້ສ້າງແຜນພັດທະນາເຂດແຄວ້ນ ໂດຍສະເພາະທິດທາງໃນການພັດທະນາເຂດແຄວ້ນ 4 ແຂວງພາກໃຕ້ ໃນຕໍ່ໜ້າ ເພື່ອສຸມທຸກສະຕິປັນຍາ ໃນການກຳນົດທິດທາງ​ ເພື່ອນຳໄປຈັດຕັ້ງປະຕິບັດ ແຜນພັດທະນາເຂດແຄວ້ນ ໃຫ້ປະກົດຜົນເປັນຮູບປະທຳ​ ທັງເປັນການຜັນຂະຫຍາຍມະຕິຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ເລກທີ 22/ຫສພ, ລົງວັນທີ 1 ເມສາ 2026 ແລະ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເລກທີ 61/ຫສນຍ, ລົງວັນທີ 22 ເມສາ 2026 ໃນການສ້າງແຜນພັດທະນາເຂດແຄວ້ນ ຕິດພັນກັບຍຸດທະສາດເຊື່ອມຈອດເສດຖະກິດ ກັບປະເທດໃກ້ຄຽງ ແລະ ພາກພື້ນ
#ຕອນທ້າຍກອງປະຊຸມ, ທ່ານ ສອນໄຊ​ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດສະຫຼຸບຜົນການດຳເນີນກອງປະຊຸມສຳມະນາຄັ້ງນີ້ ພ້ອມທັງໃຫ້ທິດຊີ້ນຳ ຕໍ່ບັນດາກະຊວງ, ຂະແໜງການ ແລະ ອົງການປົກຄອງ 4 ແຂວງພາກໃຕ້ ໃຫ້ມີຄວາມຈະແຈ້ງ, ບໍ່ຊ້ຳຊ້ອນ ແລະ ສາມາດແຂ່ງຂັນໄດ້ໃນລະດັບພາກພື້ນ,​ ໃນນັ້ນ,​ ການພັດທະນາຂະແໜງກະສິກໍາ ເພື່ອຄໍ້າປະກັນສະບຽງອາຫານ ແລະ ເປັນສິນຄ້າສົ່ງອອກ ໂດຍນຳໃຊ້ທ່າແຮງໄດ້ປຽບຂອງເຂດພູພຽງບໍລິເວນ ເຊິ່ງກວມເອົາແຂວງຈຳປາສັກ, ສາລະວັນ, ເຊກອງ​Microsoft​,​ ມີດິນ​ ອາກາດເຢັນຕະຫຼອດປີ, ໃນຕໍ່ໜ້າຕ້ອງຫັນຈາກການປູກຝັງແບບດັ້ງເດີມ ໄປສູ່ການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເພື່ອເພີ່ມຜົນຜະລິດ,​ ສ້າງຍີ່ຫໍ້ໃຫ້ແກ່ຜະລິດຕະພັນທ້ອງຖິ່ນເປັນຕົ້ນແມ່ນ ກາເຟ, ຊາ, ແລະ ພືດຜັກປອດສານພິດອື່ນໆ ໃຫ້ເປັນທີ່ຍອມຮັບໃນລະດັບສາກົນ, ພັດທະນາລະບົບການຂົນສົ່ງ ເພື່ອຮັກສາຄຸນນະພາບສິນຄ້າສົ່ງອອກ, ເປັນການຫຼຸດຜ່ອນການນຳເຂົ້າປຸ໋ຍເຄມີ, ຢາປາບສັດຕູພືດ ແລະ ເມັດພັນຈາກຕ່າງປະເທດ ທີ່ເຮັດໃຫ້ຕົ້ນທຶນການຜະລິດຂອງຊາວກະສິກອນ ແລະ​ ຊາວສວນສູງຂຶ້ນ; ສ້າງສູນຄົ້ນຄວ້າ ແລະ ຜະລິດພັນພືດ, ພັນສັດ ແລະ ປຸຍຊີວະພາບພາຍໃນເຂດພາກໃຕ້, ນຳໃຊ້ເຕັກໂນໂລຊີການຈັດການນ້ຳ ແລະ ພະລັງງານແສງອາທິດ ເຂົ້າໃນການຊົນລະປະທານ ເພື່ອໃຫ້ສາມາດຜະລິດໄດ້ຕະຫຼອດປີ; ຂະແໜງອຸດສາຫະກຳປຸງແຕ່ງກະສິກຳ ເພື່ອຫັນປ່ຽນຈາກການສົ່ງອອກວັດຖຸດິບ ມາເປັນການສົ່ງອອກຜະລິດຕະພັນທີ່ມີມູນຄ່າເພີ່ມສູງ; ຂະແໜງພະລັງງານທົດແທນ ແລະ ພະລັງງານສີຂຽວ,​ ໃນຕໍ່ໜ້າຕ້ອງໄດ້ສືບຕໍ່ພັດທະນາໂຄງການພະລັງງານລົມຂະໜາດໃຫຍ່ ເພື່ອສົ່ງອອກໄປຫວຽດນາມ ແລະ ກຳປູເຈຍ, ສ້າງລະບົບສາຍສົ່ງໄຟຟ້າຮ່ວມກັນ ເພື່ອຄວາມສະຖຽນລະພາບທາງດ້ານພະລັງງານ ຂອງ 4 ແຂວງ,​ ສົ່ງເສີມການນຳໃຊ້ຍານພາຫະນະໄຟຟ້າ ໃນການຂົນສົ່ງໂລຈິສຕິກ ແລະ ການທ່ອງທ່ຽວ ຢູ່ພາກໃຕ້ ເພື່ອຫຼຸດຜ່ອນການໃຊ້ນ້ຳມັນເຊື້ອໄຟ.​ ຂະແໜງການທ່ອງທ່ຽວສີຂຽວ​ ຕ້ອງສຸມໃສ່ພັດທະນາເສັ້ນທາງທ່ອງທ່ຽວເຊື່ອມໂຍງ 4 ແຂວງ ຕ້ອງຍົກລະດັບການບໍລິການ ແລະ ທີ່ພັກ ໃຫ້ເປັນມິດຕໍ່ສິ່ງແວດລ້ອມ, ສ້າງໂຄງການທ່ອງທ່ຽວທີ່ເຊື່ອມໂຍງອຸດສາຫະກຳທ້ອງຖິ່ນ, ສົ່ງເສີມການນຳໃຊ້ອາຫານ, ພືດຜັກອິນຊີ ແລະ ຫັດຖະກຳພາຍໃນ 4 ແຂວງ ເຂົ້າໃນໂຮງແຮມ ແລະ ຮ້ານອາຫານ ເພື່ອບໍ່ໃຫ້ເງິນທ່ອງທ່ຽວຮົ່ວໄຫຼອອກຕ່າງປະເທດ.
#ສໍາລັບຂະແໜງບໍລິການຂົນສົ່ງ ແລະ ໂລຈິດສະຕິກ,​ ໃນຕໍ່ໜ້າ,​ ທ່ານນາຍົກລັດຖະມົນຕີ ເນັ້ນໜັກໃຫ້ເອົາໃຈໃສ່ພັດທະນາທ່າບົກ ແລະ ສູນປ່ຽນຖ່າຍສິນຄ້າ ຢູ່ຈຳປາສັກ ແລະ ອັດຕະປື ເພື່ອເກັບຄ່າບໍລິການທາງຜ່ານ ຈາກໄທ ໄປ ຫວຽດນາມ ແລະ ກຳປູເຈຍ, ສ້າງລະບົບສາງເກັບຮັກສາ ແລະ ຫ້ອງເຢັນ ເພື່ອຮັກສາຄຸນນະພາບຂອງສິນຄ້າ ແລະ ຄຸ້ມຄອງລາຄາສິນຄ້າກະສິກຳ ບໍ່ໃຫ້ຖືກກົດລາຄາໃນຍາມຜົນຜະລິດອອກຫຼາຍ, ຫຼຸດຜ່ອນຂັ້ນຕອນທາງດ້ານເອກະສານຢູ່ດ່ານຊາຍແດນ ເພື່ອດຶງດູດໃຫ້ພາກໃຕ້ເປັນເສັ້ນທາງຜ່ານຫຼັກ ຂອງການຄ້າພາກພື້ນ; ຂະແໜງຂຸດຄົ້ນ ແລະ ປຸງແຕ່ງບໍ່ແຮ່,​ ໃນຕໍ່ໜ້າ​ ຕ້ອງຫັນຈາກການຂຸດຄົ້ນແລ້ວສົ່ງອອກແຮ່ດິບ ມາເປັນການສ້າງໂຮງງານອຸດສາຫະກຳປຸງແຕ່ງແຮ່ທາດ ເພື່ອສ້າງມູນຄ່າເພີ່ມ ແລະ ສ້າງວຽກເຮັດງານທໍາໃນທ້ອງຖິ່ນ; ການພັດທະນາຂະແໜງການບໍລິການດ້ານສຶກສາ ແລະ ສາທາລະນະສຸກ,​ ໃນຕໍ່ໜ້າ ມະຫາວິທະຍາໄລຈຳປາສັກ ແລະ ໂຮງຮຽນເຕັກນິກວິຊາຊີບ ຕ້ອງສຸມໃສ່ການສ້າງ ນັກເຕັກນິກ, ນັກວິຊາການ ແລະ ຜູ້ປະກອບການ ທີ່ສາມາດອອກມາສ້າງທຸລະກິດ ແລະ ພັດທະນາ 6 ຂະແໜງການປາຍແຫຼມ, ຍົກລະດັບໂຮງໝໍ ແລະ ສູນການແພດ ໃຫ້ມີຄວາມຊ່ຽວຊານສະເພາະດ້ານ ເພື່ອເປັນສູນກາງປິ່ນປົວຂອງພາກໃຕ້ ຫຼຸດຜ່ອນການເດີນທາງໄປປິ່ນປົວຂ້າມແດນ ແລະ ຮັບປະກັນຄຸນນະພາບການບໍລິການໃຫ້ນັກທ່ອງທ່ຽວ; ເພີ່ມທະວີວຽກງານປ້ອງກັນຊາດ​ – ປ້ອງກັນຄວາມສະຫງົບໃຫ້ມີຄວາມທັນສະໄໝ ແລະ ຮັບປະກັນຄວາມສະຫງົບຢ່າງຮອບດ້ານ,​ ໃນຕໍ່ໜ້າ ຕ້ອງສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ ແລະ ວຽກງານສາມສ້າງ ໃຫ້ເປັນຂະບວນການຟົດຟື້ນ ເພື່ອສ້າງຕາແສງ, ສ້າງບ້ານ ກາຍເປັນປ້ອມທີ່ໝັ້ນແນວໜ້າໃຫ້ແກ່ວຽກງານປ້ອງກັນຊາດ​ – ປ້ອງກັນຄວາມສະຫງົບຢູ່ 4 ແຂວງພາກໃຕ້ ໃຫ້ມີສະຖຽນລະພາບທາງດ້ານການເມືອງ ແລະ ມີຄວາມສະຫງົບປອດໄພ, ສ້າງພື້ນຖານໃຫ້ແກ່ການດຶງດູດການລົງທຶນ ແລະ ການທ່ອງທ່ຽວ; ຄຸ້ມຄອງ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕາມຊາຍແດນ,​ ເພີ່ມທະວີການກວດກາ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ການເຂົ້າ – ອອກເມືອງຜິດກົດໝາຍ, ການຄ້າຂາຍເຖື່ອນ, ການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດລຽບຕາມຊາຍແດນ ໂດຍການນຳໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນການຄຸ້ມຄອງ, ພ້ອມນັ້ນ ກໍເພີ່ມທະວີການເຝົ້າລະວັງ, ຕິດຕາມຢ່າງໃກ້ສິດ ແລະ ຮັກສາຄວາມສະຖຽນລະພາບຢູ່ບໍລິເວນຊາຍແດນຢ່າງເຂັ້ມງວດ, ເເກ້ໄຂບັນຫາຄວາມອ່ອນໄຫວ ຫຼື ຂໍ້ຂັດແຍ່ງຕ່າງໆ ໂດຍຜ່ານກົນໄກການທູດ ແລະ ການປະສານງານຢ່າງສັນຕິວິທີ; ສືບຕໍ່ເສີມຂະຫຍາຍສາຍພົວພັນ, ການຮ່ວມມື ແລະ ການແລກປ່ຽນຂໍ້ມູນຂ່າວສານກັບບັນດາປະເທດທີ່ມີຊາຍແດນຕິດຈອດ ເພື່ອສ້າງເສັ້ນທາງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຄວາມສະຫງົບ ແລະ ການຮ່ວມມືພັດທະນາຢ່າງຍືນຍົງ.
ທັງນີ້ ກໍເພື່ອຜັນຂະຫຍາຍວຽກງານການພັດທະນາເຂດແຄວ້ນ ໃຫ້ກາຍເປັນ ແຜນແມ່ບົດເພື່ອຂຸດຄົ້ນທ່າແຮງບົ່ມຊ້ອນຂອງຊາດໃຫ້ເກີດຜົນປະໂຫຍດສູງສຸດ ໄປຕາມທິດຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ໃຫ້ປະກົດຜົນເປັນຈິງ.

* ຂ່າວ​-ພາບ​: ທູນທອງໃຈ​ *

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa