ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມໃນທົ່ວແຂວງຈຳປາສັກ ປະຈຳປີ 2023 ແລະ ທິດທາງ, ແຜນການວຽກງານ ປະຈຳປີ 2024

ໃນຕອນເຊົ້າ ຂອງວັນທີ 29 ກຸມພາ 2024 ຄະນະໂຄສະນາອົບຮົມ ແຂວງຈຳປາສັກ ໄດ້ໄຂກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມໃນທົ່ວແຂວງ ປະຈຳປີ 2023 ແລະ ວາງທິດທາງແຜນການຈຸດສຸມ ປີ 2024 ເຊິ່ງຈັດຂຶ້ນທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ;ພາຍໃຕ້ການເປັນປະທານ ຂອງທ່ານ ສະນັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກງານພັກ ພະນັກງານຂັ້ນແຂວງ, ເຂົ້າຮ່ວມ ມີ ທ່ານ ປອ ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຄະນະ, ມີ ບັນດາສະຫາຍຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກງານ ການເມືອງ-ແນວຄິດ ຂອງເມືອງ-ນະຄອນ, ແຂກເຊີນຈາກພະແນກການອ້ອມຂ້າງ, ບັນດາສະຫາຍ ຫົວໜ້າຄະນະໂຄສະນາອົບຮົມເມືອງ-ນະຄອນ ແລະ ບັນດາ ສະມາຊິກພັກ-ພະນັກງານ ພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມຢ່າງພອ້ມພຽງ.

     ກອງປະຊຸມດັ່ງກ່າວແມ່ນໄດ້ຮັບຟັງການລາຍງານ ສະຫຼຸບຕີລາຄາໃຫ້ເຫັນບັນດາດ້ານຕັ້ງໜ້າ, ດ້ານຄົງຄ້າງໃນການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມ ໃນທົ່ວແຂວງ ປະຈຳປີ 2023, ເພື່ອສືບຕໍ່ກຳນົດແຜນວຽກງານຈຸດສຸມ ແລະ ມາດຕະການຈັດຕັ້ງປະຕິບັດໃນປີ 2024 ໃຫ້ມີຄວາມຖືກຕ້ອງສອດຄ່ອງ ແລະ ເຄື່ອນໄຫວຢ່າງມີປະສິດທິຜົນຂຶ້ນກວ່າເກົ່າ; ຈາກນັ້ນ ບັນດາຜູ້ແທນທີ່ເຂົ້າຮ່ວມ ຕາງ ກໍ່ໄດ້ແລກປ່ຽນປະກອບຄຳຄິດເຫັນ ຕໍ່ກອງປະຊຸມ ຢ່າງກົງໄປກົງມາ.

      ໃນຕອນທ້າຍກອງປະຊຸມ ທ່ານ ສະນັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກງານພັກ ພະນັກງານຂັ້ນແຂວງ, ກໍ່ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ຂອງຄະນະໂຄສະນາອົບຮົມທົ່ວແຂວງ ໃນໄລຍະ 1 ປີຜ່ານມາ, ພ້ອມທັງເນັ້ນໜັກໃຫ້ທຸກສະຫາຍ ພ້ອມກັນເອົາໃຈໃສ່ສືບຕໍ່ຄົ້ນຄວ້າເຊື່ອມຊຶມ ກໍາແໜ້ນ ບັນດາເນື້ອໃນຈິດໃຈ ຂອງກອງປະຊຸມຄັ້ງນີ້ ເພື່ອນໍາໄປຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕົວຈິງຂອງຕົນ ໃຫ້ມີປະສິດທິຜົນສູງສຸດ ແລະ ຖືເອົາວຽກງານໂຄສະນາອົບຮົມເປັນວຽກໜຶ່ງທີ່ສໍາຄັນ, ເປັນວຽກຫຼັກ, ເປັນວຽກງານແຖວໜ້າໃນຂົງເຂດວຽກງານການເມືອງ-ແນວຄິດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa