ກອງປະຊຸມປະເມີນຜົນການຈັດຕັງປະຕິບັດຫນ້າທີວຽກງານຂອງພະນັກງານການນໍາຄະນະໂຄສະນາອົບຮົມແຂວງ ປະຈຳປີ 2023.

ກອງປະຊຸມປະເມີນຜົນການຈັດຕັງປະຕິບັດຫນ້າທີວຽກງານຂອງພະນັກງານການນໍາຄະນະໂຄສະນາອົບຮົມແຂວງ ປະຈຳປີ 2023.

     ໃນຕອນເຊົ້າ ເວລາ 8 ໂມງ 30 ນາທີ ຂອງວັນທີ 14 ທັນວາ 2023 ທີ່ຜ່ານມາ, ຢູ່ທີ່ຄະນະໂຄສະນາອົບຮົມແຂວງ ໄດ້ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດຫນ້າທີ່ວຽກງານຂອງພະນັກງານການນໍາ ( ຫົວໜ້າ ແລະ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ) ປະຈຳປີ 2023. ພາຍໃຕ້ການເປັນປະທານຂອງທ່ານ ປອ ສຸປານີ ສິລິປຸນໂຍ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ.

ມີ ຄະນະກຳມະການກວດກາປະເມີນຜົນຂັ້ນແຂວງ, ບັນດາຮອງຫົວໜ້າຄະນະ, ຫົວໜ້າຂະແໜງ ແລະ ຮອງຂະແໜງເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອກວດກາປະເມີນຜົນການຈັດຕັ້ງປະຕິບັດຫນ້າທີ່ວຽກງານຂອງພະນັກງານ-ລັດຖະກອນ ຜູ້ບໍລິຫານລະດັບສູງຂອງເມືອງ, ນະຄອນ ແລະ ພະແນກການ. ໂດຍປະຕິບັດຕາມດຳລັດ ສະບັບເລກທີ 359/ຄອຂ.ຈສ, ລົງວັນທີ 13 ທັນວາ 2023, ວ່າດ້ວຍການປະເມີນຜົນການຈັດຕັ້ງປະຕິບັດວຽກງານ ພະນັກງານ-ລັດຖະກອນ, ຂໍ້ຕົກລົງຂອງເຈົ້າແຂວງ ສະບັບເລກທີ 976/ຈຂ.ຈສ, ລົງວັນທີ 22 ສິງຫາ 2023 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ, ຄະນະວິຊາການ ແລະ ກອງເລຂາຊ່ວຍວຽກປະເມີນຜົນການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ ປະຈຳປີ 2023; ແຈ້ງການຂອງພະແນກພາຍໃນລົງເລກທີ 96/ພນຂ, ລົງວັນທີ 18 ກັນຍາ 2023, ກ່ຽວກັບການຈັດຕັ້ງປະຕິບັດການປະເມີນຜົນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ຂອງພະນັກງານລັດຖະກອນ ປະຈຳປີ 2023.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa