ປະເມີນໜ່ວຍພັກອາຫານ ແລະ ຢາ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026

ປະເມີນໜ່ວຍພັກອາຫານ ແລະ ຢາ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026

ວັນທີ​ 16 ພະຈິກ​ 2026,​ ໄດ້ຈັດໃຫ້ມີກອງປະຊຸມປະເມີນໜ່ວຍພັກອາຫານ ແລະ ຢາ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026.​ ກອງປະຊຸມ​ຈັດຂຶ້ນ​ຢູ່​ພະແນກສາທາລະນະສຸກ ໂດຍການເປັນປະທານຮ່ວມຂອງ ສະຫາຍ ປອ.​ນັນທະສານ ວັນນະວົງ ກຳມະການ​ພັກ​ແຂວງ​ ເລຂາຄະນະພັກຮາກຖານພະແນກສາທາລະນະສຸກແຂວງຈໍາປາສັກ,​ສະຫາຍ ສະຫາຍ ຄໍາປະສົງ ພົມມະວົງ ຄະນະພັກຮາກຖານ ຫົວໜ້າຂະແໜງສັງລວມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມແຂວງ, ສະຫາຍ ນາງ ສັງວານ ແສນສຸກ ເລຂາໜ່ວຍພັກ​ອາຫານ ແລະ ຢາ.​ ມີຄະນະກຳມະການກວດກາປະເມີນຜົນໜ່ວຍພັກປອດໃສ,​ ເຂັ້ມແຂງ​ ແລະ​ ໜັກ​ແໜ້ນ​ຂັ້ນແຂວງ​ ພ້ອມດ້ວຍຄະນະໜ່ວຍພັກ 9 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານພະແນກສາທາລະນະສຸກແຂວງ ແລະ ສະມາຊິພັກສົມບູນ​ພາຍໃນ​ໜ່ວຍພັກ​ອາຫານ ແລະ ຢາເຂົ້າຮ່ວມ.

#ໃນກອງປະຊຸມ​ ໄດ້ຜ່ານບົດລາຍງານການກະກຽມກວດກາປະ ເມີນຜົນໜ່ວຍພັກປອດໃສ,​ ເຂັ້ມແຂງ ໜັກແໝ້ນ ປະຈໍາປີ 2026 ຂອງໜ່ວຍພັກອາຫານ ແລະ ຢາ.​ ຕໍ່ມາ,​ຕາງໜ້າອົງການຈັດຕັ້ງ​ມະຫາຊົນ​ ​ກໍໄດ້ລາຍງານການປະເມີນ​ຊາວໜຸ່ມ,​ ແມ່ຍິງ,​ ກໍາມະບານ​ ແລະ ປະເມີນລັດຖະກອນ ໂດຍຫຍໍ້.​ ພ້ອມນີ້​ ກໍໄດ້ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ,​ ເຂັ້ມແຂງ ແລະ​ໜັກແໜ້ນ ປະຈໍາປີ 2026.​ ໜ່ວຍພັກ​ແມ່ນໜ່ວຍພັກໜຶ່ງຂຶ້ນກັບຄະນະພັກຮາກຖານພະແນກສາທາລະນະສຸກແຂວງຈຳປາສັກ, ມີພາລະບົດບາດນຳພາວຽກງານຄຸ້ມຄອງຄຸນນະພາບອາຫານ, ຢາ ແລະ ຜະລິດຕະພັນການແພດ ໃຫ້ມີຄຸນນະພາບ ແລະ ປອດໄພຕໍ່ຜູ້ບໍລິໂພກ.
ປັດຈຸບັນ​ ມີສະມາຊິພັກທັງໝົດ 15 ສະ​ຫາຍ,​ ຍິງ​ 5 ສະຫາຍ.​ ສາມາດຈັດປະເພດສະມາຊິກພັກ: ປະເພດແຂງ ແລະ ຈັດປະເພດເປັນໜ່ວຍພັກແຂງ. ແລະ ວາງທິດທາງແຜນການກໍ່ສ້າງ ໜ່ວຍພັກ ປອດໃສ,​ ເຂັ້ມແຂງ ແລະ​ ໜັກແໜ້ນ ປະຈຳປີ 2027 ຂອງໜ່ວຍພັກອາຫານ ແລະ ຢາ.​
#ຈາກນັ້ນ, ຄະນະກຳມະການປະເມີນຜົນໜ່ວຍພັກປອດໃສ,​ ເຂັ້ມແຂງ​ ແລະ​ ໜັກແໜ້ນຂັ້ນແຂວງ​ ກໍໄດ້ປະກອບຄໍາເຫັນ​ ຕໍ່ບົດສະຫຼຸບ ແລະ​ ບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກ​ ເພື່ອນໍາສະເໜີ​ຄະນະພັກ​ -​ ຂັ້ນເທິງຄົ້ນຄວ້າອະນຸມັດ ເປັນໜ່ວຍພັກປອດໃສ,​ ເຂັ້ມແຂງ​ ແລະ​ ໜັກ​ແໜ້ນ​ ປະຈໍາປີ​ 2026 ໃນໂອກາດຕໍ່ໄປ.​ ຕອນ​ທ້າຍ​ກອງປະຊຸມ​ ສະຫາຍ​ ປອ.​ນັນ​ທະ​ສານ​ ວັນນະ​ວົງ​ ກໍາມະການພັກແຂວງ​ ເລຂາຄະນະພັກ​ຮາກຖານ​ພະແນກສາທາລະນະສຸກແຂວງ​ ປະທານກອງປະຊຸມ ກໍມີຄໍາເຫັນໂອ້ລົມຊີ້ທິດ​ເຍືອງ​ທາງ​ ຕື່ມອີກ​.

ຂ່າວ-ພາບ: ຈັນທະວີສັກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa