ຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງ​ຈໍາປາສັກ​ ຈັດກອງປະຊມການສ້າງແຜນກໍານົດພະນັກງານນໍາພາ​ -​ ຄຸ້ມຄອງ​

ຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງ​ຈໍາປາສັກ​ ຈັດກອງປະຊມການສ້າງແຜນກໍານົດພະນັກງານນໍາພາ​ -​ ຄຸ້ມຄອງ​

#ຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງ​ຈໍາປາສັກ​ ໄດ້ຈັດກອງປະຊມການສ້າງແຜນກໍານົດພະນັກງານນໍາພາ​ -​ ຄຸ້ມຄອງ. ກອງປະຊຸມ​ຈັດຂຶ້ນ​ໃນວັນທີ 16 ພະຈິກ​ 2026​ ຢູ່​ຫ້ອງປະຊຸມສໍານນັກງານແຂວງ ໂດຍການ​ເປັນປະທານ​ຮ່ວມຂອງສະຫ ສົມສີ​ ມະນີ​ນິນ​ ຄະນະປະຈໍາ​ພັກແຂວງ​ ຫົວ​ໜ້າຄະນະຈັດຕັ້ງແຂວງ,​ ສະຫາຍ​ ປະດິດ​ ວັນນະ​ລັດສະໝີ​ ຄະນະ​ປະຈຳ​ພັກແຂວງ​ ເລຂາຄະນະພັກຮາກຖານ​ ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ແຂວງ​.​ ມີ​ຄະນະປັບປຸງກົງຈັກການຈັດຕັ້ງພັ​ກ -​ ລັດຂັ້ນແຂວງ, ຮອງເລຂາຄະນະພັກຮາກຖາານ,​ ຄະນະ​ພັກຮາກຖານ, ເລຂາ​ -​ ຮອງເລຂາ​ໜ່ວຍພັກ,​ ຫົວໜ້າ​ -​ ຮອງຫົວໜ້າ​ຂະແໜງ​, ສະມາຊິກພັກ,​ ພະນັກງານ​ -​ ລັດຖະກອນ​ ພາຍໃນ​ຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມ.​

#ໃນພິທີ,​ ພາຍຫຼັງ​ ສະຫາຍ​ ສົມສີ​ ມະນີ​ນິນ​ ຄະນະປະຈໍາ​ພັກແຂວງ​ ຫົວ​ໜ້າຄະນະຈັດຕັ້ງແຂວງ ກ່າວເແີດກອງປະຊຸມ​ ແລ້ວ,​ ສະຫາຍ​ ບົວສອນ​ ວົງຫາຈັກ ຮອງປະທານກວດກາພັກແຂວງ​ ຕາງຄະນະປັບປຸງກົງຈັກ​ການຈັດຕັ້ງ​ພັກ​ – ລັດຂັ້ນແຂວງ​ ໄດ້ຜ່ານ​ມາດຖານເງື່ອນໄຂຂອງພະນັກງານນໍາພາ​ -​ ຄຸ້ມຄອງ​ ໂດຍປະຕິບັດຕາມມະຕິຕົກລົງ ຂອງກົມການເມືອງສູນກາງພັກ ເລກທີ 64/ກມສພ ວ່າດ້ວຍວຽກງານສ້າງ ແຜນກຳນົດພະນັກງານນໍາພາ.​- ຄຸ້ມຄອງ ແລະ ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ເລກທີ 557/ຄຈສພ​ ເພື່ອເປັນບ່ອນອີງໃຫ້ແກ່ການສ້າງແຜນກໍານົດພະນັກງານນໍາພາ​ -​ ຄຸ້ມຄອງ​ ​ໂດຍຍົກໃຫ້ເຫັນມາດຕະຖານລວມ​ ເປັນຕົ້ນແມ່ນດ້ານຄຸນທາດການເມືອງ,​ ດ້ານຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນດໍາລົງຊີວິດ, ດ້ານຄວາມຮູ້​ – ຄວາມສາມາດ, ດ້ານແບບແຜນການນໍາພາ ແລະ ວິທີເຮັດວຽກ,​ ດ້ານສຸຂະພາບ.​ ນອກນີ້,​ ຍັງຍົກໃຫ້ເຫັນມາດຖານສະເພາະ ຕາມມະຕິຂອງກົມການເມືອງສູນກາງພັກ ເລກທີ 030/ກມສພ​ ເປັນຕົ້ນ​ແມ່ນ​ ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄວາມບໍລິສຸດສັດຊື້ຕໍ່ພັກ, ຕໍ່ການຈັດຕັ້ງ, ຕໍ່ປະຊາຊົນ, ມີ ຫຼັກໝັ້ນມິດ​ – ສັດຕູຈະແຈ້ງ,​ ເປັນເອກະພາບສູງກັບແນວທາງປ່ຽນແປງໃໝ່ຂອງພັກ ແລະ ຮູ້ຈັດຕັ້ງຜັນຂະຫຍາຍແນວທາງ, ມະຕິ, ຄໍາສັ່ງຂອງພັກ, ລະບຽບ, ກົດໝາຍຂອງລັດ ແລະ ແຜນພັດທະນາເສດຖະກິດ​ – ສັງຄົມເຂົ້າໃນໜ້າທີ່ການເມືອງຂອງຕົນທີ່ຖືກມອບໝາຍ,​ ມີປະສົບການ ແລະ ສໍາເລັດໜ້າທີ່ຕຳແໜ່ງນໍາພາ​ – ຄຸ້ມຄອງໃດໜຶ່ງມາກ່ອນ​ ແລະ​ ມາດຕະຖານສະເພາະຂອງຕຳແໜ່ງບໍລິຫານ.

#ຕໍ່ມາ, ທ່ານ​ ສົມສີ​ ມະນີ​ນິນ​ ຄະນະປະຈໍາ​ພັກແຂວງ​ ຫົວ​ໜ້າຄະນະຈັດຕັ້ງແຂວງ​ ປະທານຮ່ວມກອງປະຊຸມ​ ກໍມີຄໍາເຫັນຊີ້ນໍາ​ ວ່າ:
ກອງປະຊຸມຄັ້ງນີ້ ສຸດທີ່ມີຄວາມສໍາຄັນເປັນຢ່າງຍິ່ງ ເພາະວ່າການສ້າງແຜນກຳນົດພະນັກງານນໍາພາ​ – ຄຸ້ມຄອງ ແມ່ນວຽກງານໜຶ່ງທີ່ສໍາຄັນຕົ້ນຕໍຂອງວຽກງານພະນັກງານ, ເປັນການຫັນແຜນຍຸດທະສາດກ່ຽວກັບວຽກງານພະນັກງານເປັນອັນລະອຽດ, ແມ່ນການຄາດຄະເນເປົ້າໝາຍພະນັກງານເຂົ້າ ໃນຕຳແໜ່ງງານນໍາພາ​ – ຄຸ້ມຄອງແຕ່ລະຂັ້ນ, ແຕ່ລະຂະແໜງການ ເປັນບ່ອນອີງທີ່ສໍາຄັນໃຫ້ແກ່ການສ້າງແຜນກໍ່ສ້າງ ແລະ ບຳລຸງຢ່າງສົມເຫດສົມຜົນ,​ ແນໃສ່ຮັບປະກັນລັກສະນະສືບທອດປ່ຽນແທນຕໍ່ເນື່ອງ​ ທັງເປັນການກະກຽມບຸກຄະລາກອນໃນລັກສະນະເປີດກວ້າງ ເພື່ອມີແຫຼ່ງເລືອກເຟັ້ນພະນັກງານນໍາພາ​ – ຄຸ້ມຄອງ ຕອບສະໜອງທາງດ້ານຈໍານວນ, ຄຸນນະພາບ, ໂຄງປະກອບໃຫ້ຄົບຊຸດ ຕາມຄວາມຮຽກຮ້ອງ ຕ້ອງການໃນການພັດທະນາເສດຖະກິດ​ – ສັງຄົມ.​ ຍ້ອນແນວນັ້ນ,​ ຜູ້ເຂົ້າຮ່ວມ​ຕ້ອງກໍາແໜ້ນມາດຕະຖານລວມ​ ແລະ​ ມາດຕະຖານ​ສະເພາະຂອງບຸກຄະລາກອນຜູ້ທີ່ຈະຄັດເລືອກເຂົ້າໃສ່ຕໍາແໜ່ງພະນັກງານນໍາພາ​ -​ ຄຸ້ມຄອງ​ ພ້ອມທັງຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ໃນຖານະເປັນສະມາຊິກພັກ ຕ້ອງແຍກແຍະ​ ເລື່ອງສ່ວນລວມ ແລະ​ ເລື່ອງສ່ວນຕົວ​ ເພື່ອ​ເລືອກເອົາບຸກຄົນທີ່ມີມາດຕະຖານ ແລະ​ ເງື່ອນໄຂ​ໂດດເດັ່ນ​ກວ່າໝູ່​ ເຂົ້າໃນຕໍາແໜ່ງພະນັກງານນໍາພາ​ -​ ຄຸ້ມຄອງ​ ຂອງຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງ​ ເພື່ອເຮັດໜ້າທີ່ວຽກງານໃຫ້ມີຄວາມສອດຄ່ອງ​ ບົນພື້ນຖານ​ລະບຽບ​ກົດໝາຍ,​ ເຄົາລົບ​ເຊິ່ງກັນ​ ແລະ​ ກັນ.​
#ຈາກນັ້ນ, ຄະນະປັບປຸງກົງຈັກການຈັດຕັ້ງ ພັກ​ – ລັດ ຂັ້ນແຂວງ​ ກໍດໍາເນີນການທາບທາມ​ ໂດຍແຈກຢາຍບັດ​ ແລະ​ ແນະນໍາວິທີການຂີດບັດທາບທາມການສ້າງແຜນກໍານົດພະນັກງານນໍາພາ​ -​ ຄຸ້ມຄອງ ແລະ​ ດໍາເນີນການທາບທາມແບບເປີດກວ້າງ.

* ຂ່າວ​-ພາບ​: ທູນທອງໃຈ​ *

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa