
ຄະນະໂຄສະນາອົບຮົມແຂວງຈໍາປາສັກ ໄດ້ຈັດພິທີປາຖະກະຖາວັນສໍາຄັນຕ່າງໆຂອງພັກ, ຂອງຊາດ ແລະ ຂອງສາກົນ ຄື: ວັນສ້າງຕັ້ງການທູດລາວ ຄົບຮອບ 81 ປີ (12/10/1945 – 12/10/2026),
ວັນຊາດ ສປ ຈີນ ຄົບຮອບ 77 ປີ (1/10/1994 – 1/10/2026), ວັນປະກາດເອກກະລາດ ຄົບຮອບ 81 ປີ(12/10/1945 – 12/10/2026), ລະນຶກວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບສ້າງຄວາມທຸກຍາກຂອງ ສປປ ລາວ ຄົບຮອບ 39 ປີ ແລະ ຄົບຮອບ 23 ປີ(17/10/1987 - 17/10/2026) ແລະ (17 – 24/10/2003 - 17 – 24/10/2026).

#ພິທີປາຖະກະຖາຄັ້ງນີ້ ຈັດຂຶ້ນໃນວັນທີ 15 ຕຸລາ 2026 ຢູ່ສະໂມສອນແຂວງ ໂດຍການໃຫ້ກຽດເປັນປະທານຂອງທ່ານ ປະລິນຍາເອກ ສຸກສະຫວັນ ວິໄລວົງ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ. ມີ ທ່ານ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ບັນດາທ່ານຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະພັກ - ຄະນະນໍານະຄອນປາກເຊ - ເມືອງ, ຄະນະພັກ – ຄະນະບັນຊາກໍາລັງ ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການນໍາສະມາຄົມຈີນແຂວງ, ຄະນະພັກ – ຄະນະພະແນກການກົມກອງອ້ອມຂ້າງແຂວງ, ສະຖາບັນການສຶກສາອ້ອມຂ້າງແຂວງ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງ, ພະນັກງານວິຊາການ, ທະຫານ, ຕຳຫຼວດ ແລະ ສື່ມວນຊົນຂອງແຂວງ ເຂົ້າຮ່ວມ.#ໃນພິທີ, ທ່ານ ປະລິນຍາເອກ ສຸກສະຫວັນ ວິໄລວົງ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ ໄດ້ໃຫ້ກຽດບັນລະຍາຍເອກະສານວັນສ້າງຕັ້ການທູດລາວ ຄົບຮອບ 81 ປີ; ທ່ານ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໃຫ້ກຽດບັນລະຍາຍເອກະສານວັນຊາດ ສປ ຈີນ ຄົບຮອບ 77 ປີ; ທ່ານ ພິມພອນ ພັນດານຸວົງ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ ໃຫ້ກຽດບັນຍາຍລະຍາຍເອກະສານວັນປະກາດເອກກະລາດ ຄົບຮອບ 81 ປີ; ທ່ານ ສົມບູນ ເຮືອງວົງສາ ຄະນະປະຈຳພັກ ແຂວງ ຮອງປະທານຄະນະກຳມະການປົກຄອງແຂວງໃຫ້ກຽດບັນລະຍາຍເອກະສານລະນຶກວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບສ້າງຄວາມທຸກຍາກຂອງ ສປປ ລາວ ຄົບຮອບ 39 ປີ ແລະ ຄົບຮອບ 23 ປີ.



#ຈຸດປະສົງ ກໍເພື່ອລະນຶກເຖິງ ວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ 12 ຕຸລາ ເຊິ່ງເປັນວັນທີ່ມີຄວາມໝາຍທາງປະຫັວດສາດ ໃນການຕໍ່ສູ້ກູ້ຊາດ ຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ຍາດເອົາເອກະລາດ, ອິດສະຫຼະພາບ ແລະ ຜືນແຜນດິນອັນຄົບຖ້ວນຈາກກຳມື ຂອງ ຈັກກະພັດຜູ້ຮຸກຮານ ທັງເປັນການໂຄສະນາສຶກສາອົບຮົມບັນດາຊັ້ນຄົນຕ່າງໆ ໃນທົ່ວສັງຄົມ, ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ກັບມູນເຊື້ອຮັກຊາດ, ນໍ້າໃຈພິລາດອາດຫານ ຂອງກອງທັບ ແລະ ປະຊາຊົນບັນດາເຜົ່າ ພ້ອມກັນເປັນເຈົ້າການເສີມຂະຫຍາຍມູນເຊື້ອຮັກຊາດ, ນໍ້າໃຈພິລາດອາດຫານ ບໍ່ຍອມຈຳນົນ, ນໍ້າໃຈເສຍສະຫຼະອັນສູງສົ່ງ, ຮັບຮູ້ເຂົ້າໃຈ ແນວທາງການຕ່າງປະເທດຂອງພັກ ໃນແຕ່ລະໄລຍະ, ຄວາມສາມັກຄີປອງດອງ ກັບປະເທດຕ່າງໆ ໂດຍສະເພາະແມ່ນປະເທດເພື່ອນມິດຍຸດທະສາດ, ຍົກສູງສະຕິລະວັງຕົວ ຕໍ່ກົນອຸບາຍທໍາລາຍມ້າງເພ ຂອງອິດທິກຳລັງປໍລະປັກ ແລະ ພວກຄົນທີ່ບໍ່ຫວັງດີ. ນອກນີ້, ກໍເພື່ອສະແດງຄວາມກະຕັນຍູ, ຮູ້ບຸນຄຸນຕໍ່ທ່ານຜູ້ນຳ, ບັນດານັກຮົບປະຕິວັດ, ວິລະຊົນ ແລະ ຜູ້ມີຜົນງານອັນໃຫຍ່ຫຼວງ ຕໍ່ປະເທດຊາດ, ບ້ານເມືອງ ຖືເອົາໂອກາດສໍາຄັນນີ້ ເປັນການໂຄສະນາປຸກລະດົມ ໃຫ້ພະນັກງານສະມາຊິກພັກ ຕະຫຼອດຮອດປະຊາຊົນຊັ້ນຄົນ ຕ່າງໆ ຮໍ່າຮຽນເອົາຄຸນງາມຄວາມດີ, ຄຸນສົມບັດສິນທໍາປະຕິວັດ ຂອງບັນດານັກຮົບປະຕິວັດ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມດັ່ງກ່າວ ເຂົ້າໃນການຝຶກຜົນຫຼ່ໍຫຼອມ ຕົນເອງ ແລະ ຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານທີ່ຕົນຮັບຜິດຊອບໃຫ້ມີຜົນສໍາເລັດເປັນກ້າວໆ.

* ຂ່າວ-ພາບ: ທູນທອງໃຈ *