ຄະນະໂຄສະນາອົບຮົມແຂວງ ຈັດອົບຮົມເຊື່ອມຊຶມລະບຽບພັກ ຍົກສູງບົດບາດການນຳພາ ແລະ ຝຶກຝົນຄຸນທາດການເມືອງ

ຈຳປາສັກ — ຄະນະໂຄສະນາອົບຮົມແຂວງ ຈັດກອງປະຊຸມອົບຮົມເຊື່ອມຊຶມບັນດາເນື້ອໃນສຳຄັນກ່ຽວກັບວຽກງານພັກ ໂດຍສຸມໃສ່ການເສີມສ້າງຄວາມເຂັ້ມແຂງດ້ານການນຳພາ, ວຽກງານພະນັກງານ, ການຮັກສາຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ ໃຫ້ແກ່ຄະນະໜ່ວຍພັກ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ.

ກອງປະຊຸມຈັດຂຶ້ນທີ່ສຳນັກງານຄະນະໂຄສະນາອົບຮົມແຂວງ ໃນວັນທີ 24 ກັນຍາ 2026 ໂດຍມີ ທ່ານ ປອ.ວັນນະລາ ສຸດທິຈັກ, ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ເປັນປະທານ. ມີຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.

ການອົບຮົມຄັ້ງນີ້ ໂດຍມີເນື້ອໃນຫຼັກ 5 ບົດ ປະກອບມີ:
ບົດທີ 1: ເຊື່ອມຊຶມກົດລະບຽບຂອງພັກສະໄໝທີ XII ແລະ ເສີມຂະຫຍາຍມູນເຊື້ອຂອງພັກ;
ບົດທີ 2: ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ;
ບົດທີ 3: ສ້າງການຜັນປ່ຽນວຽກງານພະນັກງານໃນເງື່ອນໄຂປະຈຸບັນ;
ບົດທີ 4: ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ພາຍໃນພັກ;
ບົດທີ 5: ຝຶກຝົນ ແລະ ຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ.
ສຳລັບເນື້ອໃນແຕ່ລະບົດ ມຸ່ງເນັ້ນໃຫ້ຜູ້ເຂົ້າອົບຮົມເຂົ້າໃຈເຖິງຫຼັກການ, ກົດລະບຽບ ແລະ ແນວທາງສຳຄັນຂອງພັກ, ພ້ອມທັງນຳໄປໝູນໃຊ້ໃນການນຳພາ, ການຈັດຕັ້ງ, ການບໍລິຫານວຽກງານ ແລະ ການປະຕິບັດໜ້າທີ່ຢູ່ພາຍໃນອົງການ ແລະ ໜ່ວຍງານຂອງຕົນ.

ພ້ອມນີ້ ການອົບຮົມຍັງເນັ້ນການຍົກສູງຄວາມຕະໜັກຮູ້ຂອງສະມາຊິກພັກ ແລະ ພະນັກງານ ໃນການຮັກສາວິໄນ, ປັບປຸງຕົນເອງ, ສ້າງຄວາມເປັນແບບຢ່າງທີ່ດີ, ສະກັດກັ້ນປະກົດການຫຍໍ້ທໍ້ ແລະ ເສີມສ້າງຄຸນທາດການເມືອງ, ຄຸນສົມບັດ ແ

ລະ ຈິດໃຈຮັບຜິດຊອບໃນການປະຕິບັດໜ້າທີ່.
ການຈັດອົບຮົມຄັ້ງນີ້ ເປັນອີກກິດຈະກຳໜຶ່ງທີ່ມຸ່ງເນັ້ນການເສີມສ້າງຄວາມຮູ້, ຄວາມເຂົ້າໃຈ ແລະ ຄວາມຕະໜັກຮູ້ດ້ານວຽກງານພັກ ໃຫ້ແກ່ຄະນະພັກ, ສະມາຊິກພັກ ແລະ ພະນັກງານ ເພື່ອນຳໄປປະຍຸກໃຊ້ໃນການປະຕິບັດວຽກງານໃຫ້ມີປະສິດທິຜົນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa