#ຕອນເຊົ້າວັນທີ 22 ກັນຍາ 2026, ສະຫາຍ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມ ແຂວງຈຳປາສັກ, ຜູ້ຊີ້ນຳວຽກງານຮອບດ້ານຂອງເມືອງປະທຸມພອນ, ໄດ້ລົງເຄື່ອນໄຫວຊີ້ນຳ-ຊຸກຍູ້ວຽກງານຮອບດ້ານຢູ່ ສຳນັກງານປົກຄອງ ເມືອງປະທຸມພອນ ໂດຍມີສະຫາຍ ສົມຈິດ ແພງສະຫວັດ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ, ພ້ອມດ້ວຍບັນດາສະຫາຍຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ(ການນຳຂອງເມືອງ)ໃຫ້ກຽດຕ້ອນຮັບ.

#ໃນໂອກາດດັ່ງກ່າວ, ຄະນະນຳຂອງເມືອງໄດ້ລາຍງານ ຜົນການຈັດຕັ້ງ-ປະຕິບັດວຽກງານຮອບດ້ານໃນໄລຍະ 9 ເດືອນ ພ້ອມທັງທິດທາງ ແລະ ແຜນການ 3 ເດືອນທ້າຍປີ 2026 ໃຫ້ຄະນະຊີ້ນຳໄດ້ຮັບຊາບ. ເນື້ອໃນການລາຍງານໄດ້ເນັ້ນໃສ່ຜົນງານ, ບັນຫາອຸປະສັກ ແລະ ບັນດາວຽກງານຈຸດສຸມທີ່ຕ້ອງເລັ່ງດຳເນີນການໃນໄລຍະທ້າຍປີ 2026.


#ພາຍຫຼັງການລາຍງານ, ບັນດາສະຫາຍທີ່ເຂົ້າຮ່ວມໄດ້ຮ່ວມກັນສະເໜີຄຳຄິດເຫັນ, ລາຍງານສະພາບຕົວຈິງ, ສະເໜີບັນຫາ ແລະ ແນວທາງແກ້ໄຂໃນແຕ່ລະດ້ານ ເພື່ອຮ່ວມກັນຊອກຫາວິທີການຊຸກຍູ້ວຽກງານໃຫ້ມີຄວາມຄືບໜ້າ ແລະ ບັນລຸຕາມແຜນການທີ່ວາງໄວ້.
#ຈາກນັ້ນ, ສະຫາຍ ປະດິດ ວັນນະລັດສະໝີ ພ້ອມດ້ວຍຄະນະນຳເມືອງ ກໍ່ໄດ້ລົງເຄື່ອນໄຫວຢູ່ ຕາແສງມ່ວງ, ເຊິ່ງເປັນໂອກາດທີ່ອົງຄະນະພັກຮາກຖານຕາແສງມ່ວງ ໄດ້ຈັດກອງປະຊຸມສ່ອງແສງປະຈຳເດືອນ ກັນຍາ 2026 ໂດຍມີບັນດາເລຂາໜ່ວຍພັກບ້ານ ແລະ ອົງການຈັດຕັ້ງຈາກພາກສ່ວນຕ່າງໆພາຍໃນຕາແສງເຂົ້າຮ່ວມ.
#ພ້ອມນີ້, ສະຫາຍ ໄພວອນ ສີໂຍທາ ກຳມະການພັກເມືອງ ເລຂາອົງຄະນະພັກຮາກຖານ ປະທານຄະນະກຳມະການປົກຄອງຕາແສງມ່ວງ, ກໍ່ໄດ້ລາຍງານສະພາບລວມ, ຜົນການຈັດຕັ້ງ-ປະຕິບັດວຽກງານພາຍໃນຂອບເຂດຮັບຜິດຊອບ ພ້ອມທັງບັນຫາທີ່ຍັງຄ້າງຄາ ແລະ ວຽກງານຈຸດສຸມທີ່ຈະສືບຕໍ່ດຳເນີນ.
#ໃນຕອນທ້າຍ, ສະຫາຍ ປະດິດ ວັນນະລັດສະໝີ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນຳແນະນຳຕໍ່ຄະນະນຳເມືອງ ແລະ ຕາແສງມ່ວງ ໃຫ້ສືບຕໍ່ເອົາໃຈໃສ່ການນຳພາ-ຊີ້ນຳ, ກວດກາຕິດຕາມວຽກງານຮອບດ້ານ, ເລັ່ງແກ້ໄຂບັນຫາຄ້າງຄາ, ກຳນົດຈຸດສຸມໃນ 3 ເດືອນທ້າຍປີ 2026 ແລະ ສຸມກຳລັງຈັດຕັ້ງປະຕິບັດໃຫ້ບັນລຸໝາກຜົນຕາມແຜນການ.
#ການລົງເຄື່ອນໄຫວຄັ້ງນີ້ ຈຶ່ງເປັນອີກໜຶ່ງໂອກາດສຳຄັນໃນການກວດກາ, ຕິດຕາມ ແລະ ຊີ້ນຳວຽກງານຮອບດ້ານຈາກຂັ້ນແຂວງລົງສູ່ຂັ້ນເມືອງ ແລະ ຮາກຖານ, ເພື່ອສ້າງຄວາມເປັນເອກະພາບໃນການນຳພາ ແລະ ເລັ່ງຜົນງານໃຫ້ບັນລຸເປົ້າໝາຍໃນທ້າຍປີ 2026.
________
ທີ່ມາ:ຄະນະໂຄສະນາອົບຮົມ ເມືອງປະທຸມພອນ
Admin: ສີສົມບູນ ວົງວຽງຄຳ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa