ແຂວງຈຳປາສັກ ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 5 ສະໄໝທີ IX

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຈຳປາສັກ ຄັ້ງທີ 5 ສະໄໝທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 23 ກໍລະກົດ 2026 ຢູ່ສະໂມສອນເມືອງໂຂງ. ກອງປະຊຸມໄດ້ໃຫ້ກຽດເປັນປະທານຂອງ ສະຫາຍ ປອ. ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຈຳປາສັກ; ໂດຍມີ ສະຫາຍ ຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກນະຄອນ, ເລຂາພັກ 9 ເມືອງ, ຫົວໜ້າພະແນກການ-ກົມກອງອ້ອມຂ້າງແຂວງ ແລະ ຄະນະຮັບຜິດຊອບກອງປະຊຸມ ເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ປອ. ອາລຸນໄຊ ສູນນະລາດ ໄດ້ກ່າວໄຂກອງປະຊຸມ ເຊິ່ງມີບາງຕອນສຳຄັນກ່າວວ່າ: ກອງປະຊຸມຄົບຄະນະໃນຄັ້ງນີ້ ຖືເປັນຄັ້ງທຳອິດທີ່ຄະນະບໍລິຫານງານພັກແຂວງ ຈັດຂຶ້ນຢູ່ເມືອງໂຂງ ໂດຍຈະດຳເນີນໄປເປັນເວລາ 2 ວັນ (23–24 ກໍລະກົດ 2026). ກອງປະຊຸມຈະໄດ້ພ້ອມກັນຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 4 ສະໄໝທີ IX, ໂດຍສະເພາະແມ່ນການນຳພາ-ຊີ້ນຳວຽກງານຮອບດ້ານຂອງຄະນະບໍລິຫານງານພັກແຂວງ ໃນໄລຍະ 6 ເດືອນຕົ້ນປີ 2026 ທີ່ຜ່ານມາ, ພ້ອມທັງຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນໃສ່ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2026.

#ສໍາລັບບັນດາວຽກງານສຳຄັນທີ່ຈະໄດ້ຄົ້ນຄວ້າໃນກອງປະຊຸມ ປະກອບມີ:
-ດ້ານເສດຖະກິດ-ສັງຄົມ: ປະເມີນການນຳພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ໄລຍະ 6 ເດືອນຕົ້ນປີ, ແຜນດັດແກ້ ແລະ ທິດທາງຊີ້ນຳ-ນຳພາ 6 ເດືອນທ້າຍປີ 2026.
-ດ້ານການບໍລິຫານລັດ: ເນັ້ນການນຳພາຈັດຕັ້ງປະຕິບັດວຽກງານຫັນເປັນທັນສະໄໝ ໃນການບໍລິຫານລັດຂອງພະແນກການ, ບັນດາເມືອງ ແລະ ນະຄອນ.
-ດ້ານຍຸຕິທຳ ແລະ ກົດໝາຍ: ການສ້າງສະຕິເຄົາລົບລະບຽບກົດໝາຍ, ການດຳເນີນຄະດີຕາມຂະບວນການຍຸຕິທຳ ແລະ ການປະຕິບັດຄຳຕັດສິນຂອງສານ ໃນໄລຍະ 6 ເດືອນຜ່ານມາ ພ້ອມທັງທິດທາງ 6 ເດືອນທ້າຍປີ.
-ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ): ການນຳພາຈັດຕັ້ງປະຕິບັດວຽກງານ ປກຊ ຕິດພັນກັບການເຄື່ອນໄຫວວຽກງານປ້ອງກັນຊາຍແດນ, ວຽກງານປະຈຳການກຽມພ້ອມສູ້ຮົບ ແລະ ການຝຶກອົບຮົມຫັດແອບກຳລັງກອງຫຼອນ ປະຈຳປີ 2026.
-ການແກ້ໄຂປະກົດການຫຍໍ້ທໍ້: ສຸມໃສ່ການສະກັດກັ້ນ ແລະ ແກ້ໄຂກຸ່ມສະແກມເມີ (Scammer) ທົ່ວແຂວງ ໃນໄລຍະຜ່ານມາ ແລະ ມາດຕະການແກ້ໄຂໃນ 6 ເດືອນທ້າຍປີ 2026.
-ການປັບປຸງກົງຈັກ ແລະ ຮັບມືໄພພິບັດ: ການນຳພາປັບປຸງກົງຈັກການຈັດຕັ້ງພັກ-ລັດ ຂັ້ນແຂວງ ຕິດພັນກັບການສ້າງຄວາມເຂັ້ມແຂງໃຫ້ຄະນະກຳມະການປົກຄອງຕາແສງ, ການກະກຽມຄວາມພ້ອມຮັບມືກັບສະພາບໄພພິບັດ ແລະ ມາດຕະການຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບ.
-ການກວດກາພັກ: ຜ່ານບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກແຂວງ ສະໄໝທີ IX ໄລຍະ 6 ເດືອນຕົ້ນປີ 2026 ແລະ ການສຳຫຼວດບຸກຄົນໃນຄະນະບໍລິຫານງານພັກແຂວງ.
ພ້ອມນີ້ສະຫາຍ ປະທານກອງປະຊຸມ ໄດ້ມີຄໍາເຫັນເນັ້ນຕື່ມວ່າ: ບັນດາເນື້ອໃນທີ່ກ່າວມານັ້ນ ລ້ວນແຕ່ມີຄວາມໝາຍຄວາມສຳຄັນເປັນຢ່າງຍິ່ງ ເຊິ່ງຕິດພັນໂດຍກົງກັບຄວາມຮັບຜິດຊອບຂອງຄະນະພັກ ແລະ ອົງການປົກຄອງແຕ່ລະຂັ້ນ. ດັ່ງນັ້ນ, ຮຽກຮ້ອງມາຍັງບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບ, ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ຕໍ່ຮ່າງເອກະສານ ແລະ ບົດລາຍງານຕ່າງໆ. ໂດຍຍົກໃຫ້ເຫັນຜົນສຳເລັດຕົວຈິງ, ວິເຄາະ-ວິໄຈບັນຫາທີ່ຄົງຄ້າງ, ພ້ອມທັງຄົ້ນຄິດຢ່າງເລິກເຊິ່ງຕໍ່ທິດທາງ, ວິທີການ ແລະ ມາດຕະການແກ້ໄຂໃນຕໍ່ໜ້າ ເພື່ອສູ້ຊົນໃຫ້ແຜນວຽກຈຸດສຸມ ບັນລຸຈຸດປະສົງຄາດໝາຍທີ່ວາງໄວ້ຢ່າງມີປະສິດທິພາບ.

ຂ່າວ-ພາບ: ຈັນທະວີສັກ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa