
ໃນວັນທີ 8 ທັນວາ 2025; ທ່ານ ປອ ວັນນະລາ ສຸດທິຈັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຈໍາປາສັກ ພ້ອມຄະນະຮັບຜິດຊອບວຽກງານເວັບໄຊ ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊ) ປະຈຳໄຕມາດ lV (10-11-12), ຕິດພັນກັບການສະຫຼຸບສັງລວມຜົນງານໃນຕະຫຼອດໄລຍະປີ 2025 ແລະ ການວາງທິດທາງແຜນການຕໍ່ໜ້າ ປີ 2026. ຜ່ານກອງປະຊຸມທາງໄກ (video conference ), ພາຍໃຕ້ການເປັນປະທານຂອງທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາວຽກງານກົມຂໍ້ມູນຂ່າວສານ, ມີ ທ່ານ ສົມປະສົມ ພົງປະເສີດຫົວໜ້າກົມຂໍ້ມູນຂ່າວສານ, ຄະນະພະແນກຂອງກົມຂໍ້ມູນຂ່າວສານ, ຕາງໜ້າພາກສ່ວນກົມສື່ມວນຊົນ, ຄະນະພັກ-ຄະນະນໍາ ແລະ ຄະນະຮັບຜິດຊອບວຽກງານເວັບໄຊ ຂອງຄະນະໂຄສະນາອົບຮົມແຂວງ ໃນທົ່ວປະເທດ ເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງລາຍງານຫຍໍ້ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານເວັບໄຊໃນໄລຍະ 1 ປີຜ່ານມາ ໂດຍສະເພາະແມ່ນໃນໄຕມາດ lV (10-11-12) ຂອງປີ 2025 ທີ່ປະກອບດ້ວຍສະພາບລວມໃນການເຄື່ອນໄຫວ, ຜົນສໍາເລັດ, ບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ທິດທາງແຜນການໃນປີ 2026, ພ້ອມກັນນັ້ນ ຍັງໄດ້ມີການປະກອບຄໍາເຫັນໃນການວາງວິໄສທັດ ເພື່ອແນໃສ່ປັບປຸງ ແລະ ພັດທະນາວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊ) ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ ໃຫ້ມີຄວາມສະດວກ, ວ່ອງໄວ, ທັນກັບສະພາບການ, ເຂົ້າເຖິງທຸກເປົ້າໝາຍ ທັງສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ແລະ ກ້າວໄປສູ່ການຫັນເປັນທັນສະໃໝ; ຮັບຟັງການລາຍງານສະພາບການພາຍຫຼັງປັບປຸງກົງຈັກການຈັດຕັ້ງ ຂອງບັນດາຄະນະໂຄສະນາອົບຮົມແຂວງ ທົ່ວປະເທດ ເພື່ອແນ່ໃສ່ຍົກສູງບົດບາດການນໍາພາ ແລະ ສ້າງຄວາມເຂັ້ມແຂງໃນການກໍ່ສ້າງບຸກຄະລາກອນໃຫ້ແທດເໝາະກັບໜ້າທີ່ວຽກງານ ເວົ້າລວມ, ເວົ້າສະເພາະ ແນ່ໃສ່ຄວາມເປັນເອກະພາບໃນການເຄື່ອນໄຫວວຽກງານນັບແຕ່ຂັ້ນສູນກາງຫາທ້ອງຖິ່ນ.

ໃນຕອນທ້າຍກອງປະຊຸມ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາວຽກງານກົມຂໍ້ມູນຂ່າວສານ ປະທານກອງປະຊຸມ ໄດ້ມີຄໍາເຫັນ ແລະ ເນັ້ນໜັກວຽກງານບາງດ້ານຕໍ່ຄະນະຊີ້ນຳວຽກງານເວັບໄຊຂອງຄະນະໂຄສະນາອົບຮົມແຂວງ ທົ່ວປະເທດ:
1. ສະເໜີໃຫ້ຄະນະນໍາ, ຜູ້ຊີ້ນໍາວຽກງານເວັບໄຊສສືບຕໍ່ຕິດຕາມ, ກວດກາ, ໃຫ້ຄວາມໃກ້ຊິດຕິດແທດຊີ້ນໍາ-ນໍາພາ ແລະ ມີການຕິດຕາມເປັນປະຈໍາກ່ຽວກັບການເຄື່ອນໄຫວຂອງຄະນະຮັບຜິດຊອບແອັດມິນໃນການຄຸ້ມຄອງ ແລະ ພັດທະນາເວັບໄຊສຂອງຕົນຢ່າງເລິກເຊິ່ງ.
2. ໃນເງື່ອນໄຂທີ່ມີການປັບປຸງນີ້ຢາກໃຫ້ຄະນະນໍາ, ບັນດາສະຫາຍຄະນະຮັບຜິດຊອບ ແລກປ່ຽນກັນຕື່ມໃນການສັບຊ້ອນບຸກຄະລາກອນ, ການສ້າງບຸກຄະລະກອນຈາກໄດ້ຮັບລາຍງານມາ ແລະ ລົງຕິດຕາມການເຄື່ອນໄຫວຢູ່ຮາກຖານ ຍັງເຫັນໄດ້ວ່າບາງແຂວງຍັງມີຜູ້ຮັບຜິດຊອບ ຫຼື ແອັດມິນພຽງຄົນດຽວ, ສະນັ້ນຕ້ອງໄດ້ເບີ່ງຄືນໃນຈຸດນີ້ຫຼາຍຄົນຊ່ວຍກັນຫຼາຍແນວຄິດ, ຜູ້ໜຶ່ງຄ່າກໍຍັງຜູ້ໜຶ່ງສາມາດປ່ຽນແທນກັນໄດ້, ແບ່ງວຽກໃນຄະນະຮັບຜິດຊອບນໍາກັນໃຫ້ແທດເໝາະກັບຄວາມຮູ້ ຄວາມສາມາດຂອງແຕ່ລະສະຫາຍ, ຢູ່ໃນຄະນະຮັບຜິດຊອບກໍຈະຕ້ອງໄດ້ຮຽນຮູ້ຊ່ວຍກັນ ແລະ ກໍ່ສ້າງເອົາກັນຢ່າງໜ້ອຍຕ້ອງມີສອງສະຫາຍຂື້ນໄປສຳລັບແອັດມິນ.
3. ສືບຕໍ່ຕິດຕາມກວດກາການເຄື່ອນໄຫວໜ້າເວັບໄຊສຂອງແຂວງຕົນໃຫ້ມີຄວາມອຸດົມສົມບູນ ນອກຈາກຂ່າວການເຄື່ອນໄຫວຂອງຄະນະນຳ, ຂອງວຽກງານໂຄສະນາອົບຮົມແລ້ວ ໃນນາມພວກເຮົາເຮັດໜ້າທີ່ໂຄສະນາອົບຮົມຕ້ອງໄດ້ຄົ້ນຄວ້າຊອກຮູ້, ກໍາແໜ້ນບັນດາເນື້ອໃນເອກະສານມະຕິ, ຄໍາສັ່ງ, ລະບຽບກົດໝາຍຂອງລັດ ແລະ ວັນສໍາຄັນຂອງຊາດ ຂອງພັກ ນໍາມາລົງເຜີຍແຜ່ໃນເວັບໄຊສ ແລະ ສື່ຂອງຕົນ ໃຫ້ມີຫຼາກຫຼາຍສີສັນ ເພື່ອເປັນການດຶງດູດຜູ້ເຂົ້າຊົມເຂົ້າອ່ານ.
4. ສືບຕໍ່ຍົກສູງຄຸນນະພາບດ້ານເຕັກນິກເປັນຕົ້ນແມ່ນການຕັດຕໍ່ຮູບພາບ, ການຕັດຕໍ່ວິດີໂອ ຄືພວກສະຫາຍໄດ້ສະເໜີເລື້ອຍໆ ເມື່ອມີຜູ້ທີ່ຊຳນານວຽກງານດັ່ງກ່າວມາຂື້ນກັບໂຄສະນາແລ້ວ, ບັນດາສະຫາຍຈະມີທິດທາງຄືແນວໃດ ເພື່ອນຳໃຊ້ບົດຮຽນຄວາມຮູ້ທີ່ບັນດາສະຫາຍຕ້ອງການເຂົ້າໃນການໂຄສະນາອົບຮົມ, ຕ້ອງໄດ້ພ້ອມກັນບຸກບືນ, ຍາດແຍ່ງຄວາມຮູ້ບໍ່ແມ່ນວ່າຈະລໍຖ້າ ແລະ ນີ້ງໃຫ້ພາກສ່ວນໃດໜຶ່ງຮັບຜິດຊອບ ເຮົາເອງຕ້ອງເປັນຫຼັກເປັນເຈົ້າການ ທັງໝົດກໍແມ່ນເພື່ອສ້າງຄວາມເຂັ້ມແຂງໃນແກ່ຕົນເອງເຂົ້າໃນວຽກງານທີ່ຕົນຮັບຜິດຊອບ.
5. ສໍາລັບພາກສ່ວນຖະແຫຼງຂ່າວ ແລະ ພາກສ່ວນສື່ ບັນດາສະຫາຍກໍຕ້ອງໄດ້ສ້າງກົນໄກການປະສານງານຢ່າງລະອຽດຮ່ວມກັນເພື່ອເຮັດແນວໃດວຽກງານຈະເຊື່ອມຈອດ ແລະ ໄປໃນລວງດຽວກັນ ຕ້ອງໄດ້ະ້ອມກັນຄົ້ນຄວ້າຕື່ມ.
6. ແຜນການ ແລະ ທິດທາງຄາດໝາຍໃນຕໍ່ໜ້າເຫັນວ່າບັນດາສະຫາຍກໍ່ໄດ້ຂຽນອອກມາແຈ້ງແລ້ວສະນັ້ນຈະບັນລຸຕາມເປົ້າໝາຍທີ່ວາງໄວ້ກໍຕ້ອງໄດ້ພ້ອມກັນສາມັກຄີເປັນຈິດໜຶ່ງໃຈດຽວ ແລະ ໃນຂອດການຈັດຕັ້ງປະຕິບັດໃນຕໍ່ໜ້າຂໍໃຫ້ບັນດາສະຫາຍສືບຕໍ່ຄົ້ນຄິດປະດິດສ້າງຮູບແບບໃນການໂຄສະນາໃຫ້ມີໃບໜ້າໃໝ່, ສິ່ງໃໝ່ໆ ແລະ ພົ້ນເດັ່ນຂຶ້ນຕື່ມ.
