Order Lyrica (Pregabalin) 150mg, 75mg online

Order Imitrex (Sumatriptan) 100mg, 50mg, 25mg online

Order Neurontin (Gabapentin) 800mg, 600mg, 400mg, 300mg, 100mg online

Order Lyrica (Pregabalin) 150mg, 75mg online

Order Megalis 20mg online

ທ່ານ ສອນໄຊ ສີພັນດອນ ໂອ້ລົມຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກ ແຂວງຈໍາປາສັກ -

ທ່ານ ສອນໄຊ ສີພັນດອນ ໂອ້ລົມຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກ ແຂວງຈໍາປາສັກ

           ໃນຕອນບ່າຍວັນທີ 24 ກໍລະກົດ 2026, ທີ່ສະໂມສອນເມືອງໂຂງ, ທ່ານ ສອນໄຊ ສີພັນດອນ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຮອບດ້ານແຂວງຈຳປາສັກ ທັງເປັນສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຈຳປາສັກ ຄັ້ງທີ 5 ສະໄໝທີ IX.

ໃນໂອກາດດັ່ງກ່າວ, ທ່ານ ປອ. ອາລຸນໄຊ ສູນນະລາດ, ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ໄດ້ລາຍງານສະພາບການນຳພາ-ຊີ້ນຳ ວຽກງານຮອບດ້ານໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026. ໂດຍສະເພາະແມ່ນ ການພັດທະນາເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການກໍ່ສ້າງຮາກຖານການເມືອງ, ການພັດທະນາຊົນນະບົດ ແລະ ການລຶບລ້າງຄວາມທຸກຍາກ.

              #ໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານທີ່ອົງຄະນະພັກແຂວງຍາດມາໄດ້. ເຖິງວ່າສະພາບການສາກົນ ແລະ ພາກພື້ນຈະມີການຜັນແປຢ່າງສັບສົນ, ແຕ່ແຂວງຈຳປາສັກຍັງສາມາດຮັກສາສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ-ປອດໄພ. ພ້ອມນີ້, ຍັງໄດ້ຍ້ອງຍໍຕໍ່ຜົນງານການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເຊິ່ງສາມາດມ້າງຄະດີ ແລະ ຈັບກຸມຜູ້ກະທຳຜິດໄດ້ 781 ຄົນ, ສະກັດກັ້ນອາຊະຍາກຳທາງໄຊເບີ (ສະແກມເມີ) ໄດ້ທັນການ, ລວມທັງດ້ານເສດຖະກິດ GDP ຂະຫຍາຍຕົວ ບັນລຸໄດ້ 28,251.84 ຕື້ກີບ, ເກັບລາຍຮັບງົບປະມານໄດ້ລື່ນກາຍເຄິ່ງໜຶ່ງຂອງແຜນການປີ ແລະ ມີນະໂຍບາຍ ເຊັ່ນ: ການບໍລິການລົດເມຟຣີ ຢູ່ນະຄອນປາກເຊ ເພື່ອຫຼຸດຜ່ອນພາລະລາຍຈ່າຍຂອງປະຊາຊົນ ໃນທ່າມກາງວິກິດການລາຄານໍ້າມັນ.
ພ້ອມນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ຊີ້ໃຫ້ເຫັນ 3 ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ ທີ່ຕ້ອງໄດ້ຮີບຮ້ອນແກ້ໄຂ ຄື:
– ບັນຫາເສດຖະກິດ-ການເງິນ: ອັດຕາເງິນເຟີ້, ລາຄາສິນຄ້າ ແລະ ນໍ້າມັນເຊື້ອໄຟຜັນຜວນ ກະທົບຕໍ່ຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນ.
– ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ: ຢູ່ບາງທ້ອງຖິ່ນຍັງຊັກຊ້າ, ການເກັບລາຍຮັບຍັງມີຊ່ອງໂຫວ່, ການຫັນເປັນທັນສະໄໝ ຍັງກວມລວມ ແລະ ເຄືອຂ່າຍຢາເສບຕິດຍັງມີຄວາມສະຫຼັບຊັບຊ້ອນ.

– ຂົງເຂດວັດທະນະທຳ-ສັງຄົມ: ອັດຕາການປະລະການຮຽນ ແລະ ການຂາດແຄນຄູຢູ່ເຂດຫ່າງໄກສອກຫຼີກຍັງເພີ່ມຂຶ້ນ, ການພັດທະນາສີມືແຮງງານຍັງບໍ່ທັນຕອບສະໜອງໄດ້ຕາມຄວາມຕ້ອງການຂອງຕະຫຼາດ.

          #ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດແຜນການ 6 ເດືອນທ້າຍປີ 2026 ບັນລຸຜົນສຳເລັດ, ທ່ານ ນາຍົກລັດຖະມົນຕີ ໄດ້ຊີ້ນຳ ແລະ ມອບວຽກງານຈຸດສຸມ 4 ດ້ານ ໃຫ້ແຂວງຈຳປາສັກ ສຸມໃສ່ຈັດຕັ້ງປະຕິບັດ ດັ່ງນີ້:
– ດ້ານເສດຖະກິດ-ການເງິນ: ເພີ່ມທະວີການຄຸ້ມຄອງລາຍຮັບຢ່າງເຂັ້ມງວດ ຕາມກົດໝາຍວ່າດ້ວຍງົບປະມານແຫ່ງລັດ ແລະ ກົດໝາຍວ່າດ້ວຍສ່ວຍສາອາກອນ; ເລັ່ງຫັນເປັນທັນສະໄໝນຳໃຊ້ລະບົບ TaxRIS, EasyTax ແລະ ການຊຳລະຜ່ານທະນາຄານ; ສົ່ງເສີມການຜະລິດພາຍໃນ (ເຂົ້ານາປີ, ພືດຜັກ, ການລ້ຽງສັດ) ເພື່ອທົດແທນການນຳເຂົ້າ ແລະ ສົ່ງອອກ; ກວດກາ-ຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ, ປະຕິບັດລະບຽບການກັບຜູ້ກັກຕຸນສິນຄ້າ ແລະ ການບໍລິການແລກປ່ຽນເງິນຕາເຖື່ອນຢ່າງເດັດຂາດ.
– ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: ສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍເນັ້ນໃສ່ການສະກັດກັ້ນ, ມ້າງເຄືອຂ່າຍ ແລະ ການກວດກາຊາຍແດນ ແລະ ດ່ານສາກົນ, ສະກັດກັ້ນກຸ່ມອາຊະຍາກຳຂ້າມຊາດ (ສະແກມເມີ) ບໍ່ໃຫ້ມີບ່ອນຫຼົບຊ້ອນ.
– ດ້ານການພັດທະນາວັດທະນະທຳ-ສັງຄົມ: ວາງມາດຕະການແກ້ໄຂການປະລະການຮຽນ, ປັບປຸງສະຫວັດດີການ ແລະ ນະໂຍບາຍຕໍ່ຄູອາສາສະໝັກຢູ່ເຂດຫ່າງໄກສອກຫຼີກ; ຍົກລະດັບການບໍລິການສາທາລະນະສຸກຮາກຖານ ແລະ ກຽມພ້ອມຮັບມືກັບໄພພິບັດທຳມະຊາດ (ອຸທົກກະໄພ) ໃນໄລຍະລະດູຝົນຕະຫຼອດ 24 ຊົ່ວໂມງ.
– ດ້ານການປັບປຸງກົນໄກການບໍລິຫານລັດ ແລະ ວຽກງານພັກ-ພະນັກງານ: ປັບປຸງກົນໄກບໍລິຫານ ໃຫ້ກະທັດຮັດ, ໂປ່ງໃສ, ວ່ອງໄວ ໂດຍຫັນເປັນລັດດິຈິຕອນ; ເພີ່ມທະວີການບໍລິການຜ່ານປະຕູດຽວ (One-Stop Service); ເຊີດຊູຄວາມເປັນແບບຢ່າງນຳໜ້າ, ຮັກສາຄວາມສາມັກຄີເປັນເອກະພາບພາຍໃນ ເພື່ອຜ່ານຜ່າທຸກອຸປະສັກ ແລະ ຜັນຂະຫຍາຍມະຕິກອງປະຊຸມ ຄັ້ງທີ 5 ສະໄໝທີ IX ໃຫ້ປະກົດຜົນເປັນຈິງ.

ຂ່າວ-ພາບ: ຈັນທະວີສັກ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa