Order Lyrica (Pregabalin) 150mg, 75mg online

Order Imitrex (Sumatriptan) 100mg, 50mg, 25mg online

Order Neurontin (Gabapentin) 800mg, 600mg, 400mg, 300mg, 100mg online

Order Lyrica (Pregabalin) 150mg, 75mg online

Order Megalis 20mg online

ນະຄອນປາກເຊປາຖະກະຖາວັນສຳຄັນຕ່າງໆຂອງພັກ, ຂອງຊາດ ແລະ ສາກົນ -

ນະຄອນປາກເຊປາຖະກະຖາວັນສຳຄັນຕ່າງໆຂອງພັກ, ຂອງຊາດ ແລະ ສາກົນ

        ນະຄອນປາກເຊຈັດພິທີປາຖະກະຖາວັນສຳຄັນຕ່າງໆຂອງພັກ, ຂອງຊາດ ແລະ ສາກົນເປັນຕົ້ນແມ່ນ ວັນຊາດຈີນ ຄົບຮອບ 76ປີ (1/10/1949-1/1/10/2025), ວັນສ້າງຕັ້ງການທູດລາວຄົບຮອບ80ປີ (12/10/1945-12/10/2025) ແລະ 50 ປີ (12/10/1975-12/10/2025), ວັນປະກາດເອກະລາດ ຄົບຮອບ 80 ປີ (12/10/1954), ວັນລະນຶກວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລົບລ້າງຄວາມທຸກຍາກຂອງ ສປປລາວ ຄົບຮອບ 38 ປີ ( 17/10/1987-17/10/2025 ແລະ ຄົບຮອບ 22 ປີ (17-24/10/2003-17-24/10/2025), ວັນມະຫາປະຕິວັດ ເດືອນຕຸລາລັດເຊຍ ຄົບຮອບ 108 ປີ (7/11/1917-7/10/2025) ແລະ ວັນເກີດທ່ານ ຟຣີດຣິກ ອັງແກນ ຄົບຮອບ 205 ປີ (28/11/1820-28/11/2025).

      ພິທີດັ່ງກ່າວຈັດຂື້ນໃນວັນທີ 20 ພະຈິກ 2025 ທີ່ສະໂມສອນນະຄອນປາກເຊ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ບັນຍາຍເອກະສານຂອງທ່ານ ຄອນສະຫວັນ ວັນນິວົງຄຳ ຮອງເລຂາຄະນະບໍລິຫານງານພັກນະຄອນປາກເຊ ປະທານກວດກາພັກ-ລັດນະຄອນປາກເຊ ແລະ ທ່ານ ວິລັດ ນຽມທະຈິດ ຄະນະປະຈຳພັກນະຄອນ ຫົວໜ້າຄະນະໂຄສະນາອົບຮົມນະຄອນປາກເຊ, ມີຫົວໜ້າຫ້ອງການ, ຄະນະຫ້ອງການ, ພະນັກງານ-ລັດຖະກອນ ແລະ ນາຍບ້ານທົ່ວນະຄອນປາກເຊເຂົ້າຮ່ວມຮັບຟັງ.

          ໃນໂອກາດດັ່ງກ່າວ ທ່ານ ຄອນສະຫວັນ ວັນນິວົງຄຳ ຮອງເລຂາຄະນະບໍລິຫານງານພັກນະຄອນ, ປະທານກວດກາພັກ-ລັດ ນະຄອນໄດ້ຍົກໃຫ້ເຫັນເຖິິງບັນດາເຫດການສໍາຄັນພາຍນອກ ແລະ ພາຍໃນທີ່ສ້າງເງື່ອນໄຂໃຫ້ແກ່ການປະກາດເອກະ ລາດ12ຕຸລາ1945, ການສືບຕໍ່ເສີມຂະຫຍາຍມູນເຊື້ອວັນປະກາດເອກະລາດ, ພ້ອມທັງຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນການທູດລາວ, ຜົນສໍາເລັດໃນການເປີດກວ້າງການພົວພັນສາກົນຂອງ ສປປລາວ. ຈາກນັ້ນ ທ່ານ ວິລັດ ນຽມທະຈິດ ຄະນະປະຈຳພັກນະຄອນ ຫົວໜ້າຄະນະໂຄສະນາອົບຮົມນະຄອນປາກເຊ ໄດ້ຍົກໃຫ້ເຫັນເຖິິງການກຳເນີດການປະຕິວັດເດືອນຕຸລາລັດເຊຍ, ຄວາມໝາຍ ແລະ ຜົນສະທ້ອນຂອງການປະຕິວັດເດືອນຕຸລາລັດເຊຍ, ຜົນສະທ້ອນ ແລະ ການຊ່ວຍເຫຼືອຂອງສະຫະພາບໂຊຫວຽດຕໍ່ລາວ, ຄວາມຮັບຮູ້ທີ່ຖືກຕ້ອງຕໍ່ການປະຕິວັດຕຸລາລັດເຊຍໃນເງື່ອນໄຂໃໝ່, ຍົກໃຫ້ເຫັນເຖິງຄວາມເປັນມາ ແລະ ມູນເຊື້ອ ສປ ຈີນ, ຜົນງານໃນການສ້າງສາພັດທະນາປະເທດຊາດໃນໄລຍະຜ່ານມາ, ການພົວພັນລະຫວ່າງ ສປປ ລາວ ກັບ ສປ ຈີນ, ປະຫວັດຄວາມເປັນມາຂອງວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລົບລ້າງຄວາມທຸກຍາກ17-24 ຕຸລາ, ຜົນສໍາເລັດໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນລາວ ພ້ອມທັງຍົກໃຫ້ເຫັນເຖິິງຊິວິດ ແລະ ການເຄື່ອນໄຫວ, ຜົນງານ, ຄຸນງາມຄວາມດີຂອງທ່ານ ຟຣິດຣິກ ອັງແກນອີກດ້ວຍ.
ເຊີ່ງມີຜູ້ເຂົ້າຮ່ວມຮັບຟັງທັງຫມົດ 151 ສະຫາຍ ຍິງ 75 ສະຫາຍ, ສະມາຊິກພັກ 134 ສະຫາຍ ຍິງ 68 ສະຫາຍ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa