

ພີທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975 – 2 ທັນວາ 2025) ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920 – 13 ທັນວາ 2025) ຢ່າງເປັນຂະບວນຟົດຟື້ນ ແລະ ຍິ່ງໃຫຍ່, ການສະເຫຼີມສະຫຼອງມີຂຶ້ນໃນຕອນແລງຂອງວັນທີ 5 ທັນວາ 2025 ທີ່ສະໜາມກິລາຫຼັກ2 ນະຄອນປາກເຊ ໃຫ້ກຽດເປັນປະທານ ແລະ ກ່າວຄໍາປາໃສຂອງສະຫາຍ ປອ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ, ພະອາຈານໃຫຍ່ ມະຫາສຸວັນ ຈັນທະລາດ ປະທານອົງການພຸດທະສາສະໜ້າສໍາພັນລາວ ແຂວງຈໍາປາສັກ, ພ້ອມຄະນະສົງ, ມີສະຫາຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ຄະນະບໍລິຫານ ງານພັກແຂວງ, ອະດີດການນໍາຂັ້ນສູງຂອງແຂວງ, ພະນັກງານອາວຸໂສບຳນານ, ອະດີດນັກຮົບປະຕິວັດ, ນັກຮົບແຂ່ງຂັນ, ວິລະຊົນແຫ່ງຊາດ, ອົງການຈັດຕັ້ງມະຫາຊົນ, ຕົວແທນຂອງນາຍ ແລະ ພົນທະຫານ, ນາຍ ແລະ ພົນ ຕຳຫຼວດ, ກົງສູນໃຫ່ຍແຫ່ງ ສສ ຫວຽດນາມ ແລະ ກົງສູນໃຫຍ່ແຫ່ງ ຣາຊະອານາຈັກກໍາປູເຈຍ, ບັນດາຫົວໜ່ວຍທຸລະກິດ ແລະ ກ້ອນກຳລັງມວນຊົນ ທີ່ເປັນຕົວແທນໃຫ້ແກ່ ປະຊາຊົນບັນດາເຜົ່າຊາວແຂວງຈໍາປາສັກ ເຂົ້າຮ່ວມ.
ໃນພິທີສະຫາຍ ປະດິດ ວັນນະລັດສະໝີ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ກ່າວລາຍງານການກະກຽມຄວາມພ້ອມ ຈັດງານສະເຫຼີມສະຫຼອງ ວັນຊາດ ທີ 2 ທັນວາ ຄົບຮອບ 50ປີ.

ຈາກນັ້ນສະຫາຍ ປອ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ໃຫ້ກຽດກ່າວຄໍາປາໃສ່ໃນໂອກາດແຂວງຈໍາປາສັກຈັດພິທີສະຫຼອງວັນສໍາຄັນດັ່ງກ່າວຢ່າງເປັນຂະບວນຟົດຟື້ນ ເນື້ອໃນສໍາຄັນບາງຕອນຂອງຄໍາປາໃສ ໄດ້ຍົກໃຫ້ເຫັນກ່ອນໜ້ານີ້ 50 ປີ, ຊາດລາວເຮົາ ເປັນຊາດໜຶ່ງ ທີ່ມີປະຫວັດສາດຄວາມເປັນມາອັນຍາວນານຫຼາຍພັນປີ, ມີ ມູນເຊື້ອທີ່ສະຫງ່າອົງອາດ ແຫ່ງການຕໍ່ສູ້ຕ້ານການຮຸກຮານຂອງສັດຕູຈາກພາຍນອກ ແລະ ການສ້າງສາ ພັດທະນາ, ໂດຍສືບທອດມູນເຊື້ອດັ່ງກ່າວນັ້ນ, ປະຊາຊົນລາວບັນດາເຜົ່າພາຍໃຕ້ການນໍາພາຂອງພັກ ປະຊາຊົນປະຕິວັດລາວ ໄດ້ສາມັກຄີກັນຕໍ່ສູ້ຢ່າງພິລະອາດຫານ ຕ້ານການຮຸກຮາກຂອງພວກລ່າເມືອງຂຶ້ນ ທັງແບບເກົ່າ ແລະ ໃໝ່ ສາມາດປົດປ່ອຍປະເທດຊາດຢ່າງມີໄຊ, ສະຖາປານາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975, ເຊິ່ງເປັນການໄຂສັງກາດ ໃໝ່ ທີ່ມີອິດສະຫຼະພາບ, ສັນຕິພາບ, ຄວາມເປັນເອກະພາບ, ເປັນເຈົ້າຂອງປະເທດຊາດແທ້ຈິງ ເຊິ່ງລັດ ປະຊາທິປະໄຕປະຊາຊົນ ແມ່ນລັດທີ່ເກີດຈາກການຕໍ່ສູ້ເສຍສະຫຼະອັນໃຫຍ່ຫຼວງຂອງປະຊາຊົນລາວບັນດາ ເຜົ່າ, ລັດທີ່ມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ ແລະ ເພື່ອເປັນການສືບຕໍ່ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດເວົ້າລວມ, ເວົ້າ ສະເພາະແຂວງຈໍາປາສັກ ຂໍຮຽກຮ້ອງໃຫ້ທຸກຄົນຕ້ອງສູ້ຊົນອອກແຮງຢ່າງແຂງແຮງໃນ ການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ, ເຮັດໃຫ້ສຸດຂຸດໃຫ້ເຖິງບັນລຸຄໍາ ຂວັນ 5 ຂໍ້:
* ຍົກສູງຄວາມສາມາດນໍາພາຂອງພັກ,
* ເພີ່ມທະວີການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ,
* ເສີມຂະຫຍາຍກຳລັງແຮງສັງລວມ ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງຢ່າງແຂງແຮງ,
* ສ້າງແຂວງຈຳປາສັກ ເປັນສູນກາງພັດທະນາຂອງພາກໃຕ້,
* ເຮັດໃຫ້ປວງປະຊາຢູ່ດີກິນດີ.
#ສືບຕໍ່ປົກປັກຮັກສາໝາກຜົນຂອງການປະຕິວັດ, ຜົນງານ ແລະ ໄຊຊະນະຕະຫຼອດໄລຍະ 50 ປີ ຄືກັບຮັກສາແກ້ວຕາຕົນເອງດ້ວຍຊີວິດ ແລະ ອຸດົມການອັນເດັດດ່ຽວໜຽວແໜ້ນ, ສະເໝີຕົ້ນ ສະເໝີປາຍຂອງຮຸ່ນຄົນສືບທອດຕໍ່ໄປຢ່າງບໍ່ຢຸດຢັ້ງ.ດ້ວຍການເສີມຂະຫຍາຍນໍ້າໃຈຮັກຊາດອັນດູດດື່ມ, ຄວາມບໍລິສຸດຜຸດຜ່ອງ, ຄວາມຮັບຜິດຊອບຕໍ່ໜ້າທີ່ ການເມືອງ, ຄວາມເສຍສະຫຼະອັນສູງສົ່ງຂອງທົ່ວພັກ, ທົ່ວລັດ ແລະ ທົ່ວກຳລັງປະກອບອາວຸດ, ສາມັກຄີ ເປັນປຶກແຜ່ນແໜ້ນໜາ ຂອງປວງຊົນລາວທັງຊາດ ກໍຄືແຂວງຈຳປາສັກ.
+ດ້ານການອອກແຮງແຂ່ງຂັນຮັກຊາດ ແລະ ພັດທະນາ:
1,ຮັກຊາດຕ້ອງປົກປັກຮັກສາໝາກຜົນຂອງການປະຕິວັດ,
2, ຮັກຊາດຕ້ອງພັດທະນາຕົນເອງສົມຄູ່ກັບໜ້າທີ່ຂອງຕົນເອງ
3, ຮັກຊາດຕ້ອງກຳແໜ້ນ ແລະ ປະຕິບັດກົດໝາຍ, ລະບຽບການຢ່າງເຂັ້ມງວດ;
4, ຮັກຊາດຕ້ອງຮັກອາຊີບຕົນເອງ ອາຊີບໃດກໍໄດ້ທີ່ບໍ່ຜິດກົດໝາຍ;
5, ຕັ້ງໜ້າພັດທະນາຕາມທ່າແຮງຕິດພັນ ສອຈ
6,ຮັກຊາດຕ້ອງປະຕິບັດພັນທະຂອງພົນລະເມືອງຄົບຖ້ວນ ໂດຍສະເພາະການມີສ່ວນຮ່ວມສ້າງ ພື້ນຖານໂຄງລ່າງ, ປະຕິບັດ 3 ສະອາດທົ່ວແຂວງ (ເຮືອນສະອາດ, ຫ້ອງການ/ສຳນັກງານສະອາດ, ສະຖານທີ່ສາທາລະນະສະອາດ).
+ຫາກແຂວງຈຳປາສັກ ມີຄວາມໝັ້ນຄົງ, ມີຄວາມສະຫງົບ ແລະ ມີການພັດທະນາປະເທດຊາດກໍຈະມີ ຄວາມໝັ້ນຄົງ ແລະ ມີການພັດທະນາ; ພວກເຮົາຈະສາມາດບັນລຸຈຸດໝາຍສ້າງ ສປປ ລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ, ເອກະພາບ ແລະ ວັດທະນະຖາວອນ ເກີດເປັນຈິງຢ່າງແນ່ນອນ.
#ໃນພິທີອັນມີຄວາມໝາຍສໍາຄັນໄດ້ພ້ອມກັນໂຮມພະລັງແຮງຄວາມສາມັກຄີ ຂອງຊາວແຂວງຈຳປາສັກ ດ້ວຍຄໍາຂວັນ ຄື:
* ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໝັ້ນຍືນ!
* ພັກປະຊາຊົນປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ!
* ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຍືນຍົງໃນພາລະກິດປະຕິວັດ ແລະ ຢູ່ໃນດວງໃຈຂອງປະຊາຊົນລາວຕະຫຼອດໄປ!
* ນໍ້າໃຈວັນຊາດ ທີ 2 ທັນວາ ໝັ້ນຍືນ!
* ຊາວແຂວງຈໍາປາສັກ ອາດຫານກ້າວຂຶ້ນ!
#ໃນພິທີມີການຮັບຊົມຂະບວນແຫ່ຂອງຄະນະນັກກິລາແຂວງຈໍາປາສັກທີມີຜົນງານ, ຜົນສໍາເລັດໃນການເຂົ້າຮ່ວມແຂ່ງຂັນງານມະຫະກຳກິລາແຫ່ງຊາດຄັ້ງທີ 12 ທີ່ນະຄອນຫຼວງວຽງຈັນ, ຊົມການສະແດງສີລະປະ, ເບິ່ງການຈູດພຸທີ່ມີແສງສີຕະການຕາ ອີກດ້ວຍ.





#.ຂຽນພາບໂດຍ: ຈັນທະວີສັກ