ໂຄງການ ແກມຊິວ (GAMCIL) ພົບປະຄະນະໂຄສະນາອົບຮົມ ແຂວງ ຈໍາປາສັກ ເພື່ອປະສານງານຍຸດທະສາດຂ່າວສີຂຽວ

ໃນວັນທີ 29 ມັງກອນ 2026ນີ້, ສະມາຄົມນັກຂ່າວແຫ່ງຊາດ ພ້ອມດ້ວຍ ຄະນະຜູ້ປະສານງານຂັ້ນແຂວງ ໂຄງການແກມຊິວ (GAMCIL) ໄດ້ເຂົ້າພົບປະ ແລະ ປຶກສາຫາລືກັບ ຄະນະໂຄສະນາອົບຮົມແຂວງຈຳປາສັກ ເພື່ອສ້າງຄວາມເຂັ້ມແຂງໃນການລາຍງານຂ່າວດ້ານສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ. ໃຫ້ກຽດເຂົ້າຮ່ວມມີທ່ານ ສະຫວັນຄອນ ຣາຊມົນຕຣີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ,ທ່ານ ວັນນະລາ ສຸດທິຈັກ ຮອງຫົວໜ້າ ຄະນະໂຄສະນາອົບຮົມແຂວງ ຈໍາປາສັກ ພ້ອມດ້ວຍພະນັກງານຄະນະໂຄສະນາອົບຮົມແຂວງ ຈໍາປາສັກ ແລະ ສື່ມວນຊົນເຂົ້າຮ່ວມ. ການພົບປະຄັ້ງນີ້ ເປັນການສືບຕໍ່ການຂະຫຍາຍເຄືອຂ່າວແລະປະສານງານຂອງໂຄງການ ແກມຊິວ GAMCIL ເຊິ່ງມີຈຸດປະສົງສຳຄັນໃນການຍົກສູງຄຸນນະພາບ ແລະ ມາດຕະຖານການລາຍງານ “ຂ່າວສີຂຽວ” ຂອງນັກຂ່າວລາວໃຫ້ມີປະສິດທິພາບ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມຫຼາຍຂຶ້ນ.

ທ່ານ ນາງ ບົວຄຳ ດວງປັນຍາ ຫົວໜ້າໂຄງການ ແກມຊິວ GAMCILໄດ້ນຳສະເໜີ ກ່ຽວກັບ ການສ້າງຕັ້ງ ແລະ ຜູ້ໃຫ້ທຶນໂຄງການ ພ້ອມທັງ ລາຍງານການຈັດຕັ້ງປະຕິບັດ ໃນໄລຍະຜ່ານມາ ໂດຍເນັ່ງໃສ່ ຝຶກອົບຮົມມາດຕະຖານຂ່າວສີຂຽວໃຫ້ແກ່ນັກຂ່າວພາກລັດ, ພາກສື່ອອນລາຍ ແລະ ອົງການຈັດຕັ້ງສັງຄົມ ແລະ ແລກປ່ຽນບົດຮຽນຈາກການຈັດຕັ້ງປະຕິບັດໃນແຂວງຕ່າງໆໄລຍະຜ່ານມາ ຕາມເປົ້າໝາຍຂອງ,ໂດຍສະເພາະແຂວງຈໍາປາສັກ ໄດ້ເຂົ້າຮ່ວມໂຄງການແກມຊີວ ແລະ ກໍໄດ້ຮັບຜົນສຳເລັດເປັນກ້າວໆ ໃນການນຳເອົາບົດຮຽນ, ຄວາມຮູ້, ເຕັກນິກວິທີການຕ່າງໆ ທີ່ທາງໂຄງການແກມຊີວ ໄດ້ນຳມາແນະນຳ, ແລກປ່ຽນໃນການຜະລິດຂ່າວໃນຮູບແບບຕ່າງໆ ໂດຍສະເພາະມີເນື້ອໃນທີ່ເຊື່ອມໂຍງກັບການປ່ຽນແປງດິນຟ້າອາກາດ, ຄວາມສຳຄັນຂອງການພັດທະນາສີຂຽວ ແລະ ບົດບາດຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ, ໄດ້ຮ່ວມໃນແຕ່ລະໄລຍະຢ່າງຕໍ່ເນື່ອງ ຕາມແຜນການຂອງໂຄງການແກມຊີວ (GAMCIL).



ຜ່ານການປະພົບຄັ້ງນີ້, ທັງສອງຝ່າຍໄດ້ຮ່ວມກັນປຶກສາສິ່ງທ້າທາຍ ແລະ ໂອກາດໃນການນຳເອົາຂໍ້ມູນຂ່າວສານດ້ານສີຂຽວມາເຜີຍແຜ່ໃນຂົງເຂດແຂວງຈຳປາສັກ ແລະ ແຂວງ ບັນດາເປົ້າໝາຍ ທີ່ມີຄວາມອ່ອນໄຫວດ້ານຊັບພະຍາກອນທໍາມະຊາດ ແລະ ຜົນກະທົບຈາກການປ່ຽນແປງດິນຟ້າອາກາດ. ນອກຈາກນີ້, ຍັງໄດ້ກຳນົດແຜນການຮ່ວມມືໃນການຈັດກິດຈະກຳຝຶກອົບຮົມ ແລະ ສົ່ງເສີມການຂຽນຂ່າວສີຂຽວ ຫັນລົງສູ່ຮາກຖານ ທີ່ໂຄງການຮ່ວມກັບພາກລັດວາງໄວ້ໃຫ້ສືບຕໍ່ໄດ້ຮັບຜົນດີ.

ຈາກນັ້ນ ບັນດາຜູ້ເຂົ້າຮ່ວມກໍ່ໄດ້ຢ້ຽມຢາມເບິ່ງ ແບບແຜນການຈັດຕັ້ງປະຕິບັດວຽກງານສື່ມວນຊົນ ແຂວງ ຈໍາປາສັກຕື່ມອີກ.