
ພິທີໂຮມຊຸມນຸມຮັບຊົມການຖ່າຍທອດສົດຜ່ານວີດີໂອທາງໄກ ເພື່ອສະເຫຼີມສະຫຼອງວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ( 13 ທັນວາ 1920 – 13 ທັນວາ 2025, ມີຂຶ້ນໃນຕອນເຊົ້າວັນທີ 12 ທັນວາ 2025 ທີ່ສະໂມສອນຂອງແຂວງ ຫຼັກ4, ໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ສຸກສະຫວັນ ວິໄລວົງ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ, ມີການນໍາຂອງແຂວງ, ກໍາລັງປ້ອງກັນຊາດ,ກໍາລັງປ້ອງກັນຄວາມສະຫງົບ, ພະແນກການຂອງແຂວງ, ກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈໍາພາກໃຕ້ລາວ, ການນໍານະຄອນປາກເຊ, ບັນດາເມືອງ, ສະຖາບັນການສຶກສາ ເຂົ້າຮ່ວມ.




ໃນການຮັບຊົມການຖ່າຍທອດສົດແມ່ນໄດ້ຮັບຟັງການກ່າວສູນທອນພົດຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ປະທານປະເທດ ແຫ່ງ ສປປ ລາວ ທີ່ກ່າວໃນພິທີໂຮມຊຸມນຸມລະນຶກວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ທີ່ນະຄອນຫຼວງວຽງຈັນ ເຊິ່ງເນື້ອໃນບາງຕອນຂອງສູນທອນພົດ ຍົກໃຫ້ເຫັນໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບ ອາວຸດ ແລະ ທົ່ວປວງຊົນລາວທັງຊາດ ຫາກໍສໍາເລັດ ການສະເຫຼີມສະ ຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ຢ່າງຟົດຟື້ນ ມ່ວນຊື່ນ ແລະ ສືບຕໍ່ສ້າງຂະບວນການ ຮອບດ້ານ ເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້.
ມື້ນີ້, ພວກເຮົາມາເຕົ້າໂຮມກັນຢູ່ທີ່ນີ້ ເພື່ອສະເຫຼີມສະຫຼອງວັນ ຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (ວັນ ທີ 13 ທັນວາ 1920 – 13 ທັນວາ 2025) ເພື່ອສະແດງຄວາມອາໄລ ຮັກ, ຄວາມກະຕັນຍູຮູ້ບຸນຄຸນ ຢ່າງສຸດຊຶ້ງ ຕໍ່ຜົນງານ ແລະ ຄຸນງາມ ຄວາມດີອັນໃຫຍ່ຫຼວງ ຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາພາ ກໍ່ຕັ້ງ, ທະນຸບຳລຸງ ພັກປະຊາຊົນປະຕິວັດລາວ, ເປັນຜູ້ນໍາພາສ້າງຕັ້ງ ກໍາລັງປະກອບອາວຸດປະຕິວັດ ຂອງປະຊາຊົນ, ນໍາພາຂະບວນການຕໍ່ສູ້ ກູ້ຊາດ, ນໍາເອົາເອກະລາດ, ອິດສະຫຼະພາບມາສູ່ປະເທດຊາດ ກາວ ເຖິງການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ບູລະນະລະບອບປະຊາທິປະໄຕ ປະຊາຊົນ ເພື່ອສືບຕໍ່ກ້າວຂຶ້ນຕາມ ເສັ້ນທາງສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະນະຖາວອນ.
#. ພ້ອມນີ້ກໍຮັບຊົມການສະແດງສີລະປະທີ່ມີເນື້ອໃນສໍ່ສະແດງເຖິງຜົນງານ, ປະຫວັດການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ອີກດ້ວຍ.






