ແຂວງຈໍາປາສັກ ເຊື່ອມຊຶມ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ສະໄໝທີ IX

ໃນຕອນເຊົ້າຂອງວັນທີ 22 ມັງກອນ 2026 ຢູ່ທີ່ສະໂມງສອນໃຫຍ່ຂອງແຂວງຈໍາປາສັກ ໄດ້ຈັດກອງປະຊຸມເຊື່ອມຊຶມ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ສະໄໝທີ IX ຂຶ້ນ.ພາຍໃຕ້ການເປັນປະທານຂອງ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ, ມີສະຫາຍຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຮອງເລຂາພັກເມືອງ-ນະຄອນ ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ຄະນະພັກຮາກຖານ ປກຊ-ປກສ, ຄະນະພັກຮາກຖານ, ໝ່ວຍພັກຮາກຖານ ພະແນກການອ້ອມຂ້າງແຂວງ, ຄະນະໂຄສະນາອົບຮົມ, ຄະນະຈັດຕັ້ງ ແລະ ຄະນະກວດກາເມື່ອງ-ນະຄອນ ເຂົ້າຮ່ວມ ມີຈໍານວນທັງໝົດ 450 ສະຫາຍ.



ການຈັດຕັ້ງເຊື່ອມຊຶມ, ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ ສະໄໝທີ IX ເພືອເຮັດໃຫ້ຄະນະພັກແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫລວດ, ຜູ້ປະກອບການ ແລະ ປະຊາຊົນບັນດາເຜົ່າໃນທົ່ວແຂວງ ຮັບຮູ້, ເຂົ້າໃຈ ແລະ ກຳແໜ້ນຢ່າງເລິກເຊິ່ງ ແນໃສ່ສ້າງຄວາມເປັນເອກະພາບທົ່ວການຈັດຕັ້ງ ແລະ ສັງຄົມ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ IX ໃຫ້ມີຜົນສໍາເລັດ; ກໍາແໜ້າເນື້ອໃນ, ຄາດໝາຍ ແລະ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ IX, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ຂອງແຂວງ ຕິດພັນກັບການປະຕິບັດມະຕິກອງປະຊຸມໃຫຍ່ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງແຕ່ລະທ້ອງຖິ່ນຮາກຖານ, ຂະແໜງການ; ພ້ອມນັ້ນ ກໍກຳນົດທິດທາງ, ຄາດໝາຍສູ້ຊົນແຕ່ລະດ້ານ ໃນ 5 ປີຕໍ່ໜ້າ ຂອງຄະນະພັກຂັ້ນຕົນ ໃຫ້ສອດຄ່ອງກັບຄວາມເປັນຈິງ, ພາວະວິໃສ, ຮອບດ້ານ ແລະ ສາມາດຈັດຕັ້ງປະຕິບັດໄດ້; ສ້າງເປັນແຜນງານ, ໂຄງການລະອຽດ ບົນຈິດໃຈຍູ້ ແຮງການຈັດຕັ້ງຜັນຂະຫຍາຍເຂົ້າສູ່ຂະບວນການຕົວຈິງ ຢ່າງຟົດຟື້ນ, ກວ້າງຂວາງ ແລະ ແຂງແຮງ ຂອງທົ່ວສັງຄົມ, ເຮັດໃຫ້ແນວທາງປ່ຽນແປງໃໝ່ຮອບດ້ານ ມີຫລັກ ການຂອງພັກ ສືບຕໍ່ດໍາເນີນໄປຢ່າງເລິກເຊິ່ງ, ຮອບດ້ານ ແລະ ມີຜົນສໍາເລັດໃຫຍ່ຫຼວງກວ່າເກົ່າ.


ທັງນີ້ກໍເພື່ອແນໃສ່ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນທຸກຂົງເຂດວຽກງານ ທັງຂັ້ນແຂວງ, ທ້ອງຖິ່ນຮາກຖານ ແລະ ທົ່ວສັງຄົມ ເປັນຕົ້ນແມ່ນການສ້າງຫັນປ່ຽນທາງດ້ານຄວາມຮັບຮູ້, ທັດສະນະ, ແນວຄິດ ແລະ ການກະທໍາ ແນໃສ່ສົ່ງເສີມດ້ານດີ, ແກ້ໄຂຂໍ້ບົກຜ່ອງ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ ຕ່າງໆ ໃນໄລຍະຜ່ານມາ, ສ້າງໄດ້ຄວາມເຊື່ອໝັ້ນ ຂອງພະນັກງານ ແລະ ປະຊາຊົນ ຕໍ່ການນໍາພາຂອງພັກ, ການບໍລິຫານຄຸ້ມຄອງຂອງລັດ; ສືບຕໍ່ນໍາພາຊີ້ນໍາ ການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງ ໃຫ້ມີຄວາມຈະເລີນຮຸ່ງເຮືອງ, ຍຸຕິທໍາ, ປະຊາທິປະໄຕ ແລະ ສີວິໄລ; ສຸມໃສ່ຫັນເຂົ້າສູ່ການແກ້ໄຂບັນຫາຕົວຈິງ ທີ່ເປັນຄວາມເລັ່ງທວງໃນສະເພາະໜ້າ, ທັງສ້າງ ພື້ນຖານອັນໜັກແໜ້ນໃຫ້ແກ່ການພັດທະນາ ຕາມທິດ ສີຂຽວ-ຍືນຍົງ, ຄະນະພັກແຕ່ລະຂັ້ນ ຕ້ອງຖືເອົາການ ຄົ້ນຄວ້າ, ເຊື່ອມຊຶມ, ກໍາແໜ້ນທິດທາງພື້ນຖານ, ຄາດໝາຍສູ້ຊົນ ຮອດປີ 2030 ແລະ ວຽກງານຈຸດສຸມແຕ່ ລະຂົງເຂດ ໂດຍຕິດພັນກັບການກໍານົດໃຫ້ຈະແຈ້ງໜ້າທີ່ວຽກງານ, ບັນຫາຕົວຈິງທີ່ຂະແໜງການ, ທ້ອງຖິ່ນ ຂອງຕົນ ຈະຕ້ອງສຸມໃສ່ແກ້ໄຂ ດ້ວຍການປຸກລະດົມຂະບວນການຕົວຈິງຂອງມະຫາຊົນຢ່າງແຂງແຮງ ໄປ ພ້ອມກັບການຍົກສູງບົດບາດການຈັດຕັ້ງ, ການນໍາພາຊີ້ນໍາໂດຍກົງ, ເອກະພາບ ແລະ ແຂງແຮງຈາກບັນດາ ອົງການນໍາຂັ້ນຍຸດທະສາດຂອງພັກ ຈົນເຖິງຄະນະພັກແຕ່ລະຂັ້ນ ຕໍ່ທຸກພາກສ່ວນຂອງລະບົບການເມືອງ ແລະ ໃນທົ່ວສັງຄົມ; ຕ້ອງສົມທົບແໜ້ນ ລະຫວ່າງການເຊີດຊູບົດບາດນໍາພາ ແລະ ເສີມຂະຫຍາຍສະຕິເປັນເຈົ້າ, ຫົວຄິດ ປະດິດສ້າງ ຂອງການຈັດຕັ້ງພັກແຕ່ລະຂັ້ນ ແລະ ຄະນະກຳມະການປົກຄອງ ກັບການກໍານົດແຈ້ງ ແລະ ປະຕິບັດ ບັນດາມາດຕະການຕົວຈິງ ເພື່ອຮັບປະກັນຍົກສູງຄວາມຮັບຜິດຊອບຂອງສະມາຊິກພັກ, ພະນັກງານ ຕໍ່ຜົນໄດ້ຜົນ ເສຍໃນການປະຕິບັດໜ້າທີ່, ສົ່ງເສີມຢ່າງແຂງແຮງ ພະນັກງານທີ່ມີຄວາມຮູ້, ຄວາມສາມາດໃນການຄົ້ນຄວ້າ, ປະດິດສ້າງ ແລະ ກ້າເຮັດ. ກ້າຮັບຜິດຊອບ ຕາມຂອບເຂດສິດ ແລະ ໜ້າທີ່ໆການຈັດຕັ້ງມອບໝາຍ; ເພີ່ມທະວີ ຄວາມເຂັ້ມແຂງ ແລະ ເຂັ້ມງວດໃນການຄຸ້ມຄອງພັກ ດ້ານລະບຽບວິໃນຢູ່ພາຍໃນພັກ, ຮັບປະກັນການແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນໃຫ້ຖືກຈຸດ ແລະ ເປັນລະບົບ, ຕັ້ງໜ້າແກ້ໄຂປະກົດການຫຍໍ້ທໍ້ໃນກົງຈັກ ໃຫ້ໄດ້ຂາດຕົວ.
