
ປາກຊ່ອງ, ແຂວງຈຳປາສັກ: ໃນຕອນເຊົ້າວັນທີ 10 ມິຖຸນາ 2026 ນີ້, ຢູ່ທີ່ສະໂມສອນເມືອງປາກຊ່ອງ, ຄະນະໂຄສະນາອົບຮົມແຂວງຈຳປາສັກ ຮ່ວມກັບ ຄະນະໂຄສະນາອົບຮົມເມືອງປາກຊ່ອງ ໄດ້ເປີດຊຸດຝຶກອົບຮົມວຽກງານເກັບກຳສະພາບແນວຄິດ ແລະ ຫາງສຽງສັງຄົມ ປະຈຳປີ 2026 ໃຫ້ແກ່ພະນັກງານ-ລັດຖະກອນຫຼັກແຫຼ່ງພາຍໃນເມືອງ ໂດຍມີຜູ້ເຂົ້າຮ່ວມທັງໝົດ 57 ທ່ານ (ຍິງ 19 ທ່ານ).

ກອງປະຊຸມຄັ້ງນີ້ ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ; ເຂົ້າຮ່ວມມີ ທ່ານ ແສງເດືອນ ສົມສະຫວັນ ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ຫົວໜ້າຄະນະຈັດຕັ້ງເມືອງປາກຊ່ອງ, ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ, ຄະນະກຳມະການປົກຄອງຕາແສງ, ວິທະຍາກອນ ແລະ ນັກສຳມະນາກອນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີກ່າວເປີດ, ທ່ານ ປະດິດ ວັນນະລັດສະໝີ ໄດ້ເນັ້ນໜັກເຖິງສະພາບແວດລ້ອມສາກົນ ແລະ ພາກພື້ນທີ່ມີການຜັນແປໄປຢ່າງສັບສົນ ຕິດພັນກັບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນພາຍໃນປະເທດ, ອັດຕາເງິນເຟີ້ ແລະ ລາຄາສິນຄ້າທີ່ສູງຂຶ້ນ. ໂດຍສະເພາະແມ່ນກົນອຸບາຍ “ຫັນປ່ຽນໂດຍສັນຕິ” ຂອງກຸ່ມຄົນບໍ່ດີ ທີ່ສວຍໃຊ້ສື່ສັງຄົມອອນລາຍ ໂຈມຕີບັນຫາອ່ອນໄຫວ ເພື່ອສ້າງຄວາມບໍ່ສະຫງົບ ແລະ ບິດເບືອນແນວຄິດຂອງພະນັກງານ ແລະ ປະຊາຊົນ.
”ຖ້າພວກເຮົາຫາກນິ້ງນອນເສີຍ ບໍ່ເພີ່ມທະວີຄວາມຮັບຜິດຊອບໃນການຕິດຕາມ ແລະ ເກັບກຳສະພາບແນວຄິດ-ຫາງສຽງສັງຄົມໃຫ້ວ່ອງໄວ ແລະ ທັນການ, ກໍຈະເຮັດໃຫ້ການແກ້ໄຂບັນຫາບໍ່ຖືກຈຸດ ແລະ ບໍ່ແທດກັບຄວາມເປັນຈິງ ຍ້ອນກຳບໍ່ໄດ້ກົກປາຍສາເຫດ” ທ່ານ ປະດິດ ວັນນະລັດສະໝີ ກ່າວ.


ຊຸດອົບຮົມຄັ້ງນີ້,ສຳມະນາກອນທັງໝົດໄດ້ຮ່ວມກັນຄົ້ນຄວ້າຮ່ຳຮຽນໃນ 4 ບົດເອກະສານສຳຄັນ ຄື:
ບາງບັນຫາພື້ນຖານກ່ຽວກັບວຽກງານຫາງສຽງສັງຄົມ: ຈຳແນກຄວາມແຕກຕ່າງລະຫວ່າງ “ຫາງສຽງສັງຄົມ” ກັບ “ຂ່າວລື”, ພ້ອມທັງກຳຮູບແບບ, ພາລະບົດບາດ ແລະ ຫຼັກການຕ່າງໆ.
ວິທີການເກັບກຳ ແລະ ການນຳໃຊ້ຫາງສຽງສັງຄົມ: ເຕັກນິກການເກັບກຳຂໍ້ມູນເພື່ອຮັບໃຊ້ວຽກງານການເມືອງ-ແນວຄິດ.
ຕາໜ່າງເພື່ອນຮ່ວມງານ: ການສ້າງຕາໜ່າງ, ມາດຖານຄຸນທາດການເມືອງ, ວິທີການຂຽນ ແລະ ລະບອບການລາຍງານ.
ວຽກງານຄົ້ນຄວ້າສັງລວມ: ວິທີການຂຽນບົດສະຫຼຸບລາຍງານ ແລະ ທັດສະນະທີ່ຈຳເປັນສຳລັບຜູ້ເຮັດວຽກງານສັງລວມຂໍ້ມູນ.

ຊຸດຝຶກອົບຮົມຄັ້ງນີ້ ເນັ້ນໃສ່ຮູບແບບການບັນຍາຍຕິດພັນກັບການແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ. ໃນຕອນທ້າຍພິທີ, ຍັງໄດ້ມີການມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນທັງ 57 ທ່ານ ທີ່ສຳເລັດການຝຶກອົບຮົມໃນຄັ້ງນີ້ ເພື່ອນຳເອົາຄວາມຮູ້ ແລະ ທັກສະດ້ານວິຊາສະເພາະ ໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງຢູ່ຮາກຖານກົມກອງຂອງຕົນ ໃຫ້ມີຄວາມໄວ, ຊັດເຈນ ແລະ ມີປະສິດທິພາບສູງສຸດ.

ຂ່າວ: ທ. ສອນໄຊ ຈັນທະວີ