Order Lyrica (Pregabalin) 150mg, 75mg online

Order Imitrex (Sumatriptan) 100mg, 50mg, 25mg online

Order Neurontin (Gabapentin) 800mg, 600mg, 400mg, 300mg, 100mg online

Order Lyrica (Pregabalin) 150mg, 75mg online

Order Megalis 20mg online

ແຂວງຈຳປາສັກຈັດຕັ້ງເຂົ້າຮ່ວມກອງປະຊຸມເຜີຍແຜ່, ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ຜູ້ ແທນທົ່ວປະເທດຄັ້ງທີ XII ຂອງພັກ ຜ່ານລະບົບຖ່າຍທອດສົດ ທີ່ສະໂມສອນແຂວງ -

ແຂວງຈຳປາສັກຈັດຕັ້ງເຂົ້າຮ່ວມກອງປະຊຸມເຜີຍແຜ່, ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ຜູ້ ແທນທົ່ວປະເທດຄັ້ງທີ XII ຂອງພັກ ຜ່ານລະບົບຖ່າຍທອດສົດ ທີ່ສະໂມສອນແຂວງ

https://www.facebook.com/share/v/1BxXJW5ijt/

              ໃນວັນທີ 25 ກຸມພາ 2026 ທີ່ສະໂມສອນຫຼັກ 4 ແຂວງຈຳປາສັກໄດ້ຈັດຕັ້ງເຂົ້າຮ່ວມກອງປະຊຸມເຜີຍແຜ່, ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ຜ່ານລະບົບວິດີໂອທາງໄກ ຈາກສູນກາງ ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ປອ.ອາລຸນໄຊ ສູນນະລາດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຈຳປາສັກ. ສະຫາຍ ປອ.ວັນນະໄຊ ຊາດຕະກຸນ, ກຳມະການສຳຮອງສູນກາງພັກ, ຄະນະປະຈຳພັກແຂວງເລຂາຄະນະພັກນະຄອນປາກເຊ, ມີ ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກນະຄອນ, ເມືອງ, ພະແນກການກົມກອງອ້ອມຂ້າງ, ຕົວແທນທຸກອົງການຈັດຕັ້ສັງຄົມເຂົ້າຮ່ວມ.

             ກອງປະຊຸມເຜີຍແຜ່, ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ໄຂຂຶ້ນທີ່ ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ. ໃນຕອນເຊົ້າວັນທີ 25 ກຸມພາ 2026 ໂດຍເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ບັນດາສະຫາຍກົມການເມືອງ, ຄະນະເລຂາທິການສູນກາງພັກ, ບັນດາສະຫາຍກໍາມະການສູນກາງສົມບູນ, ສຳຮອງ, ບັນດາສະຫາຍເລຂາຄະນະພັກ, ບັນດາສະຫາຍລັດຖະມົນຕີ, ຮອງລັດຖະມົນຕີ ແລະ ການນຳຫຼັກແຫຼ່ງຂອງພັກ-ລັດ ເຂົ້າຮ່ວມ.

         ຈຸດປະສົງຂອງກອງປະຊຸມເຜີຍແຜ່ຄັ້ງນີ້:
1). ເພື່ອເຜີຍແຜ່ເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແນໃສ່ສ້າງຄວາມເຂົ້າໃຈ ແລະ ເອກະພາບໃນທົ່ວພັກ, ຮັບປະກັນເຮັດໃຫ້ມະຕິໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຮູບປະທຳ.
2). ເພື່ອເຜີຍແຜ່, ເຊື່ອມຊຶມເນື້ອໃນໂຄງການການເມືອງສະບັບທີ III ຂອງພັກ, ກໍາໃຫ້ໄດ້ເຖິງຄວາມສຳຄັນຂອງໂຄງການການເມືອງ, ເຂົ້າໃຈໃຫ້ເລິກເຊິ່ງໃນບັນດານະໂຍບາຍໃໝ່ທີ່ໂຄງການກຳນົດອອກ ເພື່ອຮັບໃຊ້ໜ້າທີ່ການເມືອງໃນໄລຍະໃໝ່, ການເລັ່ງທວງໃໝ່ ໃນເງື່ອນໄຂທີ່ພວກເຮົາສືບຕໍ່ບູລະນະລະບອບປະຊາທິປະໄຕ ປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ.
3). ເພື່ອເຊື່ອມຊຶມເນື້ອໃນຈິດໃຈສຳຄັນຂອງລາຍງານການເມືອງ ຊຶ່ງເປັນແຜນນະໂຍບາຍ ລວມຍອດແຫ່ງສະຕິປັນຍາຂອງທົ່ວພັກ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ແນໃສ່ຍົກສູງບົດບາດການນຳພາທ່ີ່ເຂັ້ມແຂງຂອງພັກ, ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ບູລະນະລະບອບປະຊາທິປະໄຕ ປະຊາຊົນ ຢ່າງໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ.
4). ເພື່ອເຜີຍແຜ່ ແລະ ຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ 5 ປີແຫ່ງຊາດ ຄັ້ງທີ X ໃຫ້ເປັນແຜນງານ, ໂຄງການລະອຽດ ແລະ ບັນດາມາດຕະການຊີ້ນໍາ ໃນການຈັດຕັ້ງປະຕິ ບັດໃຫ້ເບັນລຸຕາມຄາດໝາຍທີ່ວາງໄວ້.
5). ສຳຄັນກອງປະຊຸມໄດ້ຮັບຟັງ ຄວາມເຫັນຊີ້ນໍາ ໂອ້ລົມແນະນໍາວິທີການຈັດຕັ້ງປະຕິບັດຕົວຈິງ ຈາກສະຫາຍເລຂາທິການໃຫຍ່, ປະທານປະເທດ ຕໍ່ກອງປະຊຸມອີກດ້ວຍ.
ໃນໂອກາດຈັດຕັ້ງການເຂົ້າຮ່ວມກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກຜ່ານລະບົບຖ່າຍທອດສົດ ທີ່ສະໂມສອນແຂວງ. ເພື່ອເປັນການຜັນຂະຫຍາຍເນື້ອໃນດັ່ງກ່າວ ເຂົ້າໃນວຽກງານຕົວຈິງ ສະຫາຍ ປອ.ອາລຸນໄຊ ສູນນະລາດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຈຳປາສັກ ຍັງໄດ້ໂອ້ລົມຊີນຳຕໍ່ພະນັກງານການນຳຫຼັກແຫຼ່ງຂອງແຂວງຈຳປາສັກດ້ວຍເນື້ອໃນຄວາມໝາຍ ຄວາມສຳຄັນໃນຫຼາຍດ້ານຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa