ເມືອງສຸຂຸມາ ປະກາດສ້າງຕັ້ງ “ຕາແສງສຳຫຼຽງ” ຢ່າງເປັນທາງການ ເພື່ອຍົກລະດັບການຄຸ້ມຄອງລັດຢູ່ຮາກຖານໃຫ້ເຂັ້ມແຂງ

ໃນຕອນເຊົ້າວັນທີ 30 ມີນາ 2026 ນີ້, ທີ່ບ້ານສຳຫຼຽງ ເມືອງສຸຂຸມາ ແຂວງຈຳປາສັກ ໄດ້ຈັດພິທີປະກາດສ້າງຕັ້ງ “ຕາແສງສຳຫຼຽງ” ຢ່າງເປັນທາງການ ເພື່ອແນໃສ່ປັບປຸງກົງຈັກການຈັດຕັ້ງ ແລະ ຍົກລະດັບປະສິດທິພາບການຄຸ້ມຄອງບໍລິຫານລັດຢູ່ຮາກຖານໃຫ້ມີຄວາມເຂັ້ມແຂງໜັກແໜ້ນ.
ໃຫ້ກຽດເຂົ້າຮ່ວມໃນພິທີໂດຍ ສະຫາຍ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ; ສະຫາຍ ປອ ຄຳໄຕ ແກ້ວປະເສີດ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງສຸຂຸມາ; ມີບັນດາສະຫາຍຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ພ້ອມດ້ວຍການນຳແຂວງ-ເມືອງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ສະຫາຍ ພອນພິລຸນ ນໍລະສິນ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງສຸຂຸມາ ໄດ້ລາຍງານໃຫ້ຮູ້ວ່າ: ການສ້າງຕັ້ງຕາແສງສຳຫຼຽງໃນຄັ້ງນີ້ ແມ່ນບາດກ້າວສຳຄັນໃນການຫຍັບການບໍລິຫານລັດໃຫ້ໃກ້ຊິດກັບປະຊາຊົນ ເພື່ອຮັບປະກັນການເຄື່ອນໄຫວວຽກງານໃຫ້ມີຄວາມຄ່ອງຕົວ. ຕາແສງສຳຫຼຽງ ປະກອບມີ 9 ບ້ານຂຶ້ນກັບ ຄື: ບ້ານສຳຫຼຽງ, ໂນນແດງໃຕ້, ໂນນເອື້ອງ, ໂນນໂພ, ໂນນຄຸ້ມ, ໃໝ່ແສນສຸກ, ບ້ານແຊ, ນາຈານ ແລະ ບ້ານຜັກຕົບ.
ສຳລັບກົງຈັກການຈັດຕັ້ງຂອງຕາແສງສຳຫຼຽງ ໄດ້ຖືກກຳນົດຢ່າງລະອຽດ ເພື່ອຮອງຮັບການປະຕິບັດໜ້າທີ່ ດັ່ງນີ້:
#. ດ້ານການຈັດຕັ້ງພັກ: ສ້າງຕັ້ງຄະນະພັກຮາກຖານຕາແສງ ເຊິ່ງປະກອບມີ 10 ໜ່ວຍພັກຂຶ້ນກັບ, ມີຄະນະພັກທັງໝົດ 9 ສະຫາຍ (ຄະນະປະຈຳ 3 ສະຫາຍ).
#. ດ້ານກົງຈັກບໍລິຫານ: ປະກອບມີ 5 ໜ່ວຍງານວິຊາສະເພາະ ຄື: ໜ່ວຍງານບໍລິຫານ-ປົກຄອງ, ເສດຖະກິດ-ການເງິນ, ວັດທະນະທຳ-ສັງຄົມ, ປກຊ-ປກສ ແລະ ໜ່ວຍງານພັກ-ອົງການຈັດຕັ້ງມະຫາຊົນ, ໂດຍມີພະນັກງານປະຈຳການທັງໝົດ 13 ສະຫາຍ (ຍິງ 2 ສະຫາຍ).
ພ້ອມນີ້, ໃນພິທີຍັງໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງບຸກຄະລາກອນຫຼັກແຫຼ່ງ ເພື່ອຊີ້ນຳ-ນຳພາຕາແສງ ດັ່ງນີ້:
ສະຫາຍ ຄຳເພັດ ດວງສາ (ກຳມະການພັກເມືອງ) ເປັນປະທານຄະນະກຳມະການປົກຄອງຕາແສງສຳຫຼຽງ.
ສະຫາຍ ບຸນໜາ ຄຳສອນ ເປັນຮອງປະທານ.
ສະຫາຍ ພັນໂທ ຄຳຫວັນ ຈິດຈະດາ ເປັນຮອງປະທານ.
ນອກຈາກນີ້, ຍັງໄດ້ແຕ່ງຕັ້ງຫົວໜ້າໜ່ວຍງານ ແລະ ພະນັກງານຊ່ວຍວຽກ ເພື່ອປະຈຳການໃນແຕ່ລະຂົງເຂດວຽກງານຢ່າງຄົບຖ້ວນ.

ໃນຕອນທ້າຍ, ສະຫາຍ ປະດິດ ວັນນະລັດສະໝີ ໄດ້ໃຫ້ກຽດໂອ້ລົມຊີ້ທິດເຍືອງທາງ ໂດຍເນັ້ນໜັກໃຫ້ຄະນະບໍລິຫານງານຕາແສງຊຸດໃໝ່ ຈົ່ງຍົກສູງຄວາມຮັບຜິດຊອບໃນການຮັບໃຊ້ປະຊາຊົນ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ແລະ ຕັ້ງໜ້າຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດ ໃຫ້ເຂົ້າເຖິງຮາກຖານປະຊາຊົນຢ່າງທົ່ວເຖິງ. ຈາກນັ້ນ, ຄະນະປະທານໄດ້ຮ່ວມກັນຕັດແຖບຜ້າເປີດປ້າຍຫ້ອງການ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນໃຫ້ແກ່ການເລີ່ມຕົ້ນປະຕິບັດວຽກງານຂອງຕາແສງສຳຫຼຽງຢ່າງເປັນທາງການ.
(ຂ່າວ-ພາບ: ປັນຍາ ແກ້ວພິລົມ)