
ເມືອງປະທຸມພອນ ເປີດກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 6 ສະໄໝທີ IX: ສຸມໃສ່ແກ້ໄຂບັນຫາເສດຖະກິດ-ສັງຄົມ ແລະ ຢາເສບຕິດ ໃຫ້ປາກົດຜົນເປັນຈິງ


ໃນຕອນເຊົ້າຂອງວັນທີ 7 ເມສາ 2026, ຄະນະບໍລິຫານງານພັກເມືອງປະທຸມພອນ ໄດ້ເປີດກອງປະຊຸມຄົບຄະນະ ຄັ້ງທີ 6 ສະໄໝທີ IX ຢ່າງເປັນທາງການ ເພື່ອຕີລາຄາການຊີ້ນຳ-ນຳພາຮອບດ້ານໃນ 3 ເດືອນຕົ້ນປີ ແລະ ວາງທິດທາງແຜນການຈຸດສຸມສຳລັບໄຕມາດ 2 ປີ 2026. ກອງປະຊຸມໃຫ້ກຽດເປັນປະທານຂອງສະຫາຍ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ ຜູ້ຊີ້ນຳວຽກງານຮອບດ້ານເມືອງປະທະມພອນ, ສະຫາຍ ສົມຈິດ ແພງສະຫວັດ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງປະທຸມພອນ ໂດຍມີຄະນະບໍລິຫານງານພັກເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນວາລະກອງປະຊຸມ, ຄະນະພັກເມືອງໄດ້ຮ່ວມກັນຄົ້ນຄວ້າ ແລະ ຕີລາຄາຄືນການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະຄັ້ງຜ່ານມາ ໂດຍໄດ້ຮັບຟັງການລາຍງານໃນຫຼາຍຂົງເຂດສຳຄັນ ຄື:
#. ດ້ານເສດຖະກິດ: ການຄຸ້ມຄອງລານເກັບຊື້ມັນຕົ້ນ, ຢາງພາລາ, ໝາກມ່ວງຫິມະພານ ແລະ ການເກັບລາຍຮັບຈາກໂຄງການເຊົ່າ-ສຳປະທານ ໃຫ້ໄດ້ຕາມຄາດໝາຍ.
#. ການຄຸ້ມຄອງຕະຫຼາດ: ມາດຕະການຄວບຄຸມລາຄາສິນຄ້າ ແລະ ການກວດກາຄຸນນະພາບ-ບໍລິມາດນໍ້າມັນເຊື້ອໄຟ ຕາມປ້ຳຕ່າງໆ ເພື່ອປ້ອງກັນການສວຍໂອກາດກັກຕຸນ.
ການກະກຽມນິຕິກຳຄຸ້ມຄອງການຊື້-ຂາຍໝາກຈອງບານ ແລະ ການປັບປຸງລະບົບເກັບຂີ້ເຫຍື່ອໃນເທດສະບານເມືອງໃຫ້ມີປະສິດທິພາບ.
ການຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ປາກົດການຫຍໍ້ທໍ້ໃນສັງຄົມ.
ທິດທາງໄຕມາດ 2 (ເດືອນ 4-6): ສືບຕໍ່ບຸກທະລຸ 3 ດ້ານຫຼັກ
ກອງປະຊຸມໄດ້ເປັນເອກະພາບກຳນົດທິດທາງໃນ 3 ເດືອນຕໍ່ໜ້າ ໂດຍເນັ້ນໃສ່:
#. ຊຸກຍູ້ການຜະລິດ: ສຸມໃສ່ການຜະລິດລະດູແລ້ງຂອງພໍ່ແມ່ປະຊາຊົນໃຫ້ໄດ້ຮັບຜົນດີ.
#. ເລັ່ງລັດລາຍຮັບ: ເກັບລາຍຮັບເຂົ້າງົບປະມານໃຫ້ຄົບຖ້ວນ ແລະ ແກ້ໄຂໜີ້ສິນຄ້າງຊຳລະຂອງບໍລິສັດຕ່າງໆ.
#. ຮັກສາຄວາມສະຫງົບ: ກຽມຄວາມພ້ອມສະຫຼຸບວຽກງານເກັບເງິນສະສົມກຳລັງ ປກຊ-ປກສ ປະຈຳປີ 2025.
ໃນຕອນທ້າຍ, ສະຫາຍ ປະດິດ ວັນນະລັດສະໝີ ໄດ້ມີຄຳເຫັນໂອ້ລົມ ໂດຍສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ແລະ ເນັ້ນໜັກໃຫ້ຄະນະພັກເມືອງປະທຸມພອນ ຈົ່ງເພີ່ມທະວີຄວາມສາມັກຄີເປັນເອກະພາບ, ຍົກສູງຄວາມຮັບຜິດຊອບການເມືອງໃຫ້ສູງຂຶ້ນ ເພື່ອຊີ້ນຳ-ນຳພາປະຊາຊົນບັນລຸຄາດໝາຍການພັດທະນາເສດຖະກິດ-ສັງຄົມ ທີ່ວາງໄວ້ໃຫ້ປາກົດຜົນເປັນຈິງ.
📸 ພາບ–ຂ່າວ: ສີສົມບູນ ວົງວຽງຄຳ