Order Lyrica (Pregabalin) 150mg, 75mg online

Order Imitrex (Sumatriptan) 100mg, 50mg, 25mg online

Order Neurontin (Gabapentin) 800mg, 600mg, 400mg, 300mg, 100mg online

Order Lyrica (Pregabalin) 150mg, 75mg online

Order Megalis 20mg online

ເມືອງປະທຸມພອນ ປະກາດສ້າງຕັ້ງ "ຕາແສງບຸ່ນ" ຢ່າງເປັນທາງການ ເພື່ອຍົກລະດັບການຄຸ້ມຄອງລັດ-ສັງຄົມ -

ເມືອງປະທຸມພອນ ປະກາດສ້າງຕັ້ງ “ຕາແສງບຸ່ນ” ຢ່າງເປັນທາງການ ເພື່ອຍົກລະດັບການຄຸ້ມຄອງລັດ-ສັງຄົມ

ເມືອງປະທຸມພອນ ປະກາດສ້າງຕັ້ງ “ຕາແສງບຸ່ນ” ຢ່າງເປັນທາງການ ເພື່ອຍົກລະດັບການຄຸ້ມຄອງລັດ-ສັງຄົມ

              ໃນວັນທີ 18 ມີນາ 2026 ນີ້, ເມືອງປະທຸມພອນ ແຂວງຈຳປາສັກ ໄດ້ຈັດພິທີປະກາດສ້າງຕັ້ງ “ຕາແສງບຸ່ນ” ຢ່າງເປັນທາງການ ເຊິ່ງເປັນຕາແສງທີ 3 ຂອງເມືອງ ເພື່ອແນໃສ່ປັບປຸງກົງຈັກການຈັດຕັ້ງ ແລະ ຍົກລະດັບປະສິດທິພາບການຄຸ້ມຄອງບໍລິຫານລັດຢູ່ຮາກຖານໃຫ້ມີຄວາມເຂັ້ມແຂງ.

          ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ ຜູ້ຊີ້ນຳວຽກງານຮອບດ້ານເມືອງປະທຸມພອນ; ມີ ທ່ານ ສົມຈິດ ແພງສະຫວັດ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງປະທຸມພອນ; ທ່ານ ກິ່ງແກ້ວ ນະວະພົມ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງປະທຸມພອນ, ພ້ອມດ້ວຍການນຳແຂວງ-ເມືອງ, ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ.

            ໃນພິທີ, ທ່ານ ກິ່ງແກ້ວ ນະວະພົມ ໄດ້ລາຍງານໃຫ້ຮູ້ວ່າ: ການສ້າງຕັ້ງຕາແສງໃນຄັ້ງນີ້ ແມ່ນປະຕິບັດຕາມລັດຖະທຳມະນູນ ແລະ ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງ ປີ 2025 ທີ່ກຳນົດໃຫ້ມີການປົກຄອງ 3 ຂັ້ນ (ແຂວງ, ເມືອງ ແລະ ຕາແສງ). ສຳລັບ ຕາແສງບຸ່ນ ມີສຳນັກງານຕັ້ງຢູ່ບ້ານຫ້ວຍແມ່ສັງ (ນຳໃຊ້ຫ້ອງການກຸ່ມບ້ານບຸ່ນເດີມ), ມີເນື້ອທີ່ທັງໝົດ 32.287 ເຮັກຕາ, ປະກອບມີ 8 ບ້ານຂຶ້ນກັບ ຄື: ບ້ານໜອງບົວໃຫຍ່, ໜອງບົວນ້ອຍ, ຫ້ວຍແມ່ສັງ, ປຸ່ນໃໝ່, ພອງເພາະ, ທ່າກວາງ, ປາອາວ ແລະ ບ້ານຫ້ວຍຍາງ. ມີພົນລະເມືອງທັງໝົດ 9.822 ຄົນ, ຍິງ 4.780 ຄົນ.


​ກົງຈັກການຈັດຕັ້ງຂອງຕາແສງບຸ່ນ ໄດ້ຖືກກຳນົດຢ່າງລະອຽດ ດັ່ງນີ້:
# .​ດ້ານການຈັດຕັ້ງພັກ: ສ້າງຕັ້ງຄະນະພັກຮາກຖານຕາແສງ ມີ 16 ໜ່ວຍພັກຂຶ້ນກັບ, ປະກອບມີຄະນະພັກ 9 ສະຫາຍ (ຄະນະປະຈຳ 3 ສະຫາຍ).
#. ​ດ້ານກົງຈັກບໍລິຫານ: ມີ 5 ໜ່ວຍງານວິຊາສະເພາະ ຄື: ບໍລິຫານ-ປົກຄອງ, ເສດຖະກິດ-ການເງິນ, ວັດທະນະທຳ-ສັງຄົມ, ປກຊ-ປກສ ແລະ ພັກ-ອົງການຈັດຕັ້ງມະຫາຊົນ, ໂດຍມີພະນັກງານສັງກັດລັດປະຈຳການທັງໝົດ 14 ທ່ານ.
​ພ້ອມນີ້, ໃນພິທີຍັງໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງບຸກຄະລາກອນຫຼັກແຫຼ່ງ ປະກອບມີ: ທ່ານ ສີທະນົນໄຊ ສີສະຫວ່າງວົງ (ກຳມະການພັກເມືອງ) ເປັນປະທານຄະນະກຳມະການປົກຄອງຕາແສງບຸ່ນ, ທ່ານ ເພັດອຸດອນ ບຸດຕະວົງ ແລະ ທ່ານ ພອນເງິນ ກິດຕິຍະລາດ ເປັນຮອງປະທານ.
​ໃນຕອນທ້າຍ, ທ່ານ ປະດິດ ວັນນະລັດສະໝີ ໄດ້ໃຫ້ກຽດໂອລົມໂດຍເນັ້ນໜັກໃຫ້ຄະນະບໍລິຫານງານຕາແສງຊຸດໃໝ່ ຈົ່ງຍົກສູງຄວາມຮັບຜິດຊອບໃນການຮັບໃຊ້ປະຊາຊົນ, ເພີ່ມທະວີຄວາມສາມັກຄີພາຍໃນ ແລະ ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດ ໃຫ້ເຂົ້າເຖິງຮາກຖານຢ່າງທົ່ວເຖິງ. ຈາກນັ້ນ, ຄະນະປະທານໄດ້ຮ່ວມກັນຕັດແຖບຜ້າເປີດປ້າຍຫ້ອງການຢ່າງເປັນທາງການ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນໃນການເລີ່ມຕົ້ນປະຕິບັດງານຂອງຕາແສງບຸ່ນຢ່າງເປັນທາງການ.

​(ພາບ-ຂ່າວ: ສີສົມບູນ ວົງວຽງຄຳ)

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa