
ວັນທີ 13 ມີນາ 2026 – ເມືອງປະທຸມພອນ ໄດ້ຈັດພິທີປະກາດສ້າງຕັ້ງ “ຕາແສງມ່ວງ” ເປັນຕາແສງທີ 2 ຂອງເມືອງ ຂຶ້ນຢ່າງເປັນທາງການ.ພິທີດັ່ງກ່າວໄດ້ຮັບກຽດຈາກ ທ່ານ ປະດິດ ວັນນະລັດສະໝີ, ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ (ຜູ້ຊີ້ນຳວຽກງານຮອບດ້ານຂອງເມືອງປະທຸມພອນ) ເປັນປະທານ.ພ້ອມນັ້ນ, ຍັງມີ ທ່ານ ສົມຈິດ ແພງສະຫວັດ, ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງປະທຸມພອນ, ພ້ອມດ້ວຍການນຳຂອງແຂວງ–ເມືອງ, ບັນດາອົງການປົກຄອງ, ແຂກຖືກເຊີນ ແລະ ປະຊາຊົນ ເຂົ້າຮ່ວມຢ່າງພ້ອມພຽງ.



ໃນໂອກາດນີ້, ທ່ານ ກິ່ງແກ້ວ ນະວະພົມ, ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງປະທຸມພອນ, ໄດ້ລາຍງານການກຽມຄວາມພ້ອມຮອບດ້ານ ໂດຍໃຫ້ຮູ້ວ່າ: ຕາແສງມ່ວງ, ເມືອງປະທຸມພອນ ມີທີ່ຕັ້ງສໍານັກງານຢູ່ບ້ານຫຼັກ 30 ໂດຍນໍາໃຊ້ຫ້ອງການກຸ່ມບ້ານມ່ວງ ເປັນບ່ອນປະຈໍາການ ແລະ ເຮັດວຽກຂອງອົງການປົກຄອງຕາແສງ. ການສ້າງຕັ້ງຕາແສງນີ້ແມ່ນເພື່ອຈັດລະບົບການປົກຄອງຂອງລັດໃຫ້ເປັນການບໍລິຫານລັດ ໂດຍແມ່ນພະນັກງານສັງກັດລັດ ເປັນຜູ້ບໍລິຫານໂດຍກົງ. ການບໍລິຫານລັດ ແລະ ການປົກຄອງໂດຍລວມແມ່ນປະຕິບັດຕາມທິດຂອງພັກ ແລະ ລັດຖະບານ ທີ່ສະມາຊິກສະພາແຫ່ງຊາດໄດ້ຮັບຮອງເອົາ, ລັດຖະທໍາມະນູນສະບັບປັບປຸງ ປີ 2025 ແລະ ກົດໝາຍການປົກຄອງທ້ອງຖິ່ນສະບັບປັບປຸງ ປີ 2025. ໂດຍກໍານົດເອົາການປົກຄອງທ້ອງຖິ່ນອອກເປັນ 3 ຂັ້ນ ຄື: ຂັ້ນແຂວງ (ປະກອບມີນະຄອນຫຼວງ ແລະ ແຂວງ), ຂັ້ນເມືອງ (ປະກອບມີເມືອງ ແລະ ນະຄອນ), ຂັ້ນຕາແສງ (ປະກອບມີຕາແສງ). ສ່ວນບ້ານແມ່ນເປັນຫົວໜ່ວຍຊຸມຊົນໜຶ່ງ ຂຶ້ນກັບຕາແສງ.ຕາແສງມ່ວງ ມີເນື້ອທີ່ທັງໝົດ 59,595 ເຮັກຕາ, ມາຈາກກຸ່ມຫຼັກ 19 ມີ 7 ບ້ານ ແລະ ກຸ່ມບ້ານມ່ວງ 8 ບ້ານ, ລວມມີຈໍານວນບ້ານຂຶ້ນກັບທັງໝົດ 15 ບ້ານຄື: ບ້ານນາສາຍຄໍາ, ບ້ານເວີນ, ບ້ານໜອງແວງ, ບ້ານຜັກແພວ, ບ້ານໝໍ້ພຸ, ບ້ານບັງລຽງ, ບ້ານນໍ້າພາກ, ບ້ານປາກຫ້ວຍບັງລຽງ, ບ້ານນໍ້າໃສທ່າ, ບ້ານໜອງປັກແຮດ, ບ້ານນໍ້າໃສເທີງ, ບ້ານຫຼັກ 30, ບ້ານມ່ວງ, ບ້ານອຸດົມພັນ, ບ້ານເຜົ່າສໍາພັນ. ມີຈໍານວນພົນລະເມືອງທັງໝົດ 18,677 ຄົນ, ເປັນຍິງ 9,111 ຄົນ. ເພື່ອໃຫ້ການບໍລິການພາກລັດມີຄວາມວ່ອງໄວ ແລະ ທົ່ວເຖິງ, ຕາແສງມ່ວງ ໄດ້ກໍານົດບຸກຄະລາກອນ 13 ຕໍາແໜ່ງງານ, ມີຄະນະພັກຮາກຖານ 9 ສະຫາຍ ແລະ ແບ່ງໜ່ວຍງານຊ່ວຍວຽກອອກເປັນ 5 ໜ່ວຍງານ ຄື:1.ໜ່ວຍງານບໍລິຫານ–ການປົກຄອງ2.ໜ່ວຍງານພັກ–ອົງການຈັດຕັ້ງມະຫາຊົນ3.ໜ່ວຍງານເສດຖະກິດ–ການເງິນ4.ໜ່ວຍງານວັດທະນະທໍາ–ສັງຄົມ5.ໜ່ວຍງານປ້ອງກັນຊາດ–ປ້ອງກັນຄວາມສະຫງົບ (ປກຊ–ປກສ)ພ້ອມນີ້, ໄດ້ປະກາດແຕ່ງຕັ້ງຄະນະບໍລິຫານຕາແສງຊຸດໃໝ່ ປະກອບມີ:1.ທ່ານ ໄພວອນ ສີໂຍທາ (ກຳມະການພັກເມືອງ) ເປັນ ປະທານຄະນະກຳມະການປົກຄອງຕາແສງ, 2.ທ່ານ ນາງ ຜິວພອນ ໄຊຍະວົງ ເປັນ ຮອງປະທານ, 3.ທ່ານ ຖາວອນ ໄຊຍະສອນ ເປັນຮອງປະທານການຍົກລະດັບໃນຄັ້ງນີ້ ເປັນການຫັນເອົາພະນັກງານລັດລົງໄປບໍລິຫານໂດຍກົງຢູ່ຂັ້ນຮາກຖານ ເພື່ອໃຫ້ການບໍລິການປະຊາຊົນມີຄວາມວ່ອງໄວ, ຍຸຕິທໍາ ແລະ ສະດວກຍິ່ງຂຶ້ນ ຕາມທິດນໍາຂອງພັກ ແລະ ລັດຖະບານ.


ໃນຕອນທ້າຍຂອງພິທີ, ທ່ານ ປະດິດ ວັນນະລັດສະໝີ ໄດ້ໃຫ້ກຽດໂອລົມໂດຍເນັ້ນໜັກໃຫ້ຄະນະບໍລິຫານງານຕາແສງຊຸດໃໝ່ ຈົ່ງຍົກສູງສະຕິປັນຍາ ແລະ ຄວາມຮັບຜິດຊອບໃນການຮັບໃຊ້ປະຊາຊົນ, ເສີມສ້າງຄວາມສາມັກຄີເປັນປຶກແຜ່ນ ແລະ ຫັນເອົາແນວທາງນະໂຍບາຍຂອງພັກ-ລັດ ລົງສູ່ຮາກຖານຢ່າງແທ້ຈິງ ເພື່ອພັດທະນາຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃຫ້ດີຂຶ້ນເລື້ອຍໆ.ເພື່ອເປັນສິລິມຸງຄຸນ ແລະ ເປັນການເລີ່ມຕົ້ນສັງກາດໃໝ່, ຄະນະປະທານກໍ່ໄດ້ຮ່ວມກັນຕັດແຖບຜ້າເປີດປ້າຍຢ່າງເປັນທາງການ ພ້ອມທັງລັ່ນຄ້ອງ 9 ບາດ ເພື່ອປະກາດໄຊຊະນະ ແລະ ຄວາມເປັນສິລິມຸງຄຸນໃຫ້ແກ່ຕາແສງມ່ວງ.
