
ໃນວັນທີ 12 ມີນາ 2026 ນີ້ຄະນະໂຄສະນາອົບຮົມແຂວງຈໍາປາສັກ ໄດ້ເປີດບັ້ນຝຶກອົບຮົມໃຫ້ມະຫາຊົນກ້າວໜ້າເພື່ອຂະຫຍາຍເຂົ້າພັກ ປະຊາຊົນ ປະຕິວັດລາວ, ໃຫ້ກຽດເປັນປະທານຂອງທ່ານ ບຸນປັນ ມະຫາລາດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຂະແໜງການທີ່ຂຶ້ນກັບຄະນະໂຄສະນາອົບຮົມ, ມີມະຫາຊົນກ້າວໜ້າທີ່ຂະຫຍາຍເຂົ້າພັກຈາກພະແນກການກົມກອງອ້ອມຂ້າງແຂວງ ຈໍານວນ 35 ທ່ານ, ຍິງ 16 ທ່ານເຂົ້າຮ່ວມ.

ໃນພິທີພາຍຫຼັງປະທານກອງປະຊຸມກ່າວເປີດພິທີຢ່າງເປັນທາງການ ກໍໄດ້ເຂົ້າສູ່ການນໍາສະເໜີບັນດາຄໍາຖາມຕ່າງໆ ເພື່ອແນໃສ່ໃຫ້ມະຫາຊົນກ້າວໜ້າໄດ້ຄົ້ນຄິດ ແລະ ຮັບຟັງຄໍາຕອບຈາກວິທະຍາກອນ ຄື:
ສະເໜີຄໍາຖາມທີ 1: ພັກການເມືອງແມ່ນຫຍັງ ? ເປັນຫຍັງຈຶ່ງຕ້ອງມີພັກການເມືອງ
– ຄໍາຖາມທີ 2: ພັກປະຊາຊົນປະຕິວັດລາວໄດ້ຮັບການສ້າງຕັ້ງຂຶ້ນຄືແນວໃດ ? ພັກການເມືອງແມ່ນຫຍັງ ? ເປັນຫຍັງຈິ່ງຕ້ອງມີພັກການເມືອງ
-ຖາມທີ 3: ພັກປະຊາຊົນປະຕິວັດລາວແມ່ນພັກແນວໃດ ?
– ຄໍາຖາມທີ4: ພັກປະຊາຊົນປະຕິວັດລາວຈັດຕັ້ງຕາມຫຼັກການອັນໃດແດ່ ?
– ຄໍາຖາມທີ 5: ພັກປະຊາຊົນປະຕິວັດລາວມີລະບົບສາຍໄຍການຈັດຕັ້ງຄືແນວໃດ ?
– ຄໍາຖາມທີ 6: ພັກປະຊາຊົນປະຕິວັດລາວປະກອບດ້ວຍບຸກຄົນໃດແດ່ ?
-ຄໍາຖາມທີ 7: ພັກປະຊາຊົນປະຕິວັດລາວ ມີວັດຖຸປະສົງ ແລະ ອຸດົມການຄື ແນວໃດ ?
-ຄໍາຖາມ ທີ 8: ພັກປະຊາຊົນປະຕິວັດລາວ ມີທາດແທ້ແນວໃດ ?
– ຄໍາຖາມທີ 9: ມາດຖານຂອງສະມາຊິກພັກ ແລະ ເງື່ອນໄຂຜູ້ຈະເຂົ້າເປັນສະມາ
ຊິກພັກປະຊາຊົນປະຕິວັດລາວ ມີແນວໃດ ?
– ຄໍາຖາມທີ 10: ສະມາຊິກພັກມີໜ້າທີ່, ພັນທະ ແລະ ມີຜົນປະໂຫຍດຫຍັງແດ່?
-ຄໍາຖາມທີ 11: ຂໍ້ຫ້າມສໍາລັບສະມາຊິກພັກປະຊາຊົນປະຕິວັດລາວ ມີຫຍັງແດ່?
– ຄໍາຖາມທີ 12 ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວເພື່ອຫຍັງ ?
– ສະເໜີຄໍາຖາມທີ 13 ຖ້າໄດ້ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ແລ້ວຈະ
ປົກປ້ອງບົດບາດ, ກຽດສັງສີຂອງພັກເຮົາ ແນວໃດ ?
ພ້ອມນີ້ກໍໄດ້ມີການຄົ້ນຄວ້າສົນທະນາລວມ ເພື່ອທໍາຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ຄໍາຖາມ ແລະ ຄໍາຕອບທີ່ໄດ້ຮຽນໃນບັ້ນຝຶກອົບຮົມຄັ້ງນີ້.



ຂ່າວ-ພາບ: ຈັນທະວີສັກ.