ອະນຸກຳມະການເລືອກຕັ້ງຂັ້ນແຂວງຈໍາປາສັກ ລົງຊຸກຍູ້ການກະກຽມຄວາມພ້ອມການເລືອກຕັ້ງ ຢູ່ເມືອງມຸນລະປາໂມກ

ໃນວັນທີ 30 ມັງກອນ 2026, ອະນຸກຳມະການເລືອກຕັ້ງຂັ້ນແຂວງຈໍາປາສັກ ໄດ້ລົງຕິດຕາມ ແລະ ຊຸກຍູ້ການກະກຽມຄວາມພ້ອມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ V ຢູ່ທີ່ເມືອງມຸນລະປາໂມກ. ໂດຍການເປັນປະທານຂອງ ທ່ານ ປະດິດ ວັນນະລັດສະໝີ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາ-ອົບຮົມແຂວງ, ຄະນະກຳມະການເລືອກຕັ້ງຂັ້ນແຂວງ,ທັງເປັນຫົວໜ້າອະນຸກຳມະການໂຄສະນາປຸກລະດົມ ແລະ ຍ້ອງຍໍຂັ້ນແຂວງ; ມີບັນດາຄະນະກຳມະການເລືອກຕັ້ງຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ທ່ານ ວັນລະເດດ ແກ້ວຈັນທາ ປະທານຄະນະກຳມະການເລືອກຕັ້ງຂັ້ນເມືອງ ໄດ້ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດຕາມ 4 ບາດກ້າວ ໃນການກະກຽມຄວາມພ້ອມຮອບດ້ານ ເພື່ອຮັບປະກັນໃຫ້ແກ່ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ທີ່ຈະມາເຖິງນີ້ໃຫ້ດຳເນີນໄປຢ່າງຖືກຕ້ອງຕາມລະບຽບການ.



ໂອກາດດຽວກັນ, ທ່ານ ປອ ສົມໄຊ ສີຫາຈັກ ສສຊ ປະຈຳເຂດເລືອກຕັ້ງທີ 15, ທັງເປັນປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສສຂ ຈຳປາສັກ ໄດ້ເຜີຍແຜ່ນິຕິກຳທີ່ສຳຄັນຂອງສູນກາງ ແລະ ຂັ້ນແຂວງ ເປັນຕົ້ນແມ່ນ:
ມະຕິຂອງກົມການເມືອງສູນກາງພັກ ເລກທີ 26/ກມສພ ວ່າດ້ວຍການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V. ແຈ້ງການຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 01/ຄລສພ, ລົງວັນທີ 26 ມັງກອນ 2026 ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ເປັນເອກະພາບກັນ.
ໃນຕອນທ້າຍ, ທ່ານປະດິດ ວັນນະລັດສະໝີ ປະທານກອງປະຊຸມ ໄດ້ມີຄຳເຫັນຊີ້ນຳ ແລະ ເນັ້ນໜັກໃຫ້ຄະນະກຳມະການເລືອກຕັ້ງຂັ້ນເມືອງ ເອົາໃຈໃສ່ບາງວຽກງານຈຸດສຸມເປັນຕົ້ນ: ຊຸກຍູ້ການອະນາໄມສຳນັກງານ, ອົງການ, ບ້ານເຮືອນ ແລະ ຖະໜົນຫົນທາງໃຫ້ສະອາດສວຍງາມ.ຕິດຕັ້ງທຸງຊາດ, ທຸງພັກ ແລະ ຄຳຂວັນຕ່າງໆ ຢູ່ຕາມຈຸດສຳຄັນ ແລະ ໜ່ວຍເລືອກຕັ້ງໃຫ້ມີບັນຍາກາດຟົດຟື້ນ.ເພີ່ມທະວີການຮັກສາຄວາມສະຫງົບຮຽບຮ້ອຍ, ສະກັດກັ້ນທຸກປາກົດການຫຍໍ້ທໍ້ ເພື່ອຮັບປະກັນໃຫ້ວັນເລືອກຕັ້ງດຳເນີນໄປດ້ວຍຄວາມປອດໄພ 100%.