Order Lyrica (Pregabalin) 150mg, 75mg online

Order Imitrex (Sumatriptan) 100mg, 50mg, 25mg online

Order Neurontin (Gabapentin) 800mg, 600mg, 400mg, 300mg, 100mg online

Order Lyrica (Pregabalin) 150mg, 75mg online

Order Megalis 20mg online

ສື່ມວນຊົນ 6 ແຂວງພາກໃຕ້ ທັດສະນະສຶກສາ ຖອດຖອນບົດຮຽນການທ່ອງທ່ຽວສີຂຽວ ຢູ່ເມືອງນາກາຍ ແຂວງຄຳມ່ວນ -

ສື່ມວນຊົນ 6 ແຂວງພາກໃຕ້ ທັດສະນະສຶກສາ ຖອດຖອນບົດຮຽນການທ່ອງທ່ຽວສີຂຽວ ຢູ່ເມືອງນາກາຍ ແຂວງຄຳມ່ວນ

ສື່ມວນຊົນ 6 ແຂວງພາກໃຕ້ ທັດສະນະສຶກສາ ຖອດຖອນບົດຮຽນການທ່ອງທ່ຽວສີຂຽວ ຢູ່ເມືອງນາກາຍ ແຂວງຄຳມ່ວນ

              ໃນລະຫວ່າງວັນທີ 7-8 ກໍລະກົດ 2026 ນີ້, ຄະນະຜູ້ແທນສື່ມວນຊົນຈາກ 2 ແຂວງພາກກາງ ແລະ 4 ແຂວງພາກໃຕ້ ໄດ້ເດີນທາງມາທັດສະນະສຶກສາ ແລະ ຖອດຖອນບົດຮຽນ ກ່ຽວກັບການຄຸ້ມຄອງ ແລະ ພັດທະນາ ການທ່ອງທ່ຽວອະນຸລັກ ໂດຍຊຸມຊົນມີສ່ວນຮ່ວມປະຕິບັດພາຍໃຕ້ໂຄງການແກມຊິວ (GAMCIL) ອົງການແຄຣນາໆຊາດ ປະຈຳ ສປປລາວ ໄດ້ລົງພື້ນທີ່ ຢູ່ເມືອງນາກາຍ ແຂວງຄຳມ່ວນ ເຊິ່ງເປັນເຂດພູພຽງທີ່ມີທ່າແຮງບົ່ມຊ້ອນອັນໂດດເດັ່ນ.
​ໃນການລົງພື້ນທີ່ເກັບກຳຂໍ້ມູນຄັ້ງນີ້, ຄະນະສື່ມວນຊົນໄດ້ເຂົ້າຢ້ຽມຊົມ ເຂື່ອນໄຟຟ້ານ້ຳເທີນ 2 ເຊິ່ງເປັນໂຄງການພະລັງງານສະອາດຂະໜາດໃຫຍ່ ທີ່ຄຽງຄູ່ໄປກັບການບໍລິຫານຈັດການສິ່ງແວດລ້ອມ ແລະ ການພັດທະນາຊີວິດການເປັນຢູ່ຂອງປະຊາຊົນຮອບດ້ານ. ຈາກນັ້ນ, ໄດ້ລົງໄປສຶກສາວິຖີຊີວິດ ແລະ ການສ້າງລາຍຮັບຂອງປະຊາຊົນ ໂດຍໄດ້ຢ້ຽມຊົມ ຄອບຄົວຕົວແບບໃນການຢ້າງປາຂາຍ ເຊິ່ງເປັນການນຳໃຊ້ຜົນຜະລິດທາງທຳມະຊາດຈາກອ່າງເກັບນ້ຳນາກາຍ ມາປຸງແຕ່ງເປັນຜະລິດຕະພັນທ້ອງຖິ່ນ ທີ່ສ້າງລາຍໄດ້ອັນໝັ້ນຄົງໃຫ້ແກ່ຄອບຄົວ ແລະ ຊຸມຊົນ.


​ພ້ອມດຽວກັນນີ້, ຄະນະສື່ມວນຊົນຍັງໄດ້ລົງພົບປະ ແລະ ສໍາພາດ ຜູ້ປະກອບການຮ້ານອາຫານຢູ່ເຂດທ່າລັ່ງ ເຊິ່ງເປັນຈຸດທ່ອງທ່ຽວຍອດນິຍົມຂອງເມືອງນາກາຍ. ການສຳພາດໄດ້ສຸມໃສ່ການແລກປ່ຽນບົດຮຽນໃນການປັບໂຕ, ການບໍລິການອາຫານພື້ນບ້ານ ທີ່ເນັ້ນຄວາມສະອາດ ປອດໄພ ແລະ ການຮັກສາເອກະລັກທ້ອງຖິ່ນ ເພື່ອຮອງຮັບນັກທ່ອງທ່ຽວ ພາຍໃຕ້ແນວຄິດການທ່ອງທ່ຽວແບບສີຂຽວ ແລະ ຍືນຍົງ.

            ​ບົດຮຽນທີ່ຖອດຖອນໄດ້ໃນການມາທັດສະນະສຶກສາຄັ້ງນີ້, ເຮັດໃຫ້ສື່ມວນຊົນທັງ 6ແຂວງພາກໃຕ້ ໄດ້ເຫັນເຖິງຕົວແບບການພັດທະນາ ທີ່ໃຫ້ຊຸມຊົນມີສ່ວນຮ່ວມຢ່າງແທ້ຈິງ, ຂໍ້ມູນ ແລະ ພາບຄວາມປະທັບໃຈທັງໝົດ ຈະຖືກນຳໄປເຜີຍແຜ່ ປະຊາສຳພັນ ຜ່ານຊ່ອງທາງສື່ຕ່າງໆ ເພື່ອຊ່ວຍຊຸກຍູ້ ແລະ ສົ່ງເສີມໃຫ້ການທ່ອງທ່ຽວສີຂຽວ ຢູ່ເມືອງນາກາຍ ແຂວງຄຳມ່ວນ ເປັນທີ່ຮູ້ຈັກ ແລະ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.

ຂ່າວພາບໂດຍ: ສຸດານີ ວຽງປະເີດ

#GAMCIL
#greendevelopmentissues
#CAREinLaos
#EUinlaos #LJA
#ນັກຂ່າວສີຂຽວ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa