ສະຫາຍ ຫຼີ ຊູ ເລີຍ ເດີນທາງມາເຖິງ ແຂວງຈໍາປາສັກ ເພື່ອຮ່ວມກອງປະຊຸມສໍາມະນາທິດສະດີສອງພັກ ລາວ – ຈີນ ຄັ້ງທີ XIII

             ວັນທີ 10 ພະຈິກ 2025ນີ້ ທີ່ແຂວງຈໍາປາສັກ, ສະຫາຍ ຫຼີ ຊູ ເລີຍ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນ ພ້ອມດ້ວຍຄະນະ ໄດ້ ເດີນທາງມາ ເຖິງສະໜາມບິນສາກົນ ປາກເຊ ເພື່ອມາຢ້ຽມຢາມ ສປປ ລາວ ແລະ ເຂົ້າຮ່ວມກອງປະຊຸມສໍາມະ ນາທິດສະດີສອງພັກ ລາວ – ຈີນ ຄັ້ງທີ XIII ທີ່ຈັດຂຶ້ນໃນລະຫວ່າງວັນທີ 10-11 ພະຈິກ 2025 ນີ້ທີ່ນະຄອນປາກເຊ ແຂວງຈໍາປາສັກ, ຄະນະຕ້ອນຮັບຢູ່ສະໜາມບິນ, ນໍາໂດຍ ສະຫາຍ ປອ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາພັກແຂວງຈໍາປາສັກ, ພ້ອມການນໍາຂອງແຂວງ.

 

       ການມາເຂົ້າຮ່ວມກອງປະຊຸມສຳມະນາຄັ້ງນີ້, ແມ່ນພາຍໃຕ້ຫົວຂໍ້ “ນໍາໃຊ້ແຜນການໄລຍະກາງ-ໄລຍະຍາວ ຊຸກຍູ້ ການພັດທະນາເສດຖະກິດ-ສັງຄົມ: ບົດຮຽນ ຂອງລາວ ແລະ ຈີນ” ຊຶ່ງເປັນຫົວຂໍ້ໃຫຍ່ທີ່ມີຄວາມໝາຍສໍາຄັນ ທາງດ້ານທິດສະດີ ແລະ ພຶດຕິກຳ ທີ່ເປັນບັນຫາທີ່ມີລັກສະນະຍຸດທະສາດ, ສະແດງອອກເຖິງບົດບາດການນໍາ ພາຮອບດ້ານຂອງພັກ ຕໍ່ກັບການພັດທະນາເສດຖະກິດ- ສັງຄົມ ໂດຍສະເພາະໃນ ໄລຍະທີ່ ສປປ ລາວ ກໍາລັງ ກະກຽມຮ່າງບົດ ສະຫຼຸບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030).

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa