ພິທິມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ຜູ້ເກົ່າ ແລະ ຜູ້ໃໝ່

      ພິທີມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ຜູ້ເກົ່າ ແລະ ຜູ້ໃໝ່ ຈັດຂຶ້ນໃນວັນທີ 13 ພະຈິກ 2025 ທີ່ຄະນະໂຄສະນາອົບຮົມແຂວງຈຳປາສັກ, ໂດຍມີຄະນະພັກ-ຄະນະນຳ, ພະນັກງານ-ສະມາຊິກພັກ ຄະນະໂຄສະນາອົບຮົມແຂວງຈຳປາສັກ ເຂົ້້າຮ່ວມເປັນສັກຂີພິຍານ.

             ທ່ານ ປອ ສຸປານີ ສີລິປຸນໂຍ ຫົວໜ້າຄະນະໂຄສະນາອົບຮົມແຂວງ (ຜູ້ເກົ່າ) ໄດ້ກ່າວລາຍງານໂດຍສັງເຂບກ່ຽວກັບການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມ ຕະຫຼອດໄລຍະ 2022-2025 ເປັນຕົ້ນ: ວຽກງານໂຄສະນາປາຖະກະຖາວັນສໍາຄັນຕ່າງໆຂອງຊາດ ຂອງພັກ ແລະ ຂອງທ່ານຜູ້ນໍາ, ວຽກງານເຜີຍແຜ່ເຊື່ອມຊຶມບັນດາມະຕິຄໍາສັ່ງຂອງພັກ ກໍ່ຄືຂອງອົງຄະນະພັກແຂວງ, ວຽກງານຝຶກອົບຮົມບັນດາເປົ້າໝາຍຕ່າງໆ, ວຽກງານເກັບກໍາຫາງສຽງສັງຄົມ; ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ, ການເປັນເຈົ້າການໃນການກະກຽມດຳເນີນກອງປະຊຸມໃຫຍ່ສາມຂັ້ນຂອງພັກ ແລະ ການເຄື່ອນໄຫວຕາມພາລະບົດບາດຢ່າງເປັນປົກກະຕິ, ສາມາດຍາດໄດ້ຜົນງານຫຼາຍດ້ານ; ຄ່ຽງຄູ່ກັບຜົນງານທີ່ຍາດມາໄດ້ນັ້ນ ກໍມີບາງໜ້າວຽກທີ່ສໍາຄັນຕ້ອງສົ່ງຕໍ່ຫົວໜ້າຄະນະໂຄສະນາອົບຮົມແຂວງ(ຜູ້ໃໝ່) ໄດ້ສຶບຕໍ່ນໍາພາຈັດຕັ້ງປະຕິບັດໃຫ້ແຂງແຮງກວ່າເກົ່າໃນຕໍ່ຫນ້າ.

           ໂອກາດທີ່ມີຄວາມໝາຍສຳຄັນດັ່ງກ່າວນີ້ທ່ານ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ(ຜູ້ໃໝ່) ກໍໄດ້ກ່າວສະແດງຄວາມຊົມເຊີຍຕໍ່ຜົນງານການນໍາພາ-ຊີນໍາ ຂອງທ່ານຫົວຫນ້າຄະນະໂຄສະນາອົບຮົມແຂວງ(ຜູ້ເກົ່າ) ທີ່ຍາດມາໄດ້ ແລະ ກໍໄດ້ຮັບເອົາໜ້າທີ່ໃນການນໍາພາ-ຊີ້ນໍາ ເພື່ອພ້ອມກັນສຶບຕໍ່ຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມ ໃຫ້ມີຜົນສໍາເລັດຍິ່ງໆຂຶ້ນ.
ຈາກນັ້ນ, ໄດ້ລົງນາມ ມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ປອ ສຸປານີ ສີລິປຸນໂຍ ຫົວໜ້າຄະນະໂຄສະນາອົບຮົມແຂວງ (ຜູ້ເກົ່າ) ແລະ ທ່ານ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ຜູ້ໃໝ່) ຢ່າງເປັນທາງການ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa