ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ພົບປະໂອ້ລົມພະນັກງານຫຼັກແຫຼ່ງແຂວງຈໍາປາສັກ

ວັນທີ 10 ມິຖຸນາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເດີນທາງມາເຄື່ອນໄຫວວຽກງານຢູ່ແຂວງຈໍາປາສັກ ແລະ ໄດ້ພົບປະໂອ້ລົມພະນັກງານຫຼັກແຫຼ່ງແຂວງຈໍາປາສັກ. ການພົບປະຄັ້ງນີ້ ຈັດຂຶ້ນຢູ່ຫ້ອງປະຊຸມໃຫຍ່ສະໂມສອນແຂວງ ໂດຍມີສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງຈໍາປາສັກ, ບັນດາສະຫາຍການນໍາພັກ – ລັດ ຈາກສູນກາງ, ບັນດາສະຫາຍຮອງເລຂາຄະນະບໍລິຫານງານພັກແຂວງ, ຄະນະກຳມະການປົກຄອງແຂວງ, ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ຄະນະກໍາມະການປົກຄອງເມືອງ, ພະນັກງານອາວຸໂສບໍານານ, ອະດີດການນໍາແຂວງ, ການນໍາພະແນກການກົມກອງ, ສະຖາບັນການສຶກສາ ອ້ອມຂ້າງແຂວງ ແລະ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ ປະທານສະພາປະຊາຊົນ ແຂວງ ກໍໄດ້ກ່າວຕ້ອນຮັບ ແລະ ລາຍງານສະພາບການນໍາພາ – ຊີ້ນໍາ ວຽກງານ ຮອບດ້ານຂອງແຂວງ ໃນໄລຍະຜ່ານມາ ໃຫ້ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ຮັບຊາບໂດຍສັງເຂບ.

ຈາກນັ້ນ, ສະຫາຍທອງລຸນ ສີສຸລິດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ກໍໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ, ເນື້ອໃນສໍາຄັນ ສະຫາຍໄດ້ເນັ້ນໜັກໃຫ້ຄະນະພັກ - ຄະນະກໍາມະການປົກຄອງແຂວງ ສືບຕໍ່ສຸມໃສ່ຊອກຄົ້ນທ່າແຮງທີ່ບົ່ມຊ້ອນຂອງແຂວງ ແລ້ວສືບຕໍ່ວາງມາດຕະການໃນການພັດທະນາ ໂດຍນໍາໃຊ້ທ່າແຮງດັ່ງກ່າວປະກອບສ່ວນໃນການພັດທະນາເສດຖະກິດ - ສັງຄົມໃຫ້ຈະເລີນເຕີບໂຕ; ຍົກສູງບົດບາດການນໍາພາຂອງຄະນະພັກ - ຄະນະກໍາມະການປົກຄອງແຕ່ລະຂັ້ນ, ເພີ່ມທະວີຄວາມເປັນແບບຢ່າງຂອງສະມາຊິກພັກ - ພະນັກງານ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ປະຊາຊົນ, ນໍາພາ - ຊີ້ນໍາແກ້ໄຂບັນຫາກຍຸ້ງຍາກຫຼ້າຫຼັງ ເພື່ອນໍາເອົາຜົນປະໂຫຍດມາໃຫ້ປະຊາຊົນ, ສາມາດພັດທະນາຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າຊາວແຂວງຈໍາປາສັກ ໃຫ້ນັບມື້ດີຂຶ້ນ; ຮັກສາໄດ້ ຄວາມສາມັກຄີພາຍໃນຄະນະພັກ - ຄະນະກໍາມະການປົກຄອງແຂວງ ໃຫ້ເປັນປຶກແຜ່ນແໜ້ນໜາ, ນໍາພາ - ຊີ້ນໍາວຽກງານ ປກຊ - ປກສ ໃຫ້ແຂງແຮງກວ່າເກົ່າ ເພື່ອຮັບປະກັນໃຫ້ແຂວງມີຄວາມສະຫງົບທາງດ້ານການເມືອງ, ມີຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ; ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງຂັ້ນຕາແສງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກ; ປຸກລະດົມຂົນຂວາຍໃຫ້ທົ່ວປວງຊົນ ມີສະຕິຕື່ນຕົວ, ປະກອບສ່ວນໃນການແຂ່ງຂັນຂະບວນການຮັກຊາດ ແລະ ພັດທະນາ, ມີສະຕິລະວັງຕົວຕໍ່ກົຮອຸບາຍມ້າງເພທໍາລາຍຂອງສັດຕູ, ຕ້ານ ແລະ ສະກັດກັ້ນ ປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ເປັນຕົ້ນແມ່ນ ບັນຫາຢາເສບຕິດ, ບັນຫາອຸບັດເຫດຕາມທ້ອງຖະໜົນ, ການຕົວະຍົວະຫຼອກລວງໃນສື່ສັງຄົມອອນລາຍ, ສະແກມເມີ ແລະ ອື່ນໆໃຫ້ຫຼຸດໜ່ອຍຖືຍລົງ. ນອກນັ້ນ, ກໍເອົາໃຈໃສ່ເປີດກວ້າງການພົວພັນຮ່ວມມືກັບພາຍນອກ ເພື່ອດຶງດູດການລົງທຶນ ຈາກຕ່າງປະເທດ ມາປະກອບສ່ວນໃນການພັດທະນາເສດຖະກິດ - ສັງຄົມຂອງແຂວງ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.


ຂ່າວ-ພາບ: ທູນທອງໃຈ