ມອບຄອມພິວເຕີ ຕັ້ງໂຕະ 02 ຊຸດ ເພື່ອຊຸກຍູ້ນໍາວຽກງານ ໂຄສະນາ ໃນການແກ້ໄຂບັນຫາລູກລະເບີດບໍ່ທັນແຕກຢູ່ແຂວງຈຳປາສັກ .

ວັນທີ 6 ເມສາ 2026, ທີ່ຄະນະໂຄສະນາອົບຮົມແຂວງ (ສຳນັກງານສະຖານີວິທະຍຸແຂວງຈຳປາສັກ) ຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ, ໃນນາມເປັນຜູ້ຄຸ້ມຄອງ ວັດຖຸຸຸຊັບສິນຂອງຂະແໜງການ ແກ້ໄຂບັນຫາ ລູກລະເບີດບໍ່ທັນແຈກ ລບຕ ໄດ້ມອບຄອມພິວເຕີ ຕັ້ງໂຕະ ທີ່ສິ້ນ ສຸດໂຄງການ (ອົງການເກັບກູ້ລະເບີດ ຮາໂລ ຫຼາດສ), ຍີ່ຫໍ້ ເລນໂນໂວ Lenovo, ຈໍານວນ 02 ຊຸດ ໃຫ້ແກ່ ວິທະຍຸກະຈາຍສຽງ ແຂວງຈຳປາສັກ ເພື່ອນໍາໃຊ້ ໃນວຽກງານ ໂຄສະນາ ການແກ້ໄຂບັນຫາລູກລະເບີດບໍ່ທັນແຕກ ຢູ່ຈຳປາສັກ.ລວມມູນຄ່າ: 60 ລ້ານກີບ. ເປັນກຽດມອບຂອງທ່ານ ບຸນເພັງ ສີສະຫວັດ ຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ, ເປັນກຽດຮັບໂດຍ ທ່ານ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ.ມີຄະນະໂຄສະນາອົບຮົມແຂວງ,ຫົວໜ້າຂະແໜງສື່ມວນຊົນ,ຄະນະຮັບຜິດຊອບໂຄງການໂຄສະນາ ການແກ້ໄຂບັນຫາລູກລະເບີດບໍ່ທັນແຕກ ລບຕ ປະຈຳແຂວງຈຳປາສັກ ພ້ອມວິຊາການກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງການມອບຄອມພິວເຕີໃນຄັ້ງນີ້,ເພື່ອອຳນວຍຄວາມສະດວກ ແລະ ເພີ່ມປະສິດທິພາບໃນວຽກງານໂຄສະນາ ໃນການແກ້ໄຂບັນຫາລູກລະເບີດບໍ່ທັນແຕກຢູ່ ແຂວງ ຈຳປາສັກໃຫ້ສູງຂື້ນມມີ ອຸປະກອນທີ່ຈຳເປັນຮັບໃຊ້ເຂົ້າໃນໜ້າທີ່ວຽກງານໃຫ້ພຽງພໍເໝາະສົມກັບຄວາມຮຽກຮ້ອງຕ້ອງການ.
ຂ່າວ,ພາບ:ເກດສະໜາ.