ພິທີປິດຊຸດຝຶກອົບຮົມເປົ້າໝາຍຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ IV ປະຈໍາປີ 2025

ຄະນະໂຄສະນາອົບຮົມແຂວງ ໄດ້ສໍາເລັດຊຸດຝຶກອົບຮົມໃຫ້ແກ່ເປົ້າໝາຍຂະຫຍາຍເຂົ້າເປັນສະມາຊິກ ພັກປະຊາຊົນ ປະຕິວັດລາວ ຊຸດທີ IV ປະຈໍາປີ 2025, ພາຍໃຕ້ການເປັນປະທານຂອງ ສະຫາຍ ປະດິດ ວັນນະລັດສະໝີ ຄະນະປະຈໍາພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ບັນດາສະຫາຍຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ນັກສໍາມະນາກອນເຂົ້າຮ່ວມຢ່າງພ້ອມພຽງ, ການຝຶກອົບຮົມໃນຄັ້ງນີ້ ໄດ້ຈັດຂຶ້ນທີ່ຫ້ອງປະຊຸມສະຖານີວິທະຍຸກະຈຽງສຽງແຂວງຈໍາປາສັກ ແລະ ໄດ້ດໍາເນີນເປັນເວລາ 2 ວັນ ນັບແຕ່ວັນທີ 18-19 ທັນວາ 2025 ຈຶ່ງໄດ້ສໍາເລັດລົງຢ່າງຈົບງາມ.

ສະຫາຍ ສົມພອນ ວິໄລສົມ ຫົວໜ້າຂະແໜງອົບຮົມ ໃນນາມຄະນະຮັບຜິດຊອບຊຸດອົບຮົມ ໄດ້ສະຫຼຸບໃຫ້ຮູ້ວ່າ: ຈຸດປະສົງຂອງຊຸດອົບຮົມ ແມ່ນເພື່ອເຮັດໃຫ້ມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຮັບຮູ້, ເຂົ້າໃຈກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ; ເຂົ້າໃຈກ່ຽວກັບມາດຕະຖານ, ເງື່ອນໄຂມະຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ, ຜົນປະໂຫຍດທີ່ສະມາຊິກພັກໄດ້ຮັບ ແລະ ເມື່ອໄດ້ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວແລ້ວ ຈະປົກປ້ອງບົດບາດ, ກຽດສັກສີຂອງພັກຄືແນວໃດ; ບົນພື້ນຖານຄວາມຮັບຮູ້, ເຂົ້າໃຈດັ່ງກ່າວ ເຮັດໃຫ້ມະຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີມາດຕະຖານ, ເງື່ອນໄຂຄົບຖ້ວນ ແລະ ມີຄວາມຕື່ນຕົວສະໝັກໃຈເຂົ້າເປັນສະມາ ຊິກພັກປະຊາຊົນປະຕິວັດລາວ ເພື່ອເພີ່ມກໍາລັງແຮງສູ້ຮົບໃຫ້ແກ່ພັກນັບມື້ຫຼາຍຂຶ້ນ; ເຊິ່ງບັນດານັກສໍາມະນາກອນ ໄດ້ພ້ອມກັນຄົ້ນຄວ້າ ເຖິງບັນຫາພື້ນຖານທາງດ້ານທິດສະດີ ທີ່ປະກອບດ້ວຍບັນດາເນື້ອໃນເອກະສານສໍາຄັນໃນ 13 ຫົວຂໍ້ຄໍາຖາມ ແລະ 13 ຫົວຂໍ້ຄໍາຕອບຄື:1. ພັກການເມືອງແມ່ນຫຍັງ ແລະ ເປັນຫຍັງຈຶ່ງມີພັກການເມືອງ? 2. ພັກປະຊາຊົນ ປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນແນວໃດ? 3. ພັກປະຊາຊົນ ປະຕິວັດລາວ ແມ່ນພັກແນວໃດ?. 4. ພັກປະຊາຊົນ ປະຕິວັດລາວ ຈັດຕັ້ງຕາມຫຼັກການອັນໃດແດ່?. 5. ພັກປະຊາຊົນ ປະຕິວັດລາວ ມີລະບົບສາຍໃຍການຈັດຕັ້ງຄືແນວໃດ?. 6. ພັກປະຊາຊົນ ປະຕິວັດລາວ ປະກອບດ້ວຍບຸກຄົນຄືແນວໃດແດ່?. 7. ພັກປະຊາຊົນ ປະຕິວັດລາວ ມີວັດຖຸປະສົງ ແລະ ອຸດົມການຄືແນວໃດ? 8. ພັກປະຊາຊົນ ປະຕິວັດລາວ ມີທາດແທ້ແນວໃດ? 9. ມາດຕະຖານ ແລະ ເງື່ອນໄຂຂອງສະມາຊິກພັກ ແລະ ເງື່ອນໄຂມະຫາຊົນທີ່ຈະ ຂະຫຍາຍເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວ ມີແນວໃດ? 10. ສະມາຊິກພັກມີໜ້າທີ່, ພັນທະ ແລະ ມີຜົນປະໂຫຍດຫຍັງແດ່? 11. ຂໍ້ຫ້າມສໍາລັບສະມາຊິກພັກປະຊາຊົນ ປະຕິວັດລາວມີຫຍັງແດ່? 12. ເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວ ເພື່ອຫຍັງ? 13. ຖ້າໄດ້ເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວ ແລ້ວຈະປົກປ້ອງບົດບາດ, ກຽດ ສັກສີຂອງພັກເຮົາຄືແນວໃດ?; ບັນດາສະຫາຍຄູ-ອາຈານ ທີ່ຂຶ້ນຫ້ອງບັນລະຍາຍເອກະສານແມ່ນມາຈາກ ຄະນະໂຄສະນາອົບຮົມແຂວງທັງໝົດ, ການບັນລະຍາຍເອກະສານສ່ວນໃຫຍ່ ແມ່ນໄດ້ເນັ້ນໜັກໃສ່ບັນດາເນື້ອໃນພື້ນຖານ ພ້ອມທັງອະທິບາຍສົມທຽບໃສ່ພຶດຕິກຳ ແລະ ທິດສະດີເພື່ອເຮັດໃຫ້ ບັນດາສະຫາຍນັກສໍາມະນາກອນເຂົ້າໃຈຈະແຈ້ງ, ເຊິ່ງເປົ້າໝາຍທີ່ໄດ້ຮັບການອະນຸມັດເຂົ້າຝຶກອົບຮົມໃນຄັ້ງນີ້ມີຈໍານວນທັງໝົດ 33 ສະຫາຍ, ຍິງ 14 ສະຫາຍ ມາຈາກ 04 ຮາກຖານ 05 ໜ່ວຍພັກຮາກຖານທີ່ຂື້ນກັບ, ອາຍຸກະສຽນຂອງຜູ້ເຂົ້າຝຶກອົບຮົມໃນຄັ້ງນີ້ຕໍ່າສຸດ 28 ປີ, ສູງສຸດ 51, ປີ ລະດັບດ້ານວິຊາສະເພາະຕໍ່າສຸດ ຊັ້ນສູງ ແລະ ສູງສຸດປະລິນຍາໂທ; ຜ່ານການຄົ້ນຄວ້າ-ຮໍ່າຮຽນມາເປັນເວລາ 02 ວັນ ທາງຄະນະຮັບຜິດຊອບຊຸດອົບຮົມ ສາມາດຕີລາຄາປະເມີນຄວາມຮັບຮູ້ເຂົ້າໃຈຂອງນັກຝຶກອົບຮົມໄດ້ປະມານ 95% ແລະ ສາມາດໄດ້ຮັບໃບຢັ້ງຢືນທັງໝົດ 33 ສະຫາຍ, ຍິງ 14 ສະຫາຍ.



ນະໂອກາດສໍາຄັນນີ້, ສະຫາຍ. ປະດິດ ວັນນະລັດສະໝີ ຫົວໜ້າຄະນະໂຄສະນາອົບຮົມແຂວງ ປະທານກອງປະຊຸມ ໄດ້ມີຄໍາເຫັນຊີ້ນໍາຕໍ່ຊຸດຝຶກອົບຮົມ ວ່າ: ຜົນສໍາເລັດລັ່ນຝືກອົບຮົມໃນຄັ້ງນີ້, ຍັກເປັນພຽງແຕ່ຜົນສໍາເລັດໃນຂັ້ນຕົ້ນເທົ່ານັ້ນ ໜ້າທີ່ອັນໜັກໜ່ວງແຕ່ມີກຽດສະວ່າຂອງບັນດາສະຫາຍຍັງຕ້ອງໄດ້ໝຸນໃຊ້ບົດຂຽນທິດສະດີທີ່ໄດ້ຮຽນມາເຂົ້າໃນພາກພຶດຕິກຳໃຫ້ມີຜົນສໍາເລັດທີ່ໃຫຍ່ຫລວງ ແລະ ມີປະສິດທິຜົນສູງ. ຈາກນັ້ນປະທານກໍ່ໄດ້ກ່າວປິດພິທີຢ່າງເປັນທາງການ.
