ຄະນະໂຄສະນາອົບຮົມແຂວງຈຳປາສັກ ປະກາດການຈັດຕັ້ງພັກ-ລັດ ແລະ ອົງການຈັດຕັ້ງມະຫາຊົນຄືນໃໝ່
ໃນວັນທີ 24 ກຸມພາ 2026, ຄະນະໂຄສະນາອົບຮົມແຂວງຈຳປາສັກ ໄດ້ຈັດພິທີປະກາດການຈັດຕັ້ງພັກ-ລັດ ແລະ ອົງການຈັດຕັ້ງມະຫາຊົນຄືນໃໝ່ ພາຍຫຼັງທີ່ມີການປັບປຸງກົງຈັກການຈັດຕັ້ງ ແລະ ໂຮມຕົວເຂົ້າກັນ. ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງ ສະຫາຍ ປະດິດ ວັນນະລັດສະໝີ, ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ; ມີບັນດາຜູ້ຕາງໜ້າຈາກພະແນກການ, ກົມກອງ, ຂະແໜງການທີ່ກ່ຽວຂ້ອງອ້ອມຂ້າງແຂວງ, ເມືອງ, ນະຄອນ ພ້ອມດ້ວຍພະນັກງານ-ລັດຖະກອນເຂົ້າຮ່ວມຢ່າງພ້ອມພຽງ.

1. ດ້ານວຽກງານພັກ ແລະ ຄະນະໜ່ວຍພັກ
ຄະນະພັກຮາກຖານ: ແຕ່ງຕັ້ງ ສະຫາຍ ປະດິດ ວັນນະລັດສະໝີ ເປັນເລຂາ, ສະຫາຍ ປອ ວັນນະລາ ສຸດທິຈັກ ເປັນຮອງເລຂາ, ສະຫາຍ ນາງ ສຸກສົມພອນ ພົນອາສາ ເປັນປະທານກວດກາ; ສະຫາຍ ພອນທິບ ແກ້ວປະເສີດ ແລະ ສະຫາຍ ນະ ຂັນທະວົງ ເປັນຄະນະພັກຮາກຖານ. ພ້ອມນີ້, ໄດ້ແຕ່ງຕັ້ງ ສະຫາຍ ມົນທຽນ ໄຊຍະສິດ ແລະ ສະຫາຍ ເມທີ ພິມພະສອນ ເປັນຮອງປະທານກວດກາຄະນະພັກພັກຮາກຖານ.
ໜ່ວຍພັກບໍລິຫານ, ຈັດຕັ້ງ, ຄົ້ນຄວ້າສັງລວມ ແລະ ຂໍ້ມູນຂ່າວສານ: ແຕ່ງຕັ້ງ ສະຫາຍ ປອ ວັນນະລາ ສຸດທິຈັກ ເປັນເລຂາ, ສະຫາຍ ນາງ ພອນທິບ ແກ້ວປະເສີດ ເປັນຮອງເລຂາ ແລະ ສະຫາຍ ຄຳປະສົງ ພົມມະວົງ ເປັນປະທານກວດກາ.
ໜ່ວຍພັກໂຄສະນາອົບຮົມ: ແຕ່ງຕັ້ງ ສະຫາຍ ນາງ ສຸກສົມພອນ ພົນອາສາ ເປັນເລຂາ, ສະຫາຍ ສົມພອນ ວິໄລສົມ ເປັນຮອງເລຂາ ແລະ ສະຫາຍ ຄໍາໃບ ຄໍາວົງສາ ເປັນປະທານກວດກາ.
ໜ່ວຍພັກສື່ມວນຊົນ: ແຕ່ງຕັ້ງ ສະຫາຍ ນະ ຂັນທະວົງ ເປັນເລຂາ, ສະຫາຍ ມົນທຽນ ໄຊຍະສິດ ເປັນຮອງເລຂາ ແລະ ສະຫາຍ ນາງ ເພັດສະໄໝ ສີກຸນລະບຸດ ເປັນປະທານກວດກາ.
.
2. ແຕ່ງຕັ້ງຕຳແໜ່ງບໍລິຫານ (ຫົວໜ້າ ແລະ ຮອງຂະແໜງ)
ຂະແໜງອົບຮົມ: ແຕ່ງຕັ້ງ ສະຫາຍ ສົມພອນ ວິໄລສິນ ເປັນຫົວໜ້າ; ສະຫາຍ ເດດດາວັນ ກ້ອນກຳມະວົງ, ສະຫາຍ ຄຳພຸດ ສຸດໃຈ ແລະ ສະຫາຍ ນາງ ຄຳແພງ ໂພທິລາດ ເປັນຮອງຫົວໜ້າ.
ຂະແໜງປາຖະກະຖາ, ໂຄສະນາ ແລະ ເຄື່ອນທີ່: ແຕ່ງຕັ້ງ ສະຫາຍ ຄຳໃບ ຄຳວົງສາ ເປັນຫົວໜ້າ; ສະຫາຍ ດວງຈັນ ຂຸນພັກດີ, ສະຫາຍ ນາງ ສົມສະໄຫວ ການຜາສຸກ ແລະ ສະຫາຍ ອິດສຸລິຍະ ຫຼວງອະໄພ ເປັນຮອງຫົວໜ້າ.
ຂະແໜງສັງລວມ ແລະ ຂໍ້ມູນຂ່າວສານ: ແຕ່ງຕັ້ງ ສະຫາຍ ຄຳປະສົງ ພົມມະວົງ ເປັນຫົວໜ້າ; ສະຫາຍ ດໍລາ ສີສົມບຸນ, ສະຫາຍ ຄ້າ ແຈ່ມດວງຈັນ ແລະ ສະຫາຍ ນາງ ລັດສະໝີ ຈັນທະວົງ ເປັນຮອງຫົວໜ້າ.
ຂະແໜງສື່ມວນຊົນ: ແຕ່ງຕັ້ງ ສະຫາຍ ນະ ຂັນທະວົງ ເປັນຫົວໜ້າ; ສະຫາຍ ມົນທຽນ ໄຊຍະສິດ,ສະຫາຍ ນາງ ເພັດສະໄໝ ສີກຸນລະບຸດ ແລະ ສະຫາຍ ທະນົງໄຊ ຄັນທະວະດີ ເປັນຮອງຫົວໜ້າ.
ຂະແໜງບໍລິຫານ: ແຕ່ງຕັ້ງ ສະຫາຍ ນາງ ພອນທິບ ແກ້ວປະເສີດ ເປັນຫົວໜ້າ; ສະຫາຍ ສົມສະໜຸກ ສຸດສະດາ, ສະຫາຍ ເມທີ ພິມພະສອນ ແລະ ສະຫາຍ ຖາວອນ ຈັນດາລາສຸກ ເປັນຮອງຫົວໜ້າ.

3. ຄະນະນຳອົງການຈັດຕັ້ງມະຫາຊົນຮາກຖານ
ກຳມະບານຮາກຖານ: ແຕ່ງຕັ້ງ ສະຫາຍ ມົນທຽນ ໄຊຍະສິດ ເປັນປະທານ, ສະຫາຍ ຄຳປະສົງ ພົມມະວົງ ເປັນຮອງປະທານ ແລະ ສະຫາຍ ທະນົງໄຊ ຄັນທະວະດີ ເປັນປະທານກວດກາ.
ສະຫະພັນແມ່ຍິງຮາກຖານ: ແຕ່ງຕັ້ງ ສະຫາຍ ນາງ ເພັດສະໄໝ ສີກຸນລະບຸດ ເປັນປະທານ, ສະຫາຍ ນາງ ສົມສະໄຫວ ການຜາສຸກ ເປັນຮອງປະທານ, ສະຫາຍ ນາງ ສົມສະໜິດ ທຳມະຂັນຕີ ແລະ ນາງ ທິບພະຈັນ ດວງມະນີ ເປັນຄະນະ.
ຊາວໜຸ່ມຮາກຖານ: ແຕ່ງຕັ້ງ ສະຫາຍ ສີບັງອອນ ສິດທິເດດ ເປັນເລຂາ, ສະຫາຍ ອຸດົມສັກ ສໍພະໄຊ ເປັນຮອງເລຂາ ແລະ ສະຫາຍ ນາງ ລັດສະໝີ ຈັນທະວົງ ເປັນປະທານກວດກາ.
ໃນຕອນທ້າຍພິທີ, ສະຫາຍ ປະດິດ ວັນນະລັດສະໝີ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ທິດເຍືອງທາງ ໂດຍເນັ້ນໜັກໃຫ້ຄະນະພັກ-ຄະນະນຳຊຸດໃໝ່ ຈົ່ງຍົກສູງຄວາມຮັບຜິດຊອບທາງດ້ານການເມືອງແນວຄິດ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ ແລະ ສຸມໃສ່ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກໃຫ້ປະກົດຜົນເປັນຈິງ ເພື່ອຂັບເຄື່ອນວຽກງານໂຄສະນາອົບຮົມຂອງແຂວງໃຫ້ມີບາດກ້າວໃໝ່ທີ່ເຂັ້ມແຂງກວ່າເກົ່າ.


ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້ ທ່ານປະທານກໍ່ໃຫ້ກຽດໂອລົ້ມ ແລະ ຊີ້ທິດເຍືອງທາງໃນການເຮັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍທັງສາມາດດຳລົງບົດບາດເປັນເສນາທິການທີ່ເຂັ້ມແຂງໃຫ້ແກ່ຄະນະພັກສົມກັບຄວາມເຊື່ອໝັ້ນ ແລະໄວ້ວາງໃຈຂອງການຈັດຕັ້ງຂັ້ນເທິງທີ່ໄດ້ມອບໝາຍວຽກງານທີ່ສຳຄັນທີ່ມີກຽດສະງ່າແລະໄດ້ເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການພັດທະນາກ້າວໄປສູ່ຄວາມທັນສະໄໝຢ່າງບໍ່ຢຸດຢັ້ງ.